ຈາກຄຸກສູ່ທະເລ! ລັດເຊຍ ປ່ອຍ 8 ຕົວທຳອິດ ວານນັກລ່າ – ວານເບລູກາ

0
1602

ສຳນັກຂ່າວ ອາໄອເອ ໂນວອສຕີ ລາຍງານ ໃນທ້າຍອາທິດ ຜ່ານມາ ວ່າ: ສະຖາບັນວິໄຈການປະມົງ ແລະ ມະຫາສະໝຸດ ແຫ່ງຊາດ ລັດເຊຍ ຫຼື ວະນີໂຣ ( VNIRO ) ເຜີຍແຜ່ຄຼິບວີດີໂອ ການລຳລຽງ ແລະ ປ່ອຍວານນັກລ່າ ແລະ ວານເບລູກາ ຊຸດທຳອິດລົງສູ່ທະເລ ໃນວັນທີ 27 ມິຖຸນາ ທີ່ຜ່ານມາ ຫຼັງຈາກທີ່ວານສອງຊະນິດກວ່າ 100 ໂຕ ຖືກຂັງໃນສະລ້ຽງຂະໜາດໜ້ອຍ ແລະ ຄັບແຄບຄ້າຍກັບ ຄຸກວານ ໃນອ່າວສະເຣສເນຍຢາ ໃນດິນແດນປຣີໂມເຣຍ ແລະ ກາຍເປັນຂ່າວລືໄປທົ່ວໂລກ.

VNIRO ເຜີຍແຜ່ຄຼິບວີດີໂອໃນບັນຊີອິນສະຕາແກຣມ ເຊິ່ງຈະເຫັນຂັ້ນຕອນການລຳລຽງວານຊຸດທຳອິດ ຄື:

ວານນັກລ່າ 2 ໂຕ ແລະ ວານເບລູກາ 6 ໂຕ ອອກຈາກສະລ້ຽງ ໃນອ່າວສະເຣວເນຍຢາ ຕັ້ງແຕ່ວັນທີ 20 ມິຖຸນາ ໂດຍໃຊ້ເຄຣນຍົກວານແຕ່ລະໂຕ ທີ່ມີເປຮອງຮັບ ມາໃສ່ລົງອ່າງໃນຕູ້ຄອນເທນເນີຂອງລົດບັນທຸກ.

ຕໍ່ມາ, ວັນທີ 21 ມິຖຸນາ ລົດບັນທຸກພ້ອມວານໃນອ່າງນໍ້າ ມຸ່ງໜ້າໄປທ່າເຮືອ ໃນດິນແດນຮາບາຣອບສ໌; ຈາກນັ້ນ, ເຄື່ອນຍ້າຍອ່າງນໍ້າຂອງວານ 8 ໂຕ ຂຶ້ນເຮືອ ເຊິ່ງແລ່ນໄປຕາມແມ່ນໍ້າອາມູ ຈົນເຖິງວັນທີ 24 ມິຖຸນາ ກໍລຳລຽງອ່າງນໍ້າຂອງວານລົງຈາກເຮືອ ຂົນຍ້າຍໄປທີ່ໝູ່ບ້ານອິນໂນເທນທຽບຄາ ແລ້ວມຸ່ງໜ້າໄປອ່າວເປຍຣອບສ໌ ໃນວັນທີ 25 ມິຖຸນາ ກ່ອນຈະປ່ອຍວານນັກລ່າ 2 ໂຕ ແລະ ວານເບລູກາ 6 ໂຕ ລົງສູ່ທະເລໂອຄອດສ໌ ໃນວັນທີ 27 ມິຖຸນາ.

ການເຜີຍແຜ່ຄຼິບວີດີໂອໃນຄັ້ງນີ້ ເປັນໄປຕາມການລາຍງານຂ່າວຂອງສື່ລັດເຊຍ ໃນວັນທີ 27 ມິຖຸນາ ທີ່ຜ່ານມາ ແລະ ເປັນຜົນໃຫ້ VNIRO ຕ້ອງອອກມາຖະແຫຼງການ ໃຫ້ຄຳໝັ້ນວ່າ ຈະເຜີຍແຜ່ຄຼິບວີດີໂອຂັ້ນຕອນທັງໝົດ ຢ່າງລະອຽດ ເນື່ອງຈາກວ່າ ບັນດານັກນິເວດວິທະຍາຈາກ ອົງການນອກພາກລັດ ໄດ້ສະແດງຄວາມສົງໄສຕໍ່ VNIRO ທີ່ດຳເນີນການເຄື່ອນຍ້າຍ ແລະ ປ່ອຍເຫຼົ່າວານຊຸດທຳອິດ.

ກ່ອນໜ້ານີ້, ທ່ານ ຄີຣິວ ໂຄ-ລົນຊິນ ຜູ້ອຳນວຍການ VNIRO ຖະແຫຼງວ່າ: ຈະປ່ອຍວານນັກລ່າ ແລະ ວານເບລູກາ ຈາກຄຸກວານ ຊຸດທີ 2 ໃນອີກ 2 ອາທິດຂ້າງໜ້າ; ຂະນະທີ່ ນັກວິທະຍາສາດ ກໍກຽມແຜນການດັ່ງກ່າວ ແລະ ສາມາດຕົກລົງເສັ້ນທາງການເຄື່ອນຍ້າຍໄດ້ແລ້ວ.

ທັ້ງນີ້, ຄຸກວານ ຖືຕີພິມເຜີຍແຜ່ຈາກ ກຣີນພີສ ຕັ້ງແຕ່ເດືອນຕຸລາ ປີ 2018 ວ່າ:

ບໍລິສັດ 4 ແຫ່ງ ໃນລັດເຊຍ ກຽມຂາຍວານນັກລ່າ 13 ໂຕ ແກ່ສວນສະນຸກໃນຈີນ ແລະ ວານນັກລ່າ 13 ໂຕ ເປັນວານນັກລ່າຈາກທັງໝົດ 15 ໂຕ ທີ່ຖືກນຳມາລ້ຽງໃນຄຸກວານ ເມື່ອ 5 ປີກ່ອນ.

ພ້ອມດຽວກັນນັ້ນ, ໄອຍະການ ດ້ານສິ່ງແວດລ້ອມ ຂອງເມືອງວະລາດິວອສຕອບ ໄດ້ກວດພົບ ວ່າ: ສຳນັກງານການປະມົງກາງ ຂອງລັດເຊຍ ແລະ ບໍລິສັດຈັບວານມາຂັງ ລະເມີດກົດໝາຍ; ສະນັ້ນ, ບໍລິສັດດັ່ງກ່າວ ຈຶ່ງຖືກຕັ້ງຂໍ້ຫາຈັບສັດນໍ້າ ຢ່າງຜິດກົດໝາຍ ແລະ ທາລຸນສັດ.

ທາງດ້ານ ຄະນະກຳມະການກວດສອບ ຂອງລັດເຊຍ ລະບຸວ່າ:

ວານນັກລ່າ 11 ໂຕ ທີ່ຖືກຂັງໃນຄຸກວານ ເປັນລູກວານທັງໝົດ ແລະ ວານເບລູກາອີກ 90 ໂຕ ຍັງບໍ່ເຖິງໄວເຕັມຕົວ, ໃນຈຳນວນນີ້ 13 ໂຕ ມີອາຍຸບໍ່ເຖິງ 1 ປີ, ຕໍ່ມາ ວານເບລູກາ 3 ໂຕ ແລະ ວານນັກລ່າ 1 ໂຕ ໄດ້ລອຍນໍ້າຫາຍອອກໄປຈາກຄຸກວານ.

ໃນວັນທີ 22 ມິຖຸນາ ທີ່ຜ່ານມາ, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ລັດເຊຍ ໄດ້ມອບໝາຍໃຫ້ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ຂອງລັດເຊຍ ພ້ອມດ້ວຍນັກວິທະຍາສາດ ຫາທາງອອກເລື່ອງຊະຕາກຳຂອງວານ ໃນຄຸກວານ.

ນອກຈາກນີ້, ທາງສານເມືອງຊາຮາລິນ ກໍໄດ້ຕັດສິນວ່າ: ວານເຫຼົ່ານີ້ ຖືກຈັບມາ ຢ່າງຜິດກົດໝາຍ ແລະ ຄຳສັ່ງຂອງ ສຳນັກງານການປະມົງ ຂອງລັດເຊຍ ເຊິ່ງຈັດສັນໂຄຕ້າການຈັບວານນັກລ່າ ແລະ ວານເບລູກາ ແກ່ບໍລິສັດຈັບວານມາຂັງ ແມ່ນບໍ່ຖືກຕ້ອງຕາມກົດໝາຍ.