ໄລຍະຜ່ານມາ ອົງການປົກຄອງບ້ານຮ້ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ປກສ ກຸ່ມບ້ານ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ສະແດງອອກ ໃນ 5 ປີຜ່ານມາ ( 2014-2018 ) ບ້ານຮ່ອງໄກ່ແກ້ວ ມີຄະດີເກີດຂຶ້ນ ທັງໝົດ 25 ເລື່ອງ ສາມາດແກ້ໄຂໄດ້ 22 ເລື່ອງ.

ກອງປະຊຸມໃຫຍ່ ບ້ານຮ່ອງໄກ່ແກ້ວ

ທ່ານ ວິໄລ ວົງໄຊ ນາຍບ້ານໆຮ່ອງໄກ່ແກ້ວ ໄດ້ຂຶ້ນຜ່ານບົດສະ ຫຼຸບກອງປະຊຸມໃຫຍ່ ຂອງບ້ານຮ່ອງໄກ່ແກ້ວ ຈັດຂຶ້ນໃນວັນທີ 5 ກໍລະກົດ 2019 ວ່າ: ໃນ 5 ປີ ຜ່ານມາ, ອົງການປົກຄອງບ້ານ ຮ່ອງໄກ່ແກ້ວ ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການ ຫຍໍ້ທໍ້ທີ່ເກີດຂຶ້ນຢູ່ພາຍໃນບ້ານ ໂດຍສົມທົບກັບ ປກສ ກຸ່ມບ້ານ ດ້ວຍການເຂົ້າມ້າງຈຸດສ່ຽງຢູ່ຕາມສະຖານທີ່ເປົ້າໝາຍຂອງບ້ານ ເຮັດໃຫ້ໄລຍະ 5 ປີຜ່ານມາ ທົ່ວບ້ານມີຄະດີເກີດຂຶ້ນ ທັງໝົດ 25 ເລື່ອງ, ສາມາດແກ້ໄຂຄະດີ ໄດ້ 22 ເລື່ອງ, ສົ່ງຂັ້ນເມືອງ 3 ເລື່ອງ, ກັກຕົວຜູ້ກະທໍາຜິດ ໄດ້ 8 ຄົນ ສົ່ງກອງຄະດີເມືອງ; ພ້ອມດຽວກັນນີ້, ຍັງໄດ້ສົມທົບກັບທີມງານຕ້ານ-ສະກັດ ກັ້ນແກ້ໄຂ 6 ປະກົດການຫຍໍ້ທໍ້ຂັ້ນເມືອງ, ສຶກສາອົບຮົມກ່າວເຕືອນເປົ້າໝາຍປະເພດຕ່າງໆ ໄດ້ 3 ຄົນ; ນອກນີ້, ພາຍໃນບ້ານຍັງມີຂໍ້ຂັດແຍ່ງເກີດຂຶ້ນ 33 ເລື່ອງ, ແກ້ໄຂໄດ້ 30 ເລື່ອງ ສົ່ງເມືອງ 3 ເລື່ອງ.

ກອງປະຊຸມໃຫຍ່ ບ້ານຮ່ອງໄກ່ແກ້ວ

ໃນ 5 ປີຕໍ່ໜ້າ 2019-2024 ອົງການປົກຄອງບ້ານຮ່ອງໄກ່ແກ້ວ ຈະສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ ໂດຍສະເພາະແມ່ນບັນຫາຢາເສບຕິດ, ຂີ້ລັກງັດແງະຢູ່ຕາມບ້ານ ໃຫ້ຫຼຸດໜ້ອຍຖອຍລົງ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສ້າງບ້ານໃຫ້ກາຍເປັນບ້ານທີ່ຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍຢ່າງຈົບງາມ ເຮັດໃຫ້ປະຊາຊົນມີຄວາມຕື່ນຕົວ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແນໃສ່ສ້າງບ້ານໃຫ້ມີຄວາມບໍລິຫານບ້ານໄປຕາມລະບຽບກົດໝາຍ.

ພິທີປ່ອນບັດນາຍບ້ານໆຮ່ອງໄກ່ແກ້ວ

ກອງປະຊຸມຄັ້ງນີ້, ໄດ້ມີການປ່ອນບັດເລືອກຕັ້ງເອົານາຍບ້ານຜູ້ໃໝ່ ໂດຍມີຜູ້ລົງສະໝັກ ທັງໝົດ 3 ທ່ານ ເລືອກເອົາ 1 ທ່ານ, ຜ່ານການປ່ອນບັດຄັດເລືອກ ໄດ້ເອກະສັນເລືອກເອົາ ທ່ານ ວິໄລ ວົງໄຊ ເປັນນາຍບ້ານຕື່ມອີກ 1 ສະໄໝ; ເຂົ້າຮ່ວມກອງປະຊຸມ ໂດບ ທ່ານ ບຸນເຖິງ ສຸວັນນະສີ ຮອງເຈົ້າເມືອງໆຈັນທະບູລີ, ມີ ແຂກຮັບເຊີນ, ພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນພາຍ ໃນບ້ານ.