ຄະນະຜູ້ແທນເວທີປຶກສາຫາລື ໂປອາວ ສຳລັບ ອາຊີ

ໃນເວລາ 11:00 ໂມງ ຂອງວັນທີ 28 ກັນຍາ 2018 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫຼີ ປາວຕຸງ ເລຂາທິການເວທີປຶກສາຫາລື ໂປອາວ ສຳລັບ ອາຊີ ພ້ອມຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ໂປອາວ ສຳລັບ ອາຊີ ຢູ່ນະຄອນຫຼວງວຽງຈັນ ເຊິ່ງເປັນກອງປະຊຸມຄັ້ງທຳອິດທີ່ຈັດຂຶ້ນຢູ່ ສປປ ລາວ.

ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຫຼີ ປາວຕຸງ

ຕໍ່ມາເວລາ 11:30 ໂມງ, ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຈ ດຣ ສຸລະກຽດ ສະຖຽນໄທ ອະດີດຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ ປະທານຄະນະມົນຕີ ເພື່ອຄວາມປອງດອງອາຊີ ພ້ອມຄະນະ ກໍໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມດັ່ງກ່າວ ເຊັ່ນດຽວກັນ.

ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ສຈ ດຣ ສຸລະກຽດ ສະຖຽນໄທ

ໂອກາດດັ່ງກ່າວນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນທີ່ເດີນທາງມາຮ່ວມກອງປະຊຸມ ເຊິ່ງກອງປະຊຸມມີຄວາມສຳຄັນ ເພື່ອເປັນການສ້າງເຄືອຂ່າຍໃຫ້ແກ່ບັນດານັກທຸກິດລາວ-ຈີນ, ສົ່ງເສີມໃຫ້ມີການຮ່ວມມືກັນທາງດ້ານການຄ້າ ແລະ ການລົງທຶນ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊິ່ງຄາດວ່າ ຈະເຮັດໃຫ້ບັນດານັກທຸລະກິດສາມາດສ້າງເຄືອຂ່າຍ ແລະ ມີການຮ່ວມມືກັນ ໂດຍບໍ່ພຽງແຕ່ການຮ່ວມມືທຸລະກິດລະຫວ່າງ ລາວ-ຈີນ ແຕ່ຍັງເປັນການສົ່ງເສີມການລົງທຶນລະຫວ່າງ ລາວ ແລະ ບັນດາປະເທດຕ່າງໆ.

ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ສຈ ດຣ ສຸລະກຽດ ສະຖຽນໄທ