ເຈົ້າໜ້າທີ່ ປກສ ເມືອງຫຼາ ແຂວງອຸດົມໄຊ ກັກຕົວຜູ້ກໍ່ເຫດລັກຊັບ ( ລົດຈັກ ) ທີ່ກໍາລັງຈະນໍາເອົາໄປຂາຍ, ສາລະພາບເຄີຍລັກມາແລ້ວ 7 ຄັນ.

ລົດທີ່ທາງເຈົ້າໜ້າທີ່ຢຶດມາໄດ້

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຜູ້ກໍ່ເຫດຊື່ທ້າວ ພວງພິດ ຫຼື ເຕົ່າ ອາຍຸ 22 ປີ, ບ້ານວຽງຄໍາ ເມືອງຫຼາ ແຂວງອຸດົມໄຊ ສາລະພາບໄດ້ເຄື່ອນໄຫວລັກຊັບພົນລະເມືອງ ( ລັກລົດຈັກ ) ມາແລ້ວຫຼາຍຄັ້ງ, ເຊິ່ງໃນເດືອນກໍລະກົດ 2018 ລັກລົດຈັກ 3 ຄັນ. ຈາກນັ້ນ, ກໍນໍາເອົາລົດຈັກທັງໝົດໄປຂາຍໄດ້ເງິນ 5.800.000 ກີບ ໃຫ້ກັບຜູ້ທີ່ຕ້ອງການຊື້.

…. ລົດທີ່ຢຶດມາໄດ້ ….

ຕົກມາໃນເວລາປະມານ 2:00 ໂມງ ຂອງວັນທີ 13 ສິງຫາ 2018 ໄດ້ ໄປຫຼິ້ນຢູ່ເຂດຮ້ານອາຫານແຫ່ງໜຶ່ງ ພົບເຫັນລົດຈັກທີ່ຈອດໄວ້ ແລະ ໄດ້ລົງມືລັກສໍາເລັດ ຈະນໍາເອົາໄປຂາຍ. ໃນຂະນະນັ້ນ, ຖືກເຈົ້າໜ້າທີ່ກັກຕົວໄດ້. ນອກນັ້ນ, ຍັງໄດ້ເຄື່ອນໄຫວກັບ ທ້າວ ບຸນທ່ຽງ ອາຍຸ 21 ປີ ບ້ານວຽງຄໍາ ເມືອງຫຼາ ແລະ ທ້າວ ດີ ອາຍຸ 19 ປີ ຢູ່ບ້ານບໍ່ເມືອງໄຊ ຮ່ວມກັນລັກລົດມາແລ້ວ 7 ຄັນ, ສ່ວນເງິນທີ່ໄດ້ຈາກການຂາຍ ຈ່າຍຫຼິ້ນກິນຟຸມເຟືອຍ ແລະ ຊື້ຢາບ້າມາເສບ.

ເຈົ້າໜ້າທີ່ມອບລົດຄືນເຈົ້າຂອງເດີມ

ມາໃນວັນທີ 24 ກັນຍາ 2018, ເຈົ້າໜ້າທີ່ ປກສ ເມືອງຫຼາ ໄດ້ມອບລົດທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມແລ້ວ.