ຈັບຜູ້ລັກລອບຂາຍຢາບ້າໄດ້ 3 ຄົນ ພ້ອມຂອງກາງ

0
1620

ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງ ແລະ ແຂວງໄຊຍະບູລີ ມ້າງກຸ່ມຄ້າຂາຍຢາເສບຕິດ ປະເພດຢາບ້າ ໄດ້ໃນວັນທີ 4 ກັນຍາ 2018 ຈຳນວນ 3 ຄົນ ລວມຂອງກາງ 163 ເມັດ ແລະ ວັດຖຸຂອງກາງອື່ນທີ່ໃຊ້ເຂົ້າໃນການພົວພັນຄ້າຂາຍຢາເສບຕິດ ມາດຳເນີນຄະດີ.

ເຈົ້າໜ້າທີ່ໄດ້ເປີດເຜີຍວ່າ: ມີຊາຍອາຍຸປະມານ 50 ປີ ເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຂດເທດສະບານເມືອງໄຊຍະບູລີ, ຜ່ານການລົງເກັບກຳຂໍ້ມູນພົບວ່າ ມີຄວາມຈິງແທ້ ຈຶ່ງນຳກຳລັງວິຊາສະເພາະຕິດຕາມກັກຕົວໄດ້ 2 ຄົນ ຊື່ທ້າວ ສົມພອນ ອາຍຸ 19 ປີ ຢູ່ບ້ານຫ້ວຍແສນຄໍາ ພົບຢາບ້າຈຳນວນ 50 ເມັດ, ລົດຈັກ 1 ຄັນ ຍີ່ຫໍ້ ຣັງຊິນ ສີແດງ ໝາຍເລກທະບຽນ ຈຂ 0424 ຫົວພັນ ແລະ ທ້າວ ບຸນລ້ຽງ ອາຍຸ 38 ຢູ່ບ້ານນາແລ້ງ ທັງ 2 ຢູ່ເມືອງໄຊ ແລະ ແຂວງໄຊຍະບູລີ ພ້ອມຂອງກາງຢາເສບຕິດ 63 ເມັດ ລົດຈັກ 1 ຄັນ ຍີ່ຫໍ້ ຮອນດ້າ ສີຟ້າ ໝາຍເລກທະບຽນ ດຄ 1814 ກໍາແພງນະຄອນ ມາສອບສວນຂະຫຍາຍຜົນ.

ກຸ່ມຄ້າຂາຍຢາເສບຕິດ

ນອກຈາກນີ້, ພວກກ່ຽວຍັງໄດ້ຊັດທອດຫາ ທ້າວ ຈໍທໍ່ ອາຍຸ 50 ປີ ຢູ່ບ້ານໂພນແກ້ວ ເມືອງໄຊ ແລະ ແຂວງໄຊຍະບູລີ. ເມື່ອຮູ້ແນວນັ້ນ, ເຈົ້ສໜ້າທີ່ຈຶ່ງນຳກຳລັງເຂົ້າກັກຕົວ ພ້ອມທັງກວດຄົ້ນພົບເຫັນຢາບ້າ ຈຳນວນ 50 ເມັດ ຢຶດລົດຈັກ 1 ຄັນ ຍີ່ຫໍ້ ເວບເອັກ ສີແດງ ໝາຍເລກທະບຽນ ຈຂ 6366 ໄຊຍະບູລີ ມາດໍາເນີນຄະດີ; ພວກກ່ຽວສາລະພາບອີກວ່າ: ໄດ້ຮ່ວມກັນຄ້າຂາຍຢາເສບຕິດແທ້ ໂດຍຢາບ້າທີ່ນຳມາຂາຍ ແມ່ນໄດ້ຊື້ນຳພັກພວກບໍ່ຮູ້ຊື່ ແລະ ທີ່ຢູ່ ໂດຍນັດຈຸດຊື້-ຂາຍຢູ່ເສັ້ນທາງເຂດເມືອງໄຊຍະບູລີ. ປັດຈຸບັນ, ຄະດີດັ່ງກ່າວນີ້ ເຈົ້າໜ້າທີ່ຍັງຈະສືບສວນ-ສອບສວນ ຂະຫຍາຍຜົນ ແລະ ດຳເນີນຕາມກົດໝາຍຕື່ມອີກ.