ໃນວັນທີ 14 ກໍລະກົດ ທີ່ຜ່ານມາ, ສຳນັກງານສຳຫຼວດທາງທໍລະນີວິທະຍາ ສະຫະລັດອາເມລິກາ ລາຍງານວ່າ: ເກີດແຜ່ນດິນໄຫວ ຂະໜາດຄວາມຮຸນແຮງ 6,6 ນອກຝັ່ງທາງທິດຕາເວັນຕົກສຽງເໜືອ ຂອງອົດສະຕຣາລີ ເຮັດໃຫ້ອາຄານບ້ານເຮືອນສັ່ນສະເທືອນ ເປັນບໍລິເວນກວ້າງ ແຕ່ຍັງບໍ່ມີລາຍງານຄວາມເສຍຫາຍ ຫຼື ຜູ້ທີ່ໄດ້ຮັບບາດເຈັບ.

ສຳນັກງານສຳລວດທາງທໍລະນີວິທະຍາ ສະຫະລັດອາເມລິກາ ລະບຸວ່າ:

ແຜ່ນດິນໄຫວ ເກີດຂຶ້ນໃນຕອນສວຍຂອງວັນທີ 14 ກໍລະກົດ ຕາມເວລາທ້ອງຖິ່ນ ທີ່ລະດັບຄວາມເລິກ 10 ກິໂລແມັດ ໃຕ້ມະຫາສະໝຸດອິນເດຍ ແລະ ຢູ່ຫ່າງຈາກເມືອງບຣູມ ເຊິ່ງເປັນເມືອງທ່ອງທ່ຽວແຄມຝັ່ງທະເລຂອງອົດສະຕຣາລີ ໄປທາງທິດຕາເວັນຕົກ ປະມານ 203 ກິໂລແມັດ ແຕ່ບໍ່ມີການແຈ້ງເຕືອນ ໄພສຶນາມິ ແຕ່ຢ່າງໃດ.

ເຈົ້າໜ້າທີ່ຕຳຫຼວດຂອງເມືອງບຣູມ ກ່າວວ່າ:

ເມືອງບຣູມ ຮູ້ສຶກເຖິງແຮງສັ່ນສະເທືອນດົນເຖິງ 1 ນາທີເຄິ່ງ; ແຕ່ຂະນະນີ້ ຍັງບໍ່ໄດ້ຮັບລາຍງານວ່າ ມີຜູ້ເສຍຊີວິດ ຫຼື ມີຄວາມເສຍຫາຍຢ່າງແດ່.

ທາງດ້ານ ບໍລິສັດກະຈາຍສຽງ ອົດສະຕຣາລີ ຫຼື ເອບີຊີ ລາຍງານວ່າ:

ໄດ້ຮັບລາຍງານ ມີຄວາມເສຍຫາຍເກີດຂຶ້ນພຽງເລັກໜ້ອຍ ຈາກແຜ່ນດິນໄຫວ ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບ; ໃນຂະນະທີ່ ສື່ຂອງອົດສະຕຣາລີ ກ່າວວ່າ: ແຮງສັ່ນສະເທືອນຮູ້ສຶກໄດ້ ຕະຫຼອດແນວຊາຍຝັ່ງທະເລ ດ້ານຕາເວັນຕົກສຽງເໜືອຂອງອົດສະຕຣາລີ ຕັ້ງແຕ່ ນະຄອນເພິດ ລົງທາງໃຕ້ໄປຈົນເຖິງ ເມືອງພອດ ເຮດແລນ ແລະ ໄກໄປທາງເໜືອຈົນເຖິງ ເມືອງດາວິນ.

ຈາກນັ້ນ, ໃນເວລາຕໍ່ມາ ສຳນັກງານສຳຫຼວດທາງທໍລະນີວິທະຍາ ສະຫະລັດອາເມລິກາ ໄດ້ລາຍງານຕື່ມວ່າ: ໄດ້ເກີດແຜ່ນດິນໄຫວຄັ້ງໃຫຍ່ ຂຶ້ນອີກຄັ້ງໜຶ່ງ ຂະໜາດຄວາມຮຸນແຮງທີ່ 7,3 ຢູ່ທີ່ບໍລິເວນນອກຝັ່ງໝູ່ເກາະມາລູກຸ ເຊິ່ງເປັນພື້ນທີ່ຫ່າງໄກ ທາງທິດຕາເວັນອອກຂອງອິນໂດເນເຊຍ.

ເຊິ່ງຜູ້ຊ່ຽວຊານດ້ານແຜ່ນດິນໄຫວ ກ່າວວ່າ: ຈຸດທີ່ເກີດແຜ່ນດິນໄຫວ ຢູ່ຫ່າງຈາກເມືອງເທີເນດ ໃນແຂວງມາລູກຸ ໄປທາງໃຕ້-ຕາເວັນຕົກສຽງໃຕ້ ປະມານ 165 ກິໂລແມັດ ໂດຍແຜ່ນດິນໄຫວເກີດຂຶ້ນ ໃນເວລາ 18:28 ໂມງ ຕາມເວລາທ້ອງຖິ່ນ ທີ່ລະດັບຄວາມເລິກ 10 ກິໂລແມັດ.

ເຈົ້າໜ້າທີ່ບັນເທົາໄພພິບັດ ໃນທ້ອງຖິ່ນທີ່ເກີດເຫດ ກ່າວວ່າ:

ແຜ່ນດິນໄຫວຄັ້ງນີ້ຮຸນແຮງຫຼາຍ, ເຮັດໃຫ້ປະຊາຊົນອົບພະຍົບອອກຈາກບ້ານເຮືອນ ໄປຢູ່ກາງແຈ້ງ ແລະ ປະຊາຊົນສ່ວນຫຼາຍຕື່ນຕົກໃຈກັບເຫດການທີ່ເກີດຂຶ້ນ.

ທາງດ້ານເຈົ້າໜ້າທີ່ ໄດ້ປະເມີນສະຖານະການແລ້ວ ພົບວ່າ:

ພື້ນທີ່ໃກ້ຈຸດສູນກາງແຜ່ນດິນໄຫວ ມີບ້ານເຮືອນພັງເສຍຫາຍ ປະມານ 160 ຫຼັງ ແລະ ມີລາຍງານຢືນຢັນພົບຜູ້ເສຍຊີວິດ 1 ຄົນ ເປັນຜູ້ຍິງ ເຊິ່ງຊາກອາຄານພັງລົງມາທັບ ແຕ່ບໍ່ມີຮັບລາຍງານຜູ້ໄດ້ຮັບບາດເຈັບ; ຂະນະທີ່ ຜູ້ອົບພະຍົບຫຼາຍຮ້ອຍຄົນ ຍັງຄົງອາໄສຕາມໂຮງຮຽນ, ອາຄານເຮັດວຽກຂອງລັດຖະບານ ແລະ ພື້ນທີ່ສູງ.

ນອກຈາກນີ້, ຍັງມີລານງານ ການເກີດອາບເຕີຊັອກຫຼາຍຄັ້ງ ເຮັດໃຫ້ປະຊາຊົນບໍ່ກ້າກັບໄປຍັງບ້ານເຮືອນຂອງຕົນເອງ, ໂດຍຈົນເຖິງຂະນະນີ້ ມີລາຍງາຍອາບເຕີຊັອກແລ້ວ ຢ່າງໜ້ອຍ 52 ຄັ້ງ.

ທັ້ງນີ້, ໃນອາທິດທີ່ຜ່ານມາ ກໍເກີດແຜ່ນດິນໄຫວຂະໜາດ 6,9 ໃນແຂວງນີ້ ເຊັ່ນກັນ ແຕ່ບໍ່ເກີດຄວາມເສຍຫາຍຮຸນແຮງ.