ປັດຈຸບັນນີ້, ສະພາບການຄ້າມະນຸດ ນັບມື້ນັບແຜ່ຂະຫຍາຍ ແລະ ຍັງເປັນປະກົດການທີ່ຫຼາຍປະເທດກຳລັງສຸມໃສ່ປ້ອງກັນ, ຕ້ານປະກົດການດັ່ງກ່າວຢ່າງຕັ້ງໜ້າ; ດັ່ງເຫດການທີ່ເກີດຂຶ້ນທີ່ຕາແສງຫງັອກເຊິ້ນ ເມືອງຫຽບຮວ່າ ແຂວງບັ໋ກຢາງ ເຊິ່ງ ທ້າວ ດັ່ງວັນຖຸ່ຍ ອາຍຸ 50 ປີ ຖືກເຈົ້າໜ້າທີ່ຕຳຫຼວດ ແຂວງຫຼາງເຊິ້ນ ຈັບກຸມຕົວໃນຂະນະທີ່ກຳລັງຮ່ວມຫົວກັບແຟນສາວນຳເອົາລູກສາວນ້ອຍຂອງຕົນເອງຂ້າມໄປຂາຍທີ່ເຂດຊາຍແດນປະເທດຈີນ. ເຈົ້າໜ້າທີ່ປະຈຳດ່ານຊາຍແດນ ໃຫ້ຮູ້ວ່າ: ປັດຈຸບັນສະພາບການຄ້າມະນຸດ ຈະເກີດຂຶ້ນໃນຫຼາຍຮູບແບບ ສາເຫດຫຼັກໆຂອງການກໍ່ເຫດ ກໍຍ້ອນເງິນຕົວດຽວເທົ່ານັ້ນ, ບັນດາເປົ້າໝາຍກໍ່ເຫດແມ່ນຍອມຂາຍໄດ້ ແມ້ແຕ່ຄົນທີ່ຕົນເອງຮັກ ໃຫ້ກັບຜູ້ອື່ນແບບບໍ່ຄິດງໍ້ຕໍ່ກັບ ການກະທຳທີ່ຕົນກະທຳລົງໄປພໍໜ້ອຍ.

ເມື່ອເຈົ້າໜ້າທີ່ຈັບຜູ້ເປັນພໍ່ ແລ້ວສົ່ງເຂົ້າຫ້ອງກັກຂັງ, ຜູ້ເປັນລູກອາຍຸ 4 ປີ ກໍຍັງສົ່ງສຽງຮ້ອງໄຫ້ ແລະ ເອີ້ນຫາພໍ່ ແຕ່ກໍຍ້ອນຄວາມຮັກ ແລະ ຜູກພັນບວກກັບຍັງເປັນເດັກນ້ອຍ ບໍ່ທັນຮູ້ຕົ້ນປາຍສາເຫດຫຍັງ ໂດຍບໍ່ຮູ້ເລີຍວ່າ ຕົນເອງເປັນຜູ້ໂຊກດີທີ່ຖືກເຈົ້າໜ້າທີ່ຊ່ວຍເຫຼືອເອົາໄວ້ຈາກພໍ່ແທ້ໆຂອງຕົນເອງທີ່ມີຈິດໃຈໂຫດຮ້າຍ; ຜ່ານການສອບສວນຂອງເຈົ້າໜ້າທີ່ຕຳຫຼວດ, ທ້າວ ດັ່ງວັນຖຸ່ຍ ຮັບສາລະພາບວ່າ: ຍ້ອນບໍ່ມີເງິນຊື້ກິນໃນຊີວິດປະຈຳວັນ ຈຶ່ງໄດ້ຮ່ວມຫົວກັບແຟນ ຄືນາງ ຫງວຽນທິຈ້າງ ອາຍຸ 21 ປີ ຢູ່ຕາແສງຊວັນຈຸກ ເມືອງເອິ້ນທີ ແຂວງຮຶງອ້ຽນ ໂດຍມີການວາງແຜນນຳລູກສາວຂອງຕົນຂ້າມໄປຂາຍທີ່ເຂດໃກ້ຊາຍແດນ ໂດຍລາຄາຕົກລົງຂາຍແມ່ນ 10 ລ້ານດົ່ງ.

ສ່ວນກໍລະນີຕໍ່ມາ ແມ່ນລູກນ້ອຍ 2 ຄົນຂອງທ້າວ ຮວ່າງຫງັອກເກື່ອງ ຢູ່ລົກຮວ່າ ນະຄອນນາມດິ້ງ ແຂວງນາມດິ້ງ ກໍຕົກໃນກໍລະນີເປັນຜູ້ໂຊກດີຖືກຊ່ວຍເຫຼືອຫວິດຈາກມືຂອງເປົ້າໝາຍຄ້າມະນຸດ; ເມື່ອຮັບລູກກັບມາບ້ານແລ້ວ ຈຶ່ງຮູ້ພາຍຫຼັງວ່າ ບຸກຄົນທີ່ເປັນເປົ້າໝາຍຄ້າມະນຸດ ຂ້າມໄປປະເທດຈີນນັ້ນ ແມ່ນເອື້ອຍຄີງຂອງຕົນເອງ ເຊິ່ງປັດຈຸບັນຜູ້ກ່ຽວດຳລົງຊີວິດຢູ່ແຂວງກວາງດົ້ງ ປະເທດຈີນ.

ຕາມການລາຍງານຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃຫ້ຮູ້ວ່າ: ກ່ອນໜ້ານີ້ປະມານ 20 ປີ, ນາງ ຮວ່ານທິຮົ່ງ ກໍເຄີຍມີປະຫວັດກ່ຽວຂ້ອງກັບຄະດີຄ້າມະນຸດ, ເຊິ່ງຜູ້ກ່ຽວກໍເປັນບຸກຄົນໜຶ່ງທີ່ຖືກຕົວະຂ້າມໄປຂາຍທີ່ປະເທດຈີນ ຜູ້ກ່ຽວແມ່ນຜ່ານຄວາມທຸກທໍລະມານຫຼາຍປະການ ຈົນສຸດທ້າຍຕ້ອງມາເປັນເມຍຂອງຜູ້ຊາຍຊາວຈີນທີ່ແຂວງກວາງດົງ.

ຕາມການສອບສວນຂອງເຈົ້າໜ້າທີ່ ນາງ ຮົ່ງ ໄດ້ສາລະພາບວ່າ: ຫຼັງຈາກຕົນເອງໄດ້ໄປທີ່ເຮືອນຂອງຄົນຮູ້ຈັກ ເຊິ່ງແມ່ນຜູ້ຍິງຄົນຫວຽດນາມທີ່ເອົາຜົວຢູ່ແຂວງກວາງດົງ (ປະເທດຈີນ) ກໍຖືກແນະນຳໃຫ້ມີການຮ່ວມມືກັບກຸ່ມເຄື່ອນໄຫວຄ້າມະນຸດ ໂດຍໄດ້ມອບໃຫ້ຜູ້ກ່ຽວເປັນຜູ້ປະສານ ແລະ ຂ້າມມາຫວຽດນາມ ຊອກຕິດຕໍ່ເອົາເດັກນ້ອຍ ໄດ້ແລ້ວສົ່ງຂ້າມໄປຂາຍທີ່ປະເທດຈີນ ໃນລາຄາ 10.000 ຢວນຕໍ່ເດັກໜຶ່ງຄົນ.

ສວຍໃຊ້ຕອນກັບເມືອຢາມຄອບຄົວທີ່ແຂວງນາມດິ້ງ ໂດຍອາໄສຕອນຄອບຄົວອ້າຍ-ນ້ອງຂອງຕົນບໍ່ຢູ່ບ້ານ, ນາງ ຮົ່ງ ຈຶ່ງໄດ້ນຳເດັກນ້ອຍ 2 ຄົນ ຊື່ ນາງ ຮວ່າງຫງັອກ K ອາຍຸ 6 ປີ ແລະ ນາງ ຮວ່າງຫງັອກ L ອາຍຸ 2 ປີ ນຳຂຶ້ນລົດໄປທີ່ແຂວງມອງກາຍ ເພື່ອສົ່ງຂ້າມໄປຂາຍທີ່ປະເທດຈີນ, ແຕ່ຍ້ອນມີການລາຍງານຢ່າງຮີບດ່ວນຂອງພໍ່-ແມ່ເດັກນ້ອຍ ແລະ ການປະສານສົມທົບ, ການເຮັດວຽກຂອງເຈົ້າໜ້າທີ່ ປະສານຫາ ເຈົ້າໜ້າທີ່ຕຳຫຼວດປະຈຳດ່ານ ຈຶ່ງສາມາດສະກັດກັ້ນເດັກນ້ອຍທັງ 2 ຄົນນີ້ ໄວ້ທັນ.

ສ່ວນກໍລະນີອື່ນທີ່ ເຈົ້າໜ້າທີ່ຕຳຫຼວດປະຈຳດ່ານສາກົນ ມອງກາຍ ແຂວງກວາງນິ້ງ ສາມາດກວດພົບ ແລະ ແກ້ໄຂໄດ້ກ່ອນໜ້າບໍ່ດົນນີ້ ແມ່ນໃນຂະນະທີ່ແມ່ແທ້ໆຂອງເດັກໄດ້ເອົາລູກຂອງຕົນທີ່ຫາເກີດ ໄດ້ 7 ເດືອນໄປຂາຍ, ເຊິ່ງເຈົ້າໜ້າທີ່ໄດ້ຈັບກຸມຕົວ ນາງ ຟານຫງັອກແອັງ (ແມ່ຂອງເດັກ) ຢູ່ນະຄອນໂຮ່ຈິມິນ; ຜ່ານການສອບສວນ ຜູ້ກ່ຽວໃຫ້ຄວາມກັບເຈົ້າໜ້າທີ່ວ່າ: ຕົນເອງມີຄວາມຕ້ອງການເງິນໃຊ້ໃນຊີວິດປະຈຳວັນ ແລະ ບໍ່ມີທາງຫາເງິນເພື່ອລ້ຽງລູກໄດ້; ດັ່ງນັ້ນ, ຈຶ່ງໄດ້ຕົກລົງສັນຍາກັບຄົນຮູ້ຈັກທີ່ປະເທດຈີນວ່າ ຈະຂາຍລູກຂອງຕົນເອງໃຫ້ໃນລາຄາ 50.000 ຢວນ, ໃນຂະນະທີ່ຜູ້ກ່ຽວຊອກຫາທາງນຳສົ່ງເດັກດັ່ງກ່າວອອກນອກປະເທດແບບບໍ່ຖືກຕ້ອງຕາມລະບຽບນັ້ນ ກໍຖືກເຈົ້າໜ້າທີ່ປະຈຳດ່ານສາກົນ ມອງກາຍ ກວດກາພົບ ແລະ ຈັບກຸມຕົວມາດຳເນີນຄະດີ.

ສະພາບດ່ານຊາຍແດນມອງກາຍ, ແຕ່ລະມື້ແມ່ນມີຄົນເຂົ້າ-ອອກດ່ານຈຳນວນຫຼາຍພັນຄົນ ໂດຍຫຼາຍຈຸດປະສົງ ເຊັ່ນ: ການຄ້າຂາຍ, ທ່ອງທ່ຽວ, ຢ້ຽມຢາມ, ປິ່ນປົວພະຍາດ ແລະອື່ນໆ, ທຸກໆມື້ແມ່ນມີລົດຫຼາຍຮ້ອຍຄັນໄປ-ມາຜ່ານດ່ານສາກົນດັ່ງກ່າວ. ເມື່ອເປັນເຊັ່ນນັ້ນ, ດ່ານສາກົນມອງກາຍ ຈຶ່ງເປັນສະຖານທີ່ທີ່ກຸ່ມສວຍໂອກາດເຄື່ອນໄຫວຄ້າຂາຍເຖື່ອນ ລວມໄປເຖິງການເຄື່ອນໄຫວຄ້າມະນຸດ.

ຮອ ເລ້ແອ້ງກວັນ ຫົວໜ້າກອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ນະຄອນມອງກາຍ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ຕຳຫຼວດທີ່ກ່ຽວຂ້ອງ ສາມາດກວດພົບຄະດີການຄ້າມະນຸດຫຼາຍສິບເລື່ອງ ແລະ ຈັບກຸມເປົ້າໝາຍເຄື່ອນໄຫວດັ່ງກ່າວໄດ້ຫຼາຍສິບຄົນ, ສາມາດຊ່ວຍເຫຼືອຜູ້ຖືກເຄາະຮ້າຍໃນຂະບວນການດັ່ງກ່າວຫຼາຍຄົນ, ໃນນັ້ນສ່ວນຫຼາຍຜູ້ຖືກເຄາະຮ້າຍໃນຄະດີແມ່ນຈະເປັນຜູ້ຍິງ ສ່ວນທີ່ເຫຼືອແມ່ນເດັກນ້ອຍ. ທ່ານຍັງໃຫ້ຮູ້ອີກວ່າ: ປັດຈຸບັນ ການຄ້າມະນຸດຜ່ານຊາຍແດນຂອງກຸ່ມເຄື່ອນໄຫວ ແມ່ນນັບມື້ນັບເພີ່ມຂຶ້ນ ແລະ ຮູບແບບການເຄື່ອນໄຫວກໍເລິກແລບທີ່ສຸດ.

ນາງ ຫງວຽນທິ H ແລະ ໝູ່ຊື່ ນາງ ຮວ່າງທິ P ທັງສອງເກີດປີ 1993 ໄດ້ຮັບການຊ່ວຍເຫຼືອຈາກເຈົ້າໜ້າທີ່ຕຳຫຼວດຂອງປະເທດຈີນ ແລະ ນຳສົ່ງກັບບ້ານເກີດທີ່ແຂວງແທ້ງຮວາ ປະເທດຫວຽດນາມ, ເຖິງປັດຈຸບັນທັງສອງຍັງບໍ່ກ້າເຊື່ອວ່າ ຕົນເອງຖືກເຈົ້າໜ້າທີ່ຊ່ວຍເຫຼືອໄດ້ປອດໄພ, ເພາະວ່າທັງສອງຄົນໄດ້ຖາມໄປຖາມມາກ່ຽວກັບຄວາມປອດໄພຂອງຕົນເອງ. ຜ່ານການສອບຖາມ ທັງສອງຄົນເລົ່າວ່າ: ພວກຕົນໄດ້ທົນທຸກທໍລະມານ, ຖືກບັງຄັບໃຫ້ຮັບແຂກ ແລະ ຂາຍບໍລິການທາງເພດ ທີ່ມີນາຍເປັນຜູ້ຄຸມແບບເໜັງບໍ່ໄດ້.

ການສຳພາດຜູ້ເຄາະຮ້າຍຈາກການຄ້າມະນຸດ

ຜ່ານການສືບສວນ ຈຶ່ງຮູ້ນຳຫຼັງວ່າ: ຄົນທີ່ສົ່ງຕົວພວກກ່ຽວຂ້າມໄປຂາຍທີ່ປະເທດຈີນນັ້ນ ທີ່ຈິງແລ້ວແມ່ນ ນ້າສາວແທ້ໆ ຂອງ ນາງ ຫງວຽນທິ H ເຊິ່ງແມ່ນ ນາງ ຫງວຽນທິທູ ອາຍຸ 37 ປີ; ເຊິ່ງຫຼາຍປີກ່ອນ ຜູ້ກ່ຽວ (ນາງ ຫງວຽນທິທູ) ກໍແມ່ນຜູ້ຖືກເຄາະຮ້າຍ ຖືກຕົວະຂ້າມໄປຂາຍທີ່ປະເທດຈີນເຊັ່ນກັນ ເຊິ່ງຜູ້ກ່ຽວຖືກບັງຄັບໃຫ້ແຕ່ງງານກັບຜູ້ຊາຍທີ່ອາຍຸຫຼາຍກວ່າຜູ້ກ່ຽວ 20 ປີ, ເມື່ອກັບມາຢາມບ້ານເກີດ ຜູ້ກ່ຽວກັບມາພ້ອມບົດບາດຊາວຄ້າຂາຍທີ່ມີເງິນ ແລະ ອ້າງວ່າຕ້ອງການຊອກຄົນຂ້າມໄປເຮັດວຽກນຳ ໂດຍຂາຍເຄື່ອງຊ່ວຍຕົນເອງທີ່ປະເທດຈີນ.

ເມື່ອຜູ້ກ່ຽວໄປປະກາດຊອກຫາຄົນພາຍໃນບ້ານ ບໍ່ໄດ້, ຜູ້ກ່ຽວຈຶ່ງກັບໄປຖາມຫຼານ ແລະ ຊັກ ຊວນເອົາຫຼານແທ້ໆຂອງຕົນ ເພາະໄລຍະນັ້ນພວກເຂົາກໍບໍ່ມີວຽກເຮັດ; ດັ່ງນັ້ນ, ຜູ້ເປັນຫຼານສາວຈຶ່ງຊວນໝູ່ໄປນຳອີກ 1 ຄົນ ເມື່ອຂ້າມຊາຍແດນໄປ ນາງ ທູ ໄດ້ມອບພວກກ່ຽວໃຫ້ກັບກຸ່ມເຄື່ອນໄຫວຄ້າມະນຸດທີ່ປະເທດຈີນ ໄດ້ເງິນຜູ້ລະ 15.000 ຢວນ ຈາກນັ້ນໄດ້ເອົາຕົວຫຼົບໜີ.

ນາງ ດວ່ານທິ L ອາຍຸ 40 ປີ ຢູ່ເມືອງຈີລິ້ງ ແຂວງຫາຍເຢື້ອງ ກໍແມ່ນໜຶ່ງໃນຜູ້ຖືກເຄາະຮ້າຍ ໃນຂະບວນການຄ້າມະນຸດ ແຕ່ຜູ້ກ່ຽວໂຊກດີທີ່ເຈົ້າໜ້າທີ່ຕຳຫຼວດ ແຂວງກວາງນິ້ງ ຊ່ວຍອອກມາໄດ້, ຜູ້ກ່ຽວເລົ່າຄືນວ່າ: ຕົນເອງຢູ່ກິນກັບ ທ້າວ ເກື່ອງ ເຊິ່ງເອີ້ນກັນວ່າ ຜົວ-ເມຍ; ເຖິງວ່າຈະຍັງບໍ່ທັນມີໃບທະບຽນແຕ່ງງານກໍຕາມ ແຕ່ຍ້ອນວ່າຕົນເອງ ແລະ ທ້າວ ເກື່ອງ ຕ່າງຄົນຕ່າງກໍເຄີຍມີຄອບຄົວມາກ່ອນແລ້ວ. ດັ່ງນັ້ນ, ຈຶ່ງຕັດສິນໃຈມາຢູ່ກິນນຳທ້າວ ເກື່ອງ; ຕົນເອງເຮັດວຽກເປັນກຳມະກອນຢູ່ໃກ້ເຮືອນ ສ່ວນທ້າວ ເກື່ອງ ແມ່ນເປັນພໍ່ຄ້າສົ່ງເຄື່ອງໄປ-ມາ ແຂວງຫຼາງເຊິ້ນ-ມອງກາຍ ຕ່າງຄົນບໍ່ຄ່ອຍໄດ້ຢູ່ຮ່ວມກັນພໍປານໃດ; ບາງຄັ້ງທີ່ ທ້າວ ເກື່ອງ ໄດ້ໄປດ່ານຊາຍແດນ ມອງກາຍ-ຈີນ ມັກຈະມາຮັບເມຍໄປເລາະຫຼິ້ນ, ຊື້້ເຄື່ອງໃຊ້ ພ້ອມນັ້ນກໍຍັງພາໄປຢ້ຽມຢາມຍາດພີ່ນ້ອງ ແລະ ເພື່ອນມິດຂອງເຂົານຳອີກ, ຈົນເຮັດໃຫ້ຜູ້ກ່ຽວຕາຍໃຈ ແລະ ເຊື່ອວ່າ ທ້າວ ເກື່ອງ ແມ່ນຮັກສຸດທ້າຍຂອງເຂົາ ແລະ ຫວັງຈະສົມຫວັງໃນຊີວິດ.

ແຕ່ບໍ່ເຄີຍຮູ້ເລີຍວ່າ: ນັ້ນເປັນພຽງເລ່ລ່ຽມຂອງ ທ້າວ ເກື່ອງ ແລະ ກໍບໍ່ຄິດເລີຍວ່າ ຕົນຈະຕົກເປັນເຫຍື່ອຂອງບຸກຄົນຄ້າມະນຸດ ເມື່ອຜູ້ກ່ຽວນຳໃຊ້ຈົນເບື່ອແລ້ວ ກໍຂາຍອອກໃຫ້ຄົນອື່ນ. ໂດຍໃຊ້ໂອກາດໃກ້ຮອດບຸນປີໃໝ່ ເຊິ່ງຜູ້ກ່ຽວໄດ້ຊວນນາງ L ຂ້າມໄປທີ່ປະເທດຈີນ ເພື່ອຊື້ເຄື່ອງທີ່ຈຳເປັນມາກຽມໄວ້ຮັບແຂກໃນວັນປີໃໝ່; ເມື່ອພາຂ້າມໄປຫວິດຊາຍແດນ ທ້າວ ເກື່ອງ ກໍສະແດງຄວາມເປັນພໍ່ຄ້າມະນຸດອອກມາ ໂດຍຕິດຕໍ່ຫາກຸ່ມແກ້ງມາຮັບເອົາ ນາງ L ແລ້ວຮັບເງິນ ຈາກນັ້ນກຸ່ມດັ່ງກ່າວໄດ້ນຳສົ່ງ ນາງ L ໄປທີ່ສະຖານທີ່ຂາຍບໍລິການທາງເພດ.

ຕາມການລາຍງານຕົວເລກສະຖິຕິໃນ 5 ປີຜ່ານມາ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງກວາງນິ້ງ ໃຫ້ຮູ້ວ່າ: 

ເຈົ້າໜ້າທີ່ມ້າງໄດ້ຄະດີຄ້າມະນຸດທັງໝົດ 30 ເລື່ອງ, ຈັບຜູ້ຖືກຫາໄດ້ 46 ຄົນ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍເປັນຍິງ 40 ຄົນ, ເດັກນ້ອຍ 11 ຄົນ, ໃນນັ້ນມີເດັກຫາກໍເກີດ 4 ຄົນ.

ເຈົ້າໜ້າທີ່ ແຂວງກວາງນິ້ງ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ນະຄອນມອງກາຍ ສົມທົບກັບ ເຈົ້າໜ້າທີ່ທະຫານຊາຍແດນ ແລະ ຄຸ້ມຄອງການເຂົ້າ-ອອກດ່ານ ກອງບັນຊາການຕຳຫຼວດ ແຂວງກວາງນິ້ງ ຕິດຕາມ ແລະ ພົວພັນກັບ ຕຳຫຼວດ ແຂວງກວາງເຕີ້ຍ ປະເທດຈີນ, ຜ່ານການລາຍງານ ເຈົ້າໜ້າທີ່ຝ່າຍຈີນ ໃຫ້ຮູ້ວ່າ: ມີຄະດີຜູ້ຖືກເຄາະຮ້າຍຈາກຄະດີຄ້າມະນຸດ 116 ຄົນ ເຊິ່ງເປັນຄົນຫວຽດນາມ ຖືກຕົວະຂ້າມໄປຂາຍທີ່ປະເທດຈີນ.

ພັທ ຫງວຽນວັນທ່ຽມ ຮອງຫົວໜ້າຊີ້ນຳທະຫານຊາຍແດນ ແຂວງກວາງນິ້ງ ໃຫ້ຮູ້ວ່າ: ຜ່ານການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກຂະບວນການຄ້າມະນຸດຈຳນວນຫຼາຍກໍລະນີ, ຜູ້ຖືກເຄາະຮ້າຍສ່ວນຫຼາຍແມ່ນຜູ້ຍິງ ແລະ ເປັນຄົນໃນເຂດຊົນເຜົ່າ, ບ້ານຢູ່ຫ່າງໄກສອກຫຼີກ, ລະດັບການສຶກສາຕໍ່າ, ມີຄວາມຕ້ອງການຊອກວຽກເຮັດງານທຳ, ຊອກເນື້ອຄູ່ ຫຼື ບາງກໍລະນີກໍແມ່ນນອນຢູ່ໃນກຸ່ມມັກຫຼິ້ນມັກທ່ຽວຄ້ານອອກແຮງງານ. ດັ່ງນັ້ນ, ຈຶ່ງຕົກເຂົ້າໃນຂະບວນການຄ້າມະນຸດແບບບໍ່ຮູ້ຕົວ.

ເມື່ອຖືກຂາຍແລ້ວນຳສົ່ງເຂົ້າເຂດຫ່າງໄກສອກຫຼີກ, ເກືອບທັງໝົດ ພວກເຂົາຈະພົບກັບຄວາມຫຍຸ້ງຍາກຫຼາຍປະການ ໂດຍສະເພາະແມ່ນຖືກຂູດຮີດທັງຮ່າງກາຍ ແລະ ຈິດໃຈ, ມີຫຼາຍຄົນໄດ້ກາຍເປັນທາດທາງເພດ ໃຫ້ກັບຜູ້ຊາຍ ທີ່ຢູ່ໃນຄອບຄົວທຸກຍາກ ຫຼື ຖືກບັງຄັບໃຫ້ຂາຍບໍລິການທາງເພດ ໃນສະຖານທີ່ຕ່າງໆຕາມພວກເຂົາສັ່ງ.

ຜູ້ຖືກເຄາະຮ້າຍສ່ວນຫຼາຍແມ່ນຜູ້ຍິງ ແລະ ເປັນຄົນໃນເຂດຊົນເຜົ່າ

ແຕ່ອັນທີ່ໜ້າເອົາໃຈໃສ່ຫຼາຍກວ່າໝູ່ແມ່ນ ມີກໍລະນີທີ່ເດັກນ້ອຍເປັນຜູ້ຖືກເຄາະຮ້າຍ. ການເຄື່ອນໄຫວຕົວະຍົວະຂອງກຸ່ມດັ່ງກ່າວ ຈະສວຍໂອກາດເຂົ້າໃກ້ຊິດເດັກນ້ອຍໃນເຂດບ້ານນອກ ຫຼື ເຂດຫ່າງໄກສອກຫຼີກ ເພື່ອສະເໜີໃຫ້ເຂົາເຈົ້າຢາກໄປເຮັດວຽກ ເພື່ອໄດ້ເງິນມາຮັບໃຊ້ໃນຄອບຄົວ ຫຼື ບາງກໍລະນີກໍຕິດຕໍ່ເອົາແມ່ມານຂ້າມໄປ ເມື່ອເກີດລູກຢູ່ພຸ້ນກໍຊື້ເອົາເດັກນ້ອຍນັ້ນຢູ່ໂຮງໝໍເລີຍ. ສ່ວນບັນດາຄະດີຄ້າມະນຸດທີ່ເປັນຜູ້ຍິງ, ເປົ້າໝາຍລົງມື ສ່ວນຫຼາຍຈະເປັນຜູ້ຍິງຫວຽດນາມ ເອົາຜົວຈີນ ຫຼື ລັກຂ້າມໄປຢູ່ປະເທດຈີນ ແບບບໍ່ຖືກຕ້ອງ ພວກເຂົາຈະມີການປະສານຫາອີກກຸ່ມປົ້າໝາຍ ທີ່ຢູ່ຝ່າຍປະເທດຫວຽດນາມ ດ້ວຍຮູບແບບການຕົວະຍົວະແບບໂດຍກົງ ຫຼື ຜ່ານສື່ອອນລາຍ. ເມື່ອສາມາດເຂົ້າຕິດພັນ, ສ້າງຄວາມລຶ້ງເຄີຍແລ້ວກໍຈະຫາວິທີຊວນໄປທ່ອງທ່ຽວ, ໄປເຮັດວຽກ, ໄປຄ້າຂາຍ ແລະອື່ນໆ, ເມື່ອໄດ້ໂອກາດ ກໍຂາຍໃຫ້ກັບກຸ່ມຄ້າມະນຸດ ເພື່ອແລກເອົາເງິນມາເຂົ້າຖົງຕົນ.

ເພື່ອເປັນການຕໍ່ສູ້ ແລະ ຊ່ວຍຜູ້ຖືກເຄາະຮ້າຍໃນຂະບວນການນີ້ໃຫ້ໄດ້ຜົນ, ປີຜ່ານມາ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ໄດ້ມີການປະສານສົມທົບຫາທາງແກ້ໄຂບັນຫາຄ້າມະນຸດ ເຊິ່ງມີເນື້ອໃນຕົກລົງວ່າ: ເມື່ອໄດ້ຮັບການແຈ້ງລາຍງານຂອງຜູ້ຖືກເຄາະຮ້າຍ ຫຼື ຄົນໃນຄອບຄົວວ່າ ກຳລັງຕົກຢູ່ໃນຂະບວນການຄ້າມະນຸດ ທາງເຈົ້າໜ້າທີ່-ທີ່ກ່ຽວຂ້ອງຂອງຈີນ ຈະເຮັດໃບສະເໜີລາຍງານໃຫ້ອົງການທີ່ກ່ຽວ ແລ້ວປະສານສົມທົບກັບ ເຈົ້າໜ້າທີ່ ເພື່ອສືບສວນຈັບກຸມເປົ້າໝາຍ ແລະ ສົ່ງຕົວຜູ້ຖືກເຄາະຮ້າຍໃຫ້ໄດ້ໄວທີ່ສຸດ.

ເມື່ອບໍ່ດົນມານີ້, ມີຜູ້ຖືກເຄາະຮ້າຍຖືກຂາຍສົ່ງເຂົ້າໄປເຂດຫ່າງໄກສອກຫຼີກ ເຊິ່ງຫ່າງຈາກແຂວງເຊິ້ນດົ້ງ ແລະ ດົ້ງຮຶງ (ປະເທດຈີນ) ຫຼາຍພັນກິໂລແມັດ, ແຕ່ເຈົ້າໜ້າທີ່ຕຳຫຼວດຂອງຈີນ ໄດ້ຊ່ວຍເຫຼືອ ແລະ ນຳສົ່ງຜູ້ຖືກເຄາະຮ້າຍກັບຄືນປະເທດໄດ້ຢ່າງປອດໄພ.

ພ້ອມດຽວກັນນີ້, ຄະນະນຳນະຄອນມອງກາຍ ໄດ້ຊີ້ນຳສ້າງ ແລະ ຈັດຕັ້ງປະຕິບັດ ໄດ້ດີກ່ຽວກັບຄຳສັ່ງ ແລະ ການຊີ້ນຳຂອງຄະນະຮັບຜິດຊອບຫ້ອງຕ້ານ ແລະ ສະກັດກັ້ນການກໍ່ອາຊະຍາກຳ, ປະກົດການຫຍໍ້ທໍ້ທາງສັງຄົມ ແລະ ສ້າງຕັ້ງຂະບວນການທົ່ວປວງຊົນ ເປັນເຈົ້າການປ້ອງກັນຄວາມສະຫງົບ; ໃນນັ້ນ, ຂະບວນການຕ້ານການຄ້າມະນຸດໃນທ້ອງຖິ່ນ ກໍຖືກເບິ່ງເປັນບັນຫາສຳຄັນພິເສດ ແລະ ສາມາດຍາດໄດ້ຜົນງານດີເດັ່ນຫຼາຍດ້ານ.

ພິເສດແມ່ນກຳລັງເຈົ້າໜ້າທີ່ຕຳຫຼວດ ຍາມໃດກໍມີຄວາມເອົາໃຈໃສ່ປະສານສົມທົບກັບທະຫານຊາຍແດນ ຢ່າງແໜ້ນແຟ້ນເພື່ອຈັດຕັ້ງການກວດກາ, ໂດຍສະເພາະແມ່ນຕາມຈຸດຫໍ່ຼແຫຼມ ພ້ອມນັ້ນກໍສະຫຼຸບສະຖິຕິຕົວເລກຂອງຜູ້ຖືກເຄາະຮ້າຍທີ່ຕ້ອງການຊ່ວຍເຫຼືອ, ຈັດຕັ້ງປະຕິບັດຢ່າງເຂັ້ມງວດຕໍ່ກັບບັນດາເປົ້າໝາຍກ່ຽວກັບການຄ້າມະນຸດ ໂດຍບໍ່ປ່ອຍປະໃຫ້ສະພາບການຂອງກຸ່ມເຄື່ອນໄຫວນັບມື້ນັບແຜ່ລາມໃຫຍ່ອອກ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ