ສຳນັກຂ່າວຕ່າງປະເທດລາຍງານ ຈາກນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 1 ຕຸລານີ້ວ່າ: ທ່ານ ໂທມັດ ເລມບອງ ປະທານຄະນະກຳມະການປະສານງານດ້ານການລົງທຶນແຫ່ງຊາດຂອງອິນໂດເນເຊຍ ກ່າວວ່າ ປະທານາທິບໍດີ ໂຈໂຄ ວິໂດໂດ ອະນຸມັດຄຳສັ່ງໃຫ້ເປີດຮັບຄວາມຊ່ວຍເຫຼືອຈາກຕ່າງປະເທດ ໃນການຊ່ວຍເຫຼືອປະຊາຊົນທີ່ຢູ່ເທິງເກາະສຸລາເວຊີ, ເຊິ່ງກຳລັງປະສົບໄພຢ່າງຮ້າຍແຮງ ຫຼັງຈາກເກີດແຜ່ນດິນໄຫວ ຂະໜາດ 7,5 ຣິກເຕີ ທີ່ຕາມດ້ວຍສຶນາມິ ໃນວັນສຸກທີ່ຜ່ານມາ.

ພາບຄວາມເສຍຫາຍຈາກເຫດໄພພິບັດທາງທຳມະຊາດ

ຂະນະທີ່ ທ່ານ ຊູໂຕໂປ ປູໂວ ນູໂກນໂຮ ໂຄສົກສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດ (BNPB) ກ່າວວ່າ: ປັດຈຸບັນ, ປະຊາຊົນຍັງຂາດເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນແລ້ວ ສິ່ງທີ່ຂາດແຄນຫຼາຍທີ່ສຸດຄືອຸປະກອນສຳລັບການຂຸດເຈາະ ໂດຍທຸກຝ່າຍເຊື່ອວ່າ ຜູ້ສູນຫາຍອີກຈຳນວນຫຼາຍ ອາດຈະຍັງຕິດຢູ່ໃຕ້ຊາກອາຄານ. ແຕ່ຂະບວນການຊ່ວຍເຫຼືອແມ່ນພົບກັບຄວາມຫຍຸ້ງຍາກລຳບາກ ຍ້ອນບໍ່ມີອຸປະກອນ ແລະ ເຄື່ອງມື.

ພາບຄວາມເສຍຫາຍຕໍ່ອາຄານບ້ານເຮືອນຂອງປະຊາຊົນ

ສຳລັບຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວແມ່ນ 832 ຄົນ ແຕ່ມີຄວາມເປັນໄປໄດ້ສູງທີ່ອາດຈະມີຜູ້ເສຍຊີວິດເພີ່ມ, ເຊິ່ງເຈົ້າໜ້າທີ່ບາງສ່ວນເລີ່ມກຽມການປັບພື້ນທີ່ບາງແຫ່ງໃນເກາະສຸລາເວສີ ໃຫ້ເປັນປ່າຊ້າຂະໜາດໃຫຍ່ ເພື່ອກຽມຝັງຮ່າງຜູ້ເສຍຊີວິດ ເຊິ່ງມີການຄົ້ນພົບຢ່າງຕໍ່ເນື່ອງ.

ສະພາບຜົນກະທົບຫຼັງເກີດເຫດການໄພພິບັດ

ແນວໃດກໍຕາມ, ຫຼາຍປະເທດທີ່ຮ່ວມກັນຕິດຕັ້ງລະບົບເຝົ້າລະວັງ ແລະ ເຕື່ອນໄພການເກີດສຶນາມິທົ່ວມະຫາສະໝຸດປາຊີຟິກ ຫຼັງຈາກເກີດແແຜ່ນດິນໄຫວ 9,1 ຣິກເຕີ ນອກແຄມຝັ່ງຕອນເໜືອຂອງເກາະສຸມາຕຣາ ໃນອິນໂດເນເຊຍ ໃນວັນທີ 26 ທັນວາ 2004, ສົ່ງຜົນໃຫ້ເກີດຄື່ນສຶນາມິຂະໜາດໃຫຍ່ພັດເຂົ້າຝັ່ງຂອງ 14 ປະເທດ ມີຜູ້ເສຍຊີວິດຫຼາຍກວ່າ 227.000 ຄົນ ໂດຍຈຳນວນນີ້ປະມານ 120.000 ເປັນຜູ້ເສຍຊີວິດຢູ່ໃນອິນໂດເນເຊຍ. ແຕ່ໃນກໍລະນີຂອງສຶນາິທີ່ເມືອງສຸລາເວສີຄັ້ງນີ້ ໄດ້ຮັບສຽງວິຈານຫຼາຍທີ່ສຸດຈາກຫຼາຍຝ່າຍ ຫຼັງຈາກມີລາຍງາຍວ່າ ສຶນາມິພັດເຂົ້າຝັ່ງພາຍໃນເວລາ 34 ນາທີ ຫຼັງຍົກເລີກການເຕືອນໄພ.

ການຢ້ຽມຢາມຜູ້ປະສົບໄພທີ່ໄຮ້ທີ່ຢູ່ອາໄສ ແລະ ຕ້ອງພັກຢູ່ຕາມສູນພັກພິງຊົ່ວຄາວ