ຮອງລັດຖະມົນຕີກະຊວງ ປກສ ໃຫ້ທິດຊີ້ນຳນັກສຶກສາ ວປສ ແຫ່ງຊາດ ທັງ 3 ຮຸ່ນ

ວິທະຍາຄານປ້ອງກັນຄວາມສະຫງົບ (ວປສ) ແຫ່ງຊາດ

0
1808
ພົຕ ປອ ສົມຫວັງ ທໍາມະສິດ

ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ໄດ້ໃຫ້ທິດຊີ້ນໍາຕໍ່ນັກສຶກສາວິທະຍາຄານປ້ອງກັນຄວາມສະຫງົບ (ວປສ) ແຫ່ງຊາດ ກະຊວງ ປກສ ທັງ 3 ຮຸ່ນ ຕ້ອງຕັດສິນໃຈຫັນເຂົ້າສູ່ການປະຕິບັດຂໍ້ກໍານົດກົດລະບຽບຂອງ ວປສ ແຫ່ງຊາດ ວາງອອກຢ່າງເຂັ້ມງວດ, ຕ້ອງຕັ້ງໃຈຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼ່ໍຫຼອມຕົນເອງ ເພື່ອເຮັດໃຫ້ການສຶກສາຮໍ່າຮຽນຄັ້ງນີ້ ເປັນການຍົກລະດັບຄວາມຮູ້-ຄວາມສາມາດຂອງພະນັກງານ-ນັກຮົບໃຫ້ສູງຂຶ້ນ.

ນັກສຶກສາວິທະຍາຄານປ້ອງກັນຄວາມສະຫງົບ (ວປສ) ແຫ່ງຊາດ ກະຊວງ ປກສ ທັງ 3 ຮຸ່ນ

ໃນໂອກາດທີ່ ທ່ານຮອງລັດຖະມົນຕີກະຊວງ ປກສ ເຂົ້າຮ່ວມພິທີເປີດຊຸດຮຽນໃຫ້ ນັກສຶກສາປະລິນຍາໂທ ຮຸ່ນທີ 10, ປະລິນຍາຕີລະບົບກໍ່ສ້າງ ຮຸ່ນທີ 23/4 ແລະ ນັກສຶກສາລະບົບຕໍ່ເນື່ອງປະລິນຍາຕີ ຮຸ່ນທີ 16/2 ຂອງ ວປສ ແຫ່ງຊາດ ໃນວັນທີ 28 ກັນຍາ 2018, ໂດຍມີຄະນະພັກ-ຄະນະອໍານວຍການ, ແຂກຮັບເຊີນ ແລະ ນັກສຶກສາເຂົ້າຮ່ວມ.

ພົຕ ປອ ສົມຫວັງ ທໍາມະສິດ

ທ່ານໄດ້ໃຫ້ທິດຊີ້ນໍາວ່າ: 

ນັກສຶກສາທັງ 3 ຮຸ່ນ ຕ້ອງຖືເອົາການໄຂສົກຮຽນໃໝ່ນີ້ ເປັນການຕີລາຄາຕົນເອງ ພ້ອມທັງທຸ້ມເທເຫື່ອແຮງ, ສະຕິປັນຍາເຂົ້າໃນການຄົ້ນຄວ້າຮໍ່າຮຽນໃຫ້ສົມກັບການຈັດຕັ້ງ, ຄອບຄົວ ແລະ ຍາດພີ່ນ້ອງລໍຖ້າຢູ່ເບື້ອງຫຼັງ; ຢາກເຮັດໄດ້ແນວນັ້ນຕ້ອງດຸໝັ່ນໃນການຊອກຮູ້ຮໍ່າຮຽນ, ໝັ່ນຖາມ-ຕອບ ແລະ ເຂົ້າຮ່ວມຂະບວນການຕ່າງໆ ເຊິ່ງເປັນໜ້າທີ່ການເມືອງຂອງນັກສຶກສາ ແລະ ພ້ອມກັນເປັນເຈົ້າການເອົາໃຈໃສ່ປະຕິບັດໂມງເວລາເຂົ້າຫ້ອງຮໍ່າຮຽນ ຕາມຕາຕະລາງຢ່າງເຂັ້ມງວດ, ຕັ້ງໃຈຮັບຟັງການເຜີຍແຜ່ຂອງຄູ-ອາຈານ ເພື່ອເຮັດໃຫ້ການສຶກສາຮໍ່າຮຽນຄັ້ງນີ້ ເປັນການຍົກລະດັບຄວາມຮູ້-ຄວາມສາມາດຂອງ ພະນັກງານ-ນັກຮົບ ໃຫ້ສູງຂຶ້ນ; ຕໍ່ຄະນະພັກ-ຄະນະອໍານວຍການ, ພະນັກງານຄູ-ອາຈານ ຕ້ອງເຮັດທຸກສິ່ງທຸກຢ່າງເພື່ອປັບປຸງ, ພັດທະນາຄຸນນະພາບການຮຽນ-ການສອນ ໃຫ້ຮັບປະກັນການບໍາລຸງ-ກໍ່ສ້າງຖັນແຖວກໍາລັງປ້ອງກັນຄວາມສະຫງົບ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບຕາມມາດຕະຖານການສຶກສາທີ່ ກະຊວງສຶກສາທິການ ແລະ ກິລາ ວາງອອກ.

ຖືເອົາການໄຂສົກຮຽນໃໝ່ນີ້ ເປັນການຕີລາຄາຕົນເອງ

ສໍາລັບການເປີດຊຸດຮຽນຄັ້ງນີ້ ລະບົບປະລິນຍາໂທ ຮຸ່ນທີ 10 ມີນັກສຶກສາທັງໝົດ 39 ສະຫາຍ, ກໍານົດເວລາສຶກສາຮໍ່າຮຽນ 2 ປີ, ປະກອບມີ 4 ພາກ ແລະ ມີ 59 ໜ່ວຍກິດ; ລະບົບກໍ່ສ້າງປະລິນຍາຕີ ຮຸ່ນທີ 23/4 ມີຈໍານວນ 185 ສະຫາຍ ຍິງ 24 ສະຫາຍ, ກໍານົດເວລາສຶກສາຮໍ່າຮຽນ 4 ປີ, ປະກອບມີ 8 ພາກຮຽນ, 4 ໝວດ ແລະ 201 ໜ່ວຍກິດ; ລະບົບຕໍ່ເນື່ອງປະລິຍາຕີ ຮຸ່ນທີ 16/2 ມີຈໍານວນ 155 ສະຫາຍ ຍິງ 11 ສະຫາຍ, ກໍານົດເວລາຮຽນ 2 ປີ, ມີ 4 ພາກຮຽນ, 4 ໝວດ ແລະ 121 ໜ່ວຍກິດ.

ໃຫ້ທິດຊີ້ນໍາຕໍ່ນັກສຶກສາ
ວປສ ກະຊວງ ປກສ