ສຳນັກຂ່າວຕ່າງປະເທດ ລາຍງານ ໃນວັນທີ 8 ກໍລະກົດນີ້ ວ່າ:

ຊາວຄາລິຟໍເນຍ ອອກມາເກັບກວາດບ້ານເມືອງ ຫຼັງຈາກເກີດແຜ່ນດິນໄຫວຄັ້ງໃຫຍ່ທີ່ສຸດ ໃນຮອບຫຼາຍທົດສະວັດ ເຖິງ 2 ຄັ້ງ ໃນອາທິດທີ່ຜ່ານມາ, ຂະນະທີ່ ນັກວິທະຍາສາດ ເຕືອນວ່າ:

ແຜ່ນດິນໄຫວທີ່ເກີດໄປ 2 ຄັ້ງ ກ່ອນໜ້ານີ້ ອາດເປັນສັນຍານເຕືອນໃຫ້ກຽມຕົວສຳລັບ ແຜ່ນດິນໄຫວໃຫຍ່ ທີ່ອາດເກີດຂຶ້ນຕາມມາອີກ ໂດຍອາດເກີດຂຶ້ນໄດ້ ໃນຊານຟຣານຊິສໂກ, ລອສແອງເຈລິສ, ຊານດິເອໂກ ຫຼື ໃນສ່ວນອື່ນໆຂອງ ສະຫະລັດອາເມລິກາ.

ໃນວັນທີ 4 ກໍລະກົດ ທີ່ຜ່ານມາ ໄດ້ເກີດແຜ່ນດິນໄຫວ ວັດແຮງສັ່ນສະເທືອນໄດ້ 6,4 ແລະ ຖັດມາໃນວັນທີ 5 ກໍລະກົດ ທີ່ຜ່ານມາ ກໍເກີດແຜ່ນດິນໄຫວຕາມມາອີກຄັ້ງ ໂດຍວັດແຮງສັ່ນສະເທືອນໄດ້ເຖິງ 7,1 ເຊິ່ງທັງສອງຄັ້ງມີສູນກາງຢູ່ທີ່ ເມືອງຣິດເຄຣສ ເຊິ່ງຢູ່ຫ່າງຈາກ ນະຄອນລອສແອງເຈລິສ ໄປປະມານ 241 ກິໂລແມັດ; ແຜ່ນດິນໄຫວດັ່ງກ່າວ ໄດ້ເຮັດໃຫ້ ທາງຫຼວງຫຼາຍສາຍ ໄດ້ຮັບຄວາມເສຍຫາຍ, ທໍ່ກ໊າສຮົ່ວ ເຮັດໃຫ້ເກີດໄຟໄໝ້ບ້ານ, ບ້ານເຮືອນໄດ້ຮັບຄວາມເສຍຫາຍ ປະມານ 50 ຫຼັງ ແຕ່ບໍ່ມີຜູ້ເສຍຊີວິດ ຫຼື ໄດ້ຮັດບບາດເຈັບສາຫັດ.

ທັ້ງນີ້, ລັດຄາລິຟໍເນຍ ເຄີຍເກີດແຜ່ນດິນໄຫວຄັ້ງໃຫຍ່ ໃນປີ 1994 ໂດຍມີສູນກາງຢູ່ທີ່ ເມືອງນອດຣິດ, ຄັ້ງນັ້ນມີຜູ້ເສຍຊີວິດ 61 ຄົນ ແລະ ສ້າງຄວາມເສຍຫາຍ ຄິດເປັນມູນຄ່າ 15.000 ລ້ານໂດລາສະຫະລັດ; ເຊິ່ງຫຼັງຈາກເຫດການດັ່ງກ່າວ ທາງລັດໄດ້ຕິດຕັ້ງ ເຊັນເຊີກວດຈັບແຜ່ນດິນໄຫວ ທົ່ວທັ້ງລັດ ແລະ ສາມາດຕັດການເຮັດວຽກຂອງ ລະບົບສາທາລະນຸປະໂພກ ແລະ ຢຸດລົດໄຟໄດ້ລ່ວງໜ້າ ກ່ອນເກີດແຜ່ນດິນໄຫວ ເພື່ອຈຳກັດຄວາມເສຍຫາຍ.