ຜະລິດຕະພັນຈາກໄມ້ລາຄາແພງ

ທຸກໆປີ, ຫຼາຍຮ້ອຍເປົ້າໝາຍທີ່ເຄື່ອນໄຫວຄ້າຂາຍຜະລິດຕະພັນແກະສະຫຼັກ ທີ່ເຮັດຈາກໄມ້ລາຄາແພງ ເຊິ່ງຖືກເອີ້ນວ່າ: “shan laoshu” ຫຼື  ເອີ້ນວ່າ ໂຕໜູພູ, ກຸ່ມເປົ້າໝາຍດັ່ງກ່າວ ຖືກຈັບຕົວໃນຂະນະທີ່ພວກເຂົາກຳລັງຂຸດຄົ້້ນໄມ້ທີ່ມີລາຄາແພງໃນປະເທດ, ເຊິ່ງຊະນິດໄມ້ທີ່ພວກເຂົານຳມາແກະສະຫຼັກ ສ່ວນຫຼາຍຈະແມ່ນໄມ້ດູ່ລາຍ ແລະ ໄມ້ຂະຍຸງ.

ຍ້ອນວ່າໄມ້ຊະນິດດັ່ງກ່າວ ມີເນື້ອຫອມ ແລະ ແຂງເປັນພິເສດ ພ້ອມທັງເປັນໄມ້ຊະນິດທີ່ຍັງມີລາຍງາມນຳອີກ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຊະນິດໄມ້ດັ່ງກ່າວ ກາຍເປັນເປົ້າໝາຍຖືກຂຸດຄົ້ນໃຫ້ບັນດາຜູ້ລັກລອບຄ້າຂາຍ ຫຼື ນຳມາແກະສະຫຼັກຂາຍເປັນສິນຄ້າ, ໂດຍໄມ້ທີ່ຖືກແກະສະຫຼັກອອກມາ ຈະຖືກກຸ່ມນັກທຸລະກິດ ແລະ ບັນດາຫ້າງຮ້ານ ຊື້ໄປເປັນໄມ້ປະດັບເຮືອນຂອງຕົນ ເຊິ່ງເຊື່ອວ່າເປັນໄມ້ມຸງຄຸນນຳໂຊກໄຊມາໃຫ້ຄອບຄົວ ແລະ ກິດຈະການຂອງຕົນ; ດັ່ງນັ້ນ, ກຸ່ມເຄື່ອນໄຫວຈຶ່ງຊອກທຸກວິທີທາງ ເພື່ອຊອກໄມ້ຊະນິດດັ່ງກ່າວມາປະດິດ ຫຼື ແກະສະຫຼັກເປັນຮູບແບບຕ່າງໆ ເຊິ່ງຮູບແບບການເຄື່ອນໄຫວຂອງພວກເຂົາ ຈະຊື້ໄມ້ທີ່ບໍ່ຖືກຕ້ອງມາປະສົມກັບໄມ້ທີ່ຊື້ມາແບບຖືກຕ້ອງຕາມກົດໝາຍ ແລ້ວຜະລິດຂາຍປົນກັນອອກໄປ ເພື່ອຫຼົບຫຼີກຈາກສາຍຕາຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ.

ພື້ນທີ່ປະມານ 60% ຂອງປະເທດໄຕ້ຫວັນ ແມ່ນຖືກລັດຖະບານອອກດຳລັດຄຸ້ມຄອງປ່າຢ່າງເຄັ່ງຄັດ ເພາະວ່າໃນພື້ນທີ່ປ່າໃນປະເທດດັ່ງກ່າວ ເປັນປ່າທີ່ປະກອບມີພັນໄມ້ທີ່ມີຄ່າແພງຈຳນວນຫຼາຍຊະນິດ ແລະ ມີອາຍຸແກ່ທີ່ສຸດໃນໂລກ; ເພາະເຫດນີ້, ຜ່ານມາຈຶ່ງເກີດມີການຍາດຊີງເຂົ້າຈຸດຂຸດຄົ້ນໄມ້ ແລະ ກໍເຄີຍມີການຕໍ່ສູ້ກັນດ້ວຍອາວຸດຄືໃນລະຄອນ ລະຫວ່າງ ເຈົ້າໜ້າທີ່ຕຳຫຼວດ ແລະ ກຸ່ມເຄື່ອນໄຫວລັກລອບຂຸດຄົ້ນໄມ້ ຈຳນວນຫຼາຍຄັ້ງ.

ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດປະເທດໄຕ້ຫວັນ ສາມາດມ້າງໄດ້ຄະດີລັກລອບຂຸດຄົ້ນໄມ້ ແລະ ຂາຍຜະລິດຕະພັນໄມ້ແກະສະຫຼັກທີ່ມີຄ່າແພງ ໃນປີ 2016, ມ້າງໄດ້ 244 ເລື່ອງ, ຈັບຕົວຜູ້ຖືກຫາໄດ້ຈຳນວນຫຼາຍສິບຄົນ, ປີ 2017 ມ້າງໄດ້ 239 ເລື່ອງ; ສ່ວນຫຼາຍແມ່ນເກີດຂຶ້ນຢູ່ໃນບັນດານະຄອນຄື: ນະຄອນ Nantou, Chiayi, Hsinchu ແລະ ນະຄອນ Miaoli.

ການແກະສະຫຼັກໄມ້

ທ່ານ Frank Lin ຫົວໜ້າກົມປ່າໄມ້ ປະເທດໄຕ້ຫວັນ ໃຫ້ຮູ້ວ່າ: 

ຕົວເລກຄະດີລັກລອບຕັດໄມ້ ແລະ ຂຸດຄົ້ນໄມ້ບໍ່ຖືກຕ້ອງຕາມກົດໝາຍ ມີການຫຼຸດລົງເທື່ອລະໜ້ອຍ ຍ້ອນມີການວາງມາດຕະການ ແລະ ຈັດຕັ້ງປະຕິບັດຢ່າງເດັດຂາດຂອງເຈົ້າໜ້າທີ່ຕຳຫຼວດ ກໍຄືມີລະບົບການຕິດຕາມທີ່ໄດ້ຮັບການເພີ່ມທະວີ.

ທ່ານ Frank Lin

ກຸ່ມເຄື່ອນໄຫວລັກລອບຂຸດຄົ້ນໄມ້ ມັກຈະໃຊ້ວິທີຕັດແຍກໄມ້ອອກເປັນຊິ້ນສ່ວນນ້ອຍ ເພື່ອຄວາມສະດວກໃນການນຳອອກມາຈາກປ່າ, ຈາກນັ້ນພວກເຂົາຈະນຳມາຂາຍໃຫ້ບັນດາຮ້ານທີ່ເຮັດທຸລະກິດກ່ຽວກັບການຄ້າຂາຍໄມ້ ຫຼື ແກະສະຫຼັກໄມ້ຈຳນວນຫຼາຍຮ້ອຍຮ້ານ ທີ່ມີໃນແຕ່ລະນະຄອນ ທີ່ໄດ້ກ່າວຂ້າງເທິງ; ຈາກນັ້ນ, ບັນດາຮ້ານທີ່ດຳເນີນກິດຈະການກ່ຽວກັບໄມ້ທີ່ໄດ້ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍເຫຼົ່ານີ້ ຈະນຳເອົາໄມ້ທີ່ຊື້ເຂົ້າຈາກກຸ່ມລັກຂຸດຄົ້ນ ມາແປຮູບຕາມທີ່ລູກຄ້າສັ່ງແລ້ວຂາຍປົນກັນອອກຢ່າງບໍ່ມີໃຜຮັບຮູ້ໄດ້.

ອັນທີ່ໜ້າເປັນຫ່ວງທີ່ສຸດໃນປັດຈຸບັນແມ່ນ ເຈົ້າໜ້າທີ່ໄດ້ສອບຖາມບັນດາຊ່າງແກະສະຫຼັກ ແລະ ເຈົ້າຂອງໂຮງເຟີນິເຈີ ເຊິ່ງພວກເຂົາໄດ້ລາຍງານວ່າ: ໄດ້ໄມ້ ແລະ ຕໍໄມ້ລາຄາແພງນີ້ ມາຈາກກຸ່ມເຄື່ອນໄຫວລັກລອບຂຸດຄົ້ນໄມ້ບໍ່ຖືກຕ້ອງຕາມລະບຽບກົດໝາຍ ເອົາມາຂາຍໃຫ້, ແບບການແກະສະຫຼັກ ສ່ວນຫຼາຍຈະແກະເປັນຮູບພຣະ ຫຼື ຮູບໝາກໄມ້ ເຊິ່ງມີຊື່ເອີ້ນວ່າ: uimu pinggu ເຊິ່ງມີຄວາມໝາຍວ່າ “ຈະນຳມາເຊິ່ງຄວາມສຸກໂຊກດີໃຫ້ ກັບຄົນທີ່ໄດ້ເປັນເຈົ້າຂອງ ”, ເຖິງແມ່ນຈະຮູ້ວ່າ ຕົນເອງກຳລັງຮັບຊື້ໄມ້ທີ່ຂຸດຄົ້ນມາບໍ່ຖືກຕາມລະບຽບກົດໝາຍ ແຕ່ກໍຍັງເຮັດປ້າຍໂຄສະນາປະກາດຂາຍແບບເປີດເຜີຍ.

ທ້າວ Willy Lee, ເຈົ້າຂອງຮ້ານຂາຍຜະລິດຕະພັນໄມ້ແກະສະຫຼັກ ທີ່ນະຄອນແຊນຢີ ໃຫ້ຮູ້ວ່າ: ຕະຫຼອດ 20 ກວ່າປີ, ຕົນເອງໄດ້ດຳເນີນກິດຈະການເປີດຮ້ານຂາຍເຄື່ອງແກະສະຫຼັກທີ່ເຮັດດ້ວຍໄມ້ຕາມແຂກສັ່ງ ມາດົນກວ່າ 20 ປີ; ອາດເວົ້າໄດ້ວ່າ: ເຈົ້າໜ້າທີ່ຕຳຫຼວດ ຫຼື ເຈົ້າໜ້າທີ່ປ່າໄມ້ ຈະບໍ່ສາມາດຮູ້ໄດ້ວ່າອັນໃດທີ່ຜະລິດອອກມາຈາກໄມ້ທີ່ຖືກຂຸດຄົ້ນແບບບໍ່ຖືກລະບຽບ ເພາະເຈົ້າໜ້າທີ່ຈະມີແຕ່ວິທີການກວດກາ ແລະ ເຂົ້າຈັບກຸມກຸ່ມຄົນເຄື່ອນໄຫວເທົ່ານັ້ນ, ສ່ວນຜູ້ຮັບຊື້ເຂົ້າໂຮງແກະສະຫຼັກ ກໍບໍ່ເຄີຍຮຽກຮ້ອງເຖິງໜັງສືທີ່ຜູ້ນຳໄມ້ມາຂາຍໃຫ້ນັ້ນວ່າ ຖືກຕ້ອງຕາມກົດໝາຍ ຫຼື ບໍ່.

ທ່ານ Li Genzheng, ຜູ້ຊ່ຽວຊານຂອງພັກສີຂຽວ (Green Party) ແລະ ເປັນຜູ້ຊີ້ນຳການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ NGO ເຮັດໜ້າທີ່ປ້ອງກັນສິ່ງແວດລ້ອມ Citizens of the Eearth Taiwan (CET), ໄດ້ໃຫ້ທັດສະນະແລກປ່ຽນວ່າ: ລັດຖະບານຄວນກໍ່ຕັ້ງຄະນະກວດກາ ທີ່ໄປທີ່ມາຂອງຜະລິດຕະພັນກ່ຽວກັບໄມ້ສົ່ງອອກທ້ອງຕະຫຼາດ ຢ່າງເຂັ້ມງວດ.

ໄມ້ແກະສະຫຼັກທີ່ມີລາຄາແພງ

ເຖິງຢ່າງໃດກໍຕາມ, ທ່ານ Yang Hongchi, ຮອງຫົວໜ້າກົມໃຫຍ່ກົມປ່າໄມ້ ປະເທດໄຕ້ຫວັນ ໄດ້ໃຫ້ທັດສະນະວ່າ:

ຂ້າພະເຈົ້າເຊື່ອວ່າ ປະຊາຊົນໃນປະເທດໄຕ້ຫວັນຈຳນວນຫຼາຍ ແມ່ນມີຄວາມຮູ້ ແລະ ເຂົ້າໃຈທຸກບັນຫາທີ່ກ່ຽວກັບປ່າ, ປະເທດໄຕ້ຫວັນ ເປັນປະເທດທີ່ພັດທະນາ; ດັ່ງນັ້ນ, ເຊື່ອແນ່ວ່າ ປະຊາຊົນກໍຈະມີຄວາມຄິດທີ່ສະຫຼາດ ແຕ່ໃນຂະນະດຽວກັນນັ້ນ ສ່ວນຫຼາຍແມ່ນແຂກຕ່າງຊາດ ແລະ ນັກທຸລະກິດທີ່ປະເທດໄຕ້ຫວັນ ມັກຈະຖືກຂໍ້ຫາມີສ່ວນກ່ຽວຂ້ອງກັບການຂຸດຄົ້ນໄມ້ ແລະ ເຮັດທຸລະກິດກ່ຽວກັບໄມ້.

ທ່ານ Yang Hongchi

ໃນປີ 2017, ກົມປ່າໄມ້ ປະເທດໄຕ້ຫວັນ ໄດ້ສົມທົບກັບ ກົມສືບສວນ-ສອບສວນ ເພື່ອດຳເນີນການປາບປາມ, ກວດລ້າງກຸ່ມເຄື່ອນໄຫວລັກລອບຂຸດຄົ້ນ ແລະ ຄ້າຂາຍໄມ້ທີ່ຫວງຫ້າມບໍ່ຖືກຕ້ອງຕາມກົດໝາຍ. ຜ່ານການປະຕິບັດຕົວຈິງໃນປີດຽວກັນ, ເຈົ້າໜ້າທີ່ກວດພົບບໍລິສັດປຸງແຕ່ງໄມ້ ແລະ ເຄື່ອງປ່າທີ່ເທດສະບານ Oingtung ພາກໃຕ້ຂອງປະເທດ ເຊິ່ງບໍລິສັດດັ່ງກ່າວເປັນຜູ້ຜະລິດ, ແກະສະຫຼັກໄມ້ລາຄາແພງທີ່ໄດ້ມາຈາກການຂຸດຄົ້ນບໍ່ຖືກຕ້ອງ.

ຂະບວນການປາບປາມທີ່ນະຄອນ Taichung, ເຈົ້າໜ້າທີ່ໄດ້ເຂົ້າຈັບກຸມຕົວເປົ້າໝາຍ ແລະ ກວດຢຶດເອົາໄມ້ທີ່ລາຄາແພງ ມູນຄ່າ 3,2 ລ້ານໂດລາ, ເຊິ່ງເປັນຊະນິດໄມ້ດູ່ລາຍດຳ ຫຼື ເອີ້ນວ່າ Hinoki ເຊິ່ງເປັນໄມ້ທີ່ນອນຢູ່ໃນບັນຊີໄມ້ຫວງຫ້າມຂອງສາກົນ (IUCN).

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ