ໄຕ້ຫວັນ ແຜ່ນດິນໄຫວ ຄັ້ງທີ 5 ໃນຮອບ 5 ວັນ ແຮງ 6,4

0
3055

ສຳນັກຂ່າວ CGTN ລາຍງານ ໃນວັນທີ 8 ສິງຫາ ວ່າ: ໃນເວລາ 5:28 ໂມງ ຕາມເວລາທ້ອງຖິ່ນຂອງໄຕ້ຫວັນ ເກີດເຫດ ແຜ່ນດິນໄຫວ ຂະໜາດ 6,4 ແມັກນິຈູດ, ມີຈຸດໃຈກາງຢູ່ນອກຝັ່ງ ເຂດອີ້ຫຼານ ທາງພາກໃຕ້ຂອງນະຄອນຫຼວງໄທເປ ຢູ່ເລິກລົງໄປ ປະມານ 30 ກິໂລແມັດ.

ແຮງສັ່ນສະເທືອນ ເຮັດໃຫ້ອາຄານຫຼາຍແຫ່ງໃນນະຄອນຫຼວງໄທເປ ສັ່ນໄຫວ, ອາຄານບ້ານເຮືອນຫຼາຍກວ່າ 1.400 ຫຼັງ ບໍ່ມີໄຟຟ້າໃຊ້, ໃນເບື້ອງຕົ້ນ ຍັງບໍ່ມີລາຍງານ ຜູ້ເສຍຊີວິດ ຫຼື ບາດເຈັບ.

ກ່ອນໜ້ານີ້ ຫາກໍເກີດແຜ່ນດິນໄຫວ ໃນເມືອງຮວາຫຼຽນ 4 ຄັ້ງ ໂດຍໃນວັນທີ 6 ສິງຫາ ທີ່ຜ່ານມາ 2 ຄັ້ງ ທີ່ຄວາມແຮງ 4,9 ແມັກນິຈູດ ແລະ 4,5 ແມັດນິຈູດ, ສ່ວນອີກ 2 ຄັ້ງ ເກີດຂຶ້ນ ໃນວັນທີ 4 ສິງຫາ ທີ່ຜ່ານມາ.

ທັ້ງນີ້, ໄຕ້ຫວັນ ປະເຊີນກັບແຜ່ນດິນໄຫວຫຼາຍຄັ້ງ ໃນໄລຍະ 2 – 3 ປີ ທີ່ຜ່ານມາ ລວມເຖິງເຫດແຜ່ນດິນໄຫວ ຂະໜາດ 6,0 ແມັກນິຈູດ ທີ່ມີຈຸດສູນກາງຢູ່ໃນເມືອງຮວາຫຼຽນ ເລິກລົງໄປ 19 ກິໂລແມັດ ໃນເດືອນເມສາ ປີ 2019 ແລະ ອີກຄັ້ງໜຶ່ງຂອງເມືອງຮວາຫຼຽນ ທີ່ມີແຮງສະເທືອນ 6,4 ແມັກນິຈູດ ໃນເດືອນກຸມພາ ປີ 2018 ມີຜູ້ເສຍຊີວິດ 17 ຄົນ ແລະ ບາດເຈັບເຖິງ 285 ຄົນ.