ຄະດີຄາດຕະກຳ ແລະ ທຳຮ້າຍຮ່າງກາຍ

ວັນທີ 7 ກໍລະກົດ 2018, ສື່ອອນລາຍໄດ້ລົງຂ່າວພ້ອມດ້ວຍຮູບພາບ ແລະ ວິດີໂອທີ່ທຸກຄົນເບິ່ງແລ້ວຕ້ອງສະຫຍອງຂວັນ, ໂດຍມີເນື້ອໃນຂ່າວວ່າ: ມີຜູ້ລົງມືຄາດຕະກຳ ເຊິ່ງຜູ້ກໍ່ເຫດແມ່ນຫົວໜ້າຄ້າຍເກັບຮັກສາອຸປະກອນການແພດທີ່ຂຶ້ນກັບ ສູນກາງດັດສ້າງເລກທີ 3 ເຕິ້ນມິ້ງ ເມືອງຊັອກເຊິ້ນ ນະຄອນຫຼວງຮ່າໂນ້ຍ, ເຊິ່ງຜູ້ກ່ຽວໄດ້ໃຊ້ມີດທຳຮ້າຍຜູ້ຍິງ 2 ຄົນ ແລະ ເດັກນ້ອຍຜູ້ຍິງອີກຄົນ 1 ຈາກນັ້ນກໍລົງມືຈູດເຮືອນ.

ເຫດການດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊີວິດທີ່ໂຮງໝໍ 1 ຄົນ, ເດັກຍິງໄດ້ຮັບບາດເຈັບສາຫັດ; ຜ່ານການສອບຖາມຄົນອ້ອມຂ້າງຮູ້ວ່າ: ກ່ອນເກີດເຫດ 2 ວັນ ໃນຄ້າຍດັດສ້າງແຫ່ງນີ້ ກໍເກີດເຫດນັກຮຽນຕີກັນ ແລະ ເຮັດໃຫ້ມີນັກຮຽນຄົນໜຶ່ງເສຍຊີວິດ.

ການລົງປະຕິບັດງານຂອງເຈົ້າໜ້າທີ່

ຕາມການລາຍງານຂອງປະຊາຊົນທີ່ມີໜ້າ ໃນສະຖານທີ່ເກີດເຫດ ໃນມື້ນັ້ນ ໃຫ້ຮູ້ວ່າ: ເວລາປະມານ 9:30 ໂມງຂອງມື້ດຽວກັນ ປະກົດເຫັນເດັກນ້ອຍຜູ້ຍິງແລ່ນອອກມາຈາກເຮືອນ ແລະ ຮ້ອງຂໍຄວາມຊ່ວຍເຫຼືອ, ຕາມຕົນຕົວແມ່ນມີຮ່ອງຮອຍການໄດ້ຮັບບາດເຈັບ ພ້ອມດຽວກັນນັ້ນ ພວກເຂົາກໍແນມເຫັນຄວັນໄຟໄໝ້ກຸ້ມຂຶ້ນເທິງເຮືອນຫຼັງດັ່ງກ່າວ; ດັ່ງນັ້ນ, ຈຶ່ງໄດ້ບອກກັນໄປຊ່ວຍມອດໄຟ.

ມີປະຊາຊົນບາງຄົນ ໃຫ້ຮູ້ວ່າ: 

ພວກຕົນຕົກໃຈເມື່ອແນມເຫັນຜູ້ຍິງຄົນໜຶ່ງນອນຂວໍ້າໜ້າລົງພື້ນ ເຊິ່ງເບິ່ງຕາມຕົນຕົວແມ່ນມີຮອຍຖືກຂອງມີຄົມແທງຫຼາຍຈຸດ; ຈາກນັ້ນ, ພວກຕົນເອງຈຶ່ງໄດ້ນຳຕົວສົ່ງໂຮງໝໍເມືອງຊັອກເຊິ້ນ ຢ່າງຮີບດ່ວນ ຕໍ່ມາໄດ້ຍ້າຍໄປທີ່ໂຮງໝໍ Saint Paul.

ຜູ້ຍິງທີ່ຖືກນຳສົ່ງໂຮງໝໍແມ່ນ ນາງ ຫງວຽນທິແທ້ງຫວ່ຽນ ອາຍຸ 41 ປີ ຢູ່ X143 ຕາແສງຈຸ້ງຫງ້າ, ເຈົ້າໜ້າທີ່ຮູ້ຈາກການໃຫ້ປາກຄຳຂອງປະຊາຊົນຕື່ມອີກວ່າ: ກ່ອນໜ້ານີ້, ພວກເຂົາຍັງເຫັນນາງ ຫງວຽນທິເມີ້ ອາຍຸ 32 ປີ ຢູ່ເຂດດົ່ງລາກ ຄຸ້ມຕ້ຽນເດືອກ ເມືອງຊັອກເຊິ້ນ, ແລ່ນອອກມາລະບຽງເຮືອນຊັ້ນ 2 ຈາກນັ້ນກໍແລ່ນອອກມານອກ ເພື່ອເອົາຕົວລອດ.

ຕາມການລາຍງານຈາກສະພາປະຊາຊົນເມືອງຊັອກເຊິ້ນ ໃຫ້ຮູ້ວ່າ: ຜູ້ລົງມືກໍ່ເຫດດັ່ງກ່າວ ແມ່ນ ທ້າວ ເວື້ອງວັນບິ່ງ ອາຍຸ 49 ປີ ຢູ່ຕາແສງຊອງເຟື້ອງ ເມືອງຮວ່າຍດຶກ, ປັດຈຸບັນຜູ້ກ່ຽວມີໜ້າທີ່ເປັນຫົວໜ້າຄ້າຍເກັບອຸປະກອນການແພດ ສູນກາງບຳບັດເລກທີ 3. ຫຼັງຈາກເກີດເຫດ ເຈົ້າໜ້າທີ່ຕຳຫຼວດອາຍາ, ເຕັກນິກອາຍາ ກອງບັນຊາການຕຳຫຼວດເມືອງຊັອກເຊີ້ນ ໄດ້ລົງໄປສະຖານທີ່ເກີດເຫດຢ່າງຮີບດ່ວນ ເພື່ອເຮັດໜ້າທີ່ປ້ອງກັນ ແລະ ຈັດຕັ້ງການສືບສວນ-ສອບສວນ.

ຜ່ານການສືບສວນເບື້ອງຕົ້ນ ເຈົ້າໜ້າທີ່ໃຫ້ຮູ້ວ່າ: 

ປະມານ 9:00 ໂມງຂອງວັນທີ 3 ກໍລະກົດ 2018 ທ້າວ ບິ່ງ ໄດ້ກະກຽມໄວ້ກ່ອນແລ້ວ, ໂດຍເລີ່ມຈາກຂີ່ລົດຈັກພ້ອມເອົາມີດໄປນຳ 2 ດວງ ແລະ ນ້ຳມັນ 1 ແກ້ວ ໄປທີ່ເຮືອນຂອງ ນາງ ຫວ່ຽນ ແລະ ນາງ ເມີ້ ( ໂດຍທັງສອງຄົນນີ້ ແມ່ນພະນັກງານແພດປິ່ນປົວທີ່ຄ້າຍດຽວກັນກັບຜູ້ກ່ຽວ ) ແລ້ວພວກເຂົາກໍໄດ້ມີການຖົກຖຽງກັນຢ່າງຮຸນແຮງ.

ເຈົ້າໜ້າທີ່

ຫຼັງຈາກນັ້ນບໍ່ເທົ່າໃດນາທີ, ນາງ ຫວ່ຽນ ໄດ້ຍ່າງລົງມາເຮືອນຄົວ, ນາງ ເມີ້ ນັ່ງຢູ່ຕັ່ງທາງເທິງ ແຕ່ຢູ່ໆ ທ້າວ ບິ່ງ ຈັກເຂົ້າມາແຕ່ຍາມໃດ ໄດ້ໃຊ້ມີດມາແທງເຂົ້າຕາມຕົນຕົວ ແລະ ຕາມແຂນຂາຂອງ ນາງ ເມີ້ ຫຼາຍບາດ ຈົນ ນາງ ເມີ້ ຕ້ອງຫາທາງແລ່ນເອົາຕົວຫຼົບໜີລົງໄປລີ້ຢູ່ກ້ອງຂັ້ນໄດ, ແຕ່ ທ້າວ ບິ່ງ ຍັງບໍ່ຢຸດເຊົາ ລາວໄດ້ຈັບມີດນຳລົງໄປທີ່ເຮືອນຄົວ ແລ້ວໃຊ້ມີດແທງ ນາງ ຫວ່ຽນ ອີກຫຼາຍບາດ. ໃນເວລາດຽວກັນນັ້ນ, ນາງ ໂດຼທິບິກຫງັອກ ອາຍຸ 15 ປີ (ລູກສາວຂອງ ນາງ ຫວ່ຽນ) ເມື່ອໄດ້ຍິນສຽງຮ້ອງໄຫ້ຂອງຜູ້ເປັນແມ່ ຈຶ່ງໄດ້ແລ່ນລົງມາຈາກຊັ້ນ 2 ຫວັງຈະຊ່ວຍແມ່ ແຕ່ສຸດທ້າຍກໍຖືກເປົ້າໝາຍດັ່ງກ່າວໃຊ້ມີດແທງ, ບາດຕາມຕົນຕົວບໍລິເວນຄໍ,  ແຂນ ແລະ ບ່າ.

ພາບວິນາທີທີ່ຜູ້ກໍ່ເຫດໄລ່ທຳຮ້າຍຄົນອື່ນ

ຫຼັງຈາກນັ້ນ, ຜູ້ກ່ຽວໄດ້ກັບໄປທີ່ກ້ອງຂັ້ນໄດ ແລ້ວສືບຕໍ່ໃຊ້ມີດແທງ ນາງ ເມີ້ ແຕ່ໂຊກດີທີ່ກ້ອງຂັ້ນໄດນັ້ນຕໍ່າ ແລະ ແຄບ ດັ່ງນັ້ນຜູ້ກ່ຽວຈຶ່ງບໍ່ສາມາດລົງມືໃຊ້ມີດແທງໄດ້ອີກ.

ເມື່ອເປັນເຊັ່ນນັ້ນ, ສອງແມ່-ລູກຫາໂອກາດ ແລະ ກໍພາກັນແລ່ນອອກໄປນອກເຮືອນ ແຕ່ ທ້າວ ບິ່ງ ກໍຍັງແລ່ນນຳອອກມາແລ້ວໃຊ້ມີດແທງ ນາງ ຫວ່ຽນ ຢ່າງຕໍ່ເນື່ອງອີກຫຼາຍຄັ້ງ ເຮັດໃຫ້ ນາງ ຫວ່ຽນ ລົ້ມຟຸບໜ້າລົງພື້ນເດີ່ນໜ້າເຮືອນ, ສ່ວນ ນາງ ຫງັອກ ແມ່ນສາມາດແລ່ນອອກວິດຈາກເຂດດັ່ງກ່າວ. ຫຼັງຈາກນັ້ນ, ທ້າວ ບິ່ງ ໄດ້ນຳເອົາແກ້ວນໍ້າມັນທີ່ກຽມມາ ເອົາໄປຈູດໄຟທີ່ເຮືອນຄົວ ແລ້ວຈັບແລ່ນຂຶ້ນຂັ້ນໄດເຮືອນຊັ້ນ 2 ແລ້ວຈູດ, ຫຼັງຈາກທີ່ຄວັນໄຟດັ່ງກ່າວພຸ່ງຂຶ້ນ. ຫຼັງຈາກນັ້ນ, ທ້າວ ບິ່ງ ໄດ້ເອົາຕົວຫຼົບໜີອອກຈາກສະຖານທີ່ເກີດເຫດ ອອກໄປທີ່ຮ້ານຂາຍສາລີຕົ້ມແຄມທາງ ເຂດເສັ້ນທາງເລກທີ 3 ຂຶ້ນກັບເຂດຝູ່ມ້າ ເມືອງຊັອກເຊິ້ນ, ຈາກນັ້ນຜູ້ກ່ຽວໄດ້ໃຊ້ມີດດວງດັ່ງກ່າວປາດຄໍ ແລະ ແຂນຂາຂອງຕົນເອງຈົນເສຍຊີວິດຄາທີ່. ສຳລັບ ນາງ ເມີ້ ແມ່ນຖືກນຳຕົວສົ່ງໂຮງໝໍເມືອງຊັອກເຊິ້ນ ສ່ວນ ນາງ ຫວ່ຽນ ແລະ ນາງ ຫງັອກ (ລູກສາວ) ແມ່ນຖືກນຳຕົວສົ່ງໂຮງໝໍ Saint Paul, ແຕ່ຍ້ອນ ນາງ ຫວ່ຽນ ອົດທົນຄວາມເຈັບຈາກບາດແຜບໍ່ໄຫວ ຈຶ່ງເສຍຊີວິດໃນເວລາ 13:00 ໂມງຂອງວັນດຽວກັນ.

ຕາມຜົນຂອງການສືບສວນ-ສອບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ຕຳຫຼວດ ໃຫ້ຮູ້ວ່າ: ສາເຫດຫຼັກໃນເຫດການທີ່ເກີດຂຶ້ນ ແມ່ນມາຈາກການຜິດຖຽງກັນຢ່າງຮຸນແຮງລະຫວ່າງ ທ້າວ ບິ່ງ,  ນາງ ຫວ່ຽນ ແລະ ນາງ ເມີ້ ເລື່ອງໜ້າທີ່ວຽກງານໃນຄ້າຍ ເພາະວ່າກ່ອນເກີດເຫດສອງວັນ ໄດ້ເກີດສະພາບນັກຮຽນຕີກັນຈົນເຖິງຂັ້ນເສຍຊີວິດ; ສະນັ້ນ, ເຈົ້າໜ້າທີ່ຄາດວ່າ: ນີ້ອາດເປັນບັນຫາຫຼັກທີ່ເຮັດໃຫ້ຜູ້ກ່ຽວເກີດແນວຄິດໂຍນຄວາມຜິດໃຫ້ກັບທັງສອງຄົນ ຈຶ່ງເກີດຜິດຖຽງກັນຂຶ້ນ.

ຕາມການລາຍງານຫຼ້າສຸດ ໃຫ້ຮູ້ວ່າ: ນາງ ຫງັອກ ແມ່ນພົ້ນຂີດອັນຕະລາຍແລ້ວ ເພາະວ່າໄດ້ຮັບການດູແລເບິ່ງແຍງຢ່າງພິເສດຈາກແພດໝໍ ໂຮງໝໍ Saint Paul, ປັດຈຸບັນເຈົ້າໜ້າທີ່ຕຳຫຼວດກຳລັງຮີບໂຮມພະຍານຫຼັກຖານ ແລະ ດຳເນີນການສືບສວນຄະດີດັ່ງກ່າວ ຢ່າງລະອຽດ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ