ຕັດສິນຈຳເລີຍຄາດຕະກຳຜົວ ຕິດຄຸກ 20 ປີ

0
1689
ຜູ້ເປັນເມຍຄາດຕະກຳຜົວຕົນເອງ

ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາຄະດີ ນາງ ບົວສອນ ຫຼື ເກສອນ (ຈໍາເລີຍ) ອາຍຸ 48 ປີ ຢູ່ບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ກໍ່ເຫດຄາດຕະກໍາຕັດແຍກສິ້ນສ່ວນອະໄວຍະວະຂອງຜົວ ໃນຄັ້ງວັນທີ 1 ທັນວາ 2017 ໂດຍຕັດອິດສະຫຼະພາບຈໍາຄຸກ 20 ປີ ໃນອາທິດຜ່ານມາ.

ນາງ ບົວສອນ ຫຼື ເກສອນ (ຈໍາເລີຍ)

ໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ຖະແຫຼງວ່າ: ໃນເດືອນກໍລະກົດ 2015, ນາງ ບົວສອນ ໄດ້ໃຊ້ຊີວິດ ແລະ ຢູ່ກິນກັບ ທ້າວ ກາ ແບບຜົວເມຍ ແຕ່ບໍ່ໄດ້ຈົດທະບຽນສົມລົດແບບຖືກຕ້ອງຕາມກົດໝາຍ, ເຊິ່ງໄລຍະທີ່ຢູ່ກິນນໍາກັນນັ້ນແມ່ນໄດ້ມີການຜິດຖຽງກັນ, ລົງມືຕົບຕີກັນຕະຫຼອດ ແລະ ທ້າວ ກາ ( ຜູ້ເປັນຜົວ ) ກໍເຄີຍເວົ້າກັບ ນາງ ບົວສອນ ວ່າ: ມີຜູ້ສາວໃໝ່ແລ້ວ ຈະໄປຢູ່ນໍາກັນ ເຮັດໃຫ້ຜູ້ເປັນເມຍເກີດຄວາມຫຶງຫວງ ແລະ ລະແວງສົງໄສ. ມາຮອດວັນທີ 1 ທັນວາ 2017 ເວລາປະມານ 8:00 ໂມງ ທັງສອງໄດ້ມີການຜິດຖຽງກັນ ແລະ ຕົບຕີກັນ, ພໍຮອດເວລາປະມານ 19:00 ໂມງ ຂອງວັນດຽວກັນ ພວກກ່ຽວໄດ້ຜິດຖຽງກັນອີກ. ຄັ້ງນີ້, ຮ້າຍແຮງກວ່າເກົ່າເຖິງຂັ້ນລົງມືຕີກັນຢູ່ຕູບນ້ອຍ ບ້ານໂຄກສະອາດ ເມືອງໄຊທານີ (ບ່ອນພັກເຊົາ), ເຊິ່ງຕ່າງຝ່າຍຕ່າງບໍ່ຍອມກັນ. ຈາກນັ້ນ, ນາງ ບົວສອນ (ຈໍາເລີຍ) ຈຶ່ງໄດ້ຈັບເອົາພ້າຟັນຄໍຂອງ ທ້າວ ກາ ເຮັດໃຫ້ລົ້ມລົງ ແລະ ເສຍຊີວິດຄາທີ່.

ທ້າວ ກາ ຜູ້ເປັນຜົວ ທີ່ຖືກຄາດຕະກຳ

ຫຼັງຈາກນັ້ນ, ກໍເອົາພ້າດວງດັ່ງກ່າວຕັດຄໍ, ຟັນປາກ, ຕັດແຂນທັງສອງເບື້ອງ, ຕັດເອັນຄະ
ນ່ອງທັງສອງເບື້ອງ, ປາດໂປ້ຕີນ, ປາດອະໄວຍະວະເພດອອກ, ຟັນບໍລິເວນຕົນຕົວ ແລະ ໜ້າຈໍານວນຫຼາຍບາດ. ມາຮອດເວລາປະມານ 6:00 ໂມງຂອງວັນທີ 2 ທັນວາ 2017, ນາງ ບົວສອນ ໄດ້ຍ່າງໄປຊື້ເຫຼົ້າ 1 ຈອກ ຢູ່ຮ້ານຂາຍເຄື່ອງແລ້ວໄດ້ເລົ່າເລື່ອງທີ່ຜູ້ກ່ຽວຂ້າຜົວ ໃຫ້ປະຊາຊົນເຂດໃກ້ຄຽງຮັບຮູ້. ຈາກນັ້ນ, ປະຊາຊົນຈຶ່ງແຈ້ງເຈົ້າໜ້າທີ່ ເຂົ້າຈັບຕົວໄປດໍາເນີນຄະດີ.

ນາງ ບົວສອນ ໃນສະພາບເປື້ອນເລືອດ

ຜ່ານການພິຈາລະນາຄົ້ນຄວ້າຂໍ້ມູນຫຼັກຖານ, ບັນດາເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີ ແລະ ໄຕ່ສວນໃນທີ່ປະຊຸມສານ, ນາງ ບົວສອນ (ຈໍາເລີຍ) ໄດ້ຮັບສາລະພາບຕະຫຼອດຂໍ້ກ່າວຫາ, ການກະທໍາຂອງຈໍາເລີຍ ເປັນການກະທໍາຜິດທາງອາຍາ ຈໍາເລີຍຮັບສາລະພາບວ່າ: ໄດ້ລົງມືຄາດຕະກໍາ ທ້າວ ກາ ດ້ວຍວິທີການໃຊ້ພ້າຕັດຄໍ ແລະ ຕັດອະໄວຍະວະ ເຊິ່ງແຕະຕ້ອງເຖິງຊີວິດຂອງບຸກຄົນອື່ນ ແລະ ຜິດຕໍ່ກົດໝາຍອາຍາ ໃນມາດຕາ 88 ວັກ 2 ທີ່ໄດ້ລະບຸໄວ້ວ່າ: ໃນກໍລະນີຜູ້ກະທໍາຜິດຫາກໄດ້ເອົາການຄາດຕະກໍາເປັນອາຈິນ, ຂ້າຄົນໂດຍມີແຜນການ, ຂ້າຄົນຢ່າງໂຫດຮ້າຍປ່າເຖື່ອນ, ຂ້າພະນັກງານທີ່ກໍາລັງປະຕິບັດໜ້າທີ່, ຂ້າຫຼາຍຄົນ, ຂ້າຜູ້ຍິງຖືພາ, ຂ້າຄົນອື່ນເພື່ອປິດບັງການກະທໍາຜິດອື່ນໆ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ 10 ປີ ຫາ 20 ປີ ແລະ ຈະຖືກປັບໃໝ ແຕ່ 2.000.000 ກີບ ຫາ 10.000.000 ກີບ.

ການສືບສວນ-ສອບສວນຈຳເລີຍ

ດ້ວຍເຫດນີ້, ຄະນະສານອາຍາ ຈຶ່ງໄດ້ຕັດສິນຕັດອິດສະຫຼະພາບ ນາງ ບົວສອນ ( ຈໍາເລີຍ ) ຈໍາຄຸກ 19 ປີ ແລະ ປັບໃໝ 10.000.000 ກີບ. ສ່ວນໄລຍະຜ່ານມາ, ຈໍາເລີຍກໍໄດ້ກະທໍາຜິດມາກ່ອນ ໂດຍເຄີຍຄາດຕະກໍາຜົວຜູ້ທີ 1 ມາແລ້ວ ແຕ່ຍັງມາກະທໍາຜິດເທື່ອໃໝ່ໂດຍເຈດຕະນາ ຈຶ່ງເປັນການກະທໍາຜິດທີ່ບໍ່ເຂັດຫຼາບ ແລະ ເປັນເຫດທີ່ພາໃຫ້ເພີ່ມໂທດໃສ່ຈໍາເລີຍ ອີກ 1 ປີ ລວມໂທດຕັດອິດສະຫຼະພາບ ຈໍາເລີຍ 20 ປີ. ສ່ວນຄ່າເສຍຫາຍທາງແພ່ງ ແມ່ນໃຫ້ປະຕິບັດຕາມການເຫັນດີຂອງຜູ້ທີ່ຕາງໜ້າຂອງໂຈດ ແລະ ຈໍາເລີຍ ໄດ້ຕົກລົງກັນ.