ເປີດຝຶກອົບຮົມວຽກງານ ປກສ ບ້ານ ທົ່ວເມືອງຈັນທະບູລີ

0
1041

ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ເປີດຝຶກອົບຮົມວຽກງານວຽກງານ ປກສ ບ້ານ ທົ່ວເມືອງຈັນທະບູລີ ໃນລະຫວ່າງວັນທີ 11-12 ກໍລະກົດ 2019 ເພື່ອສ້າງຄວາມເຂັ້ມແຂງດ້ານວຽກງານວິ ຊາສະເພາະໃຫ້ຮາກຖານເປັນປະທານໂດຍ ພັທ ຊຽງພັນ ອິນທະປັນຍາ ຮັກສາການຫົວໜ້າ ປກສ ເມືອງຈັນທະບູລີ, ມີ ພັທ ຄໍາພົວ ສິມຖາວອນ ຮອງຫົວໜ້າຫ້ອງຄຸ້ມສໍາມະໂນຄົວ ແລະ ກໍ່ສ້າງຮາກ ຖານກອງບັນຊາການ ປກສ ນະ ຄອນຫຼວງວຽງຈັນ, ມີຮອງນາຍ ບ້ານ, ຄະນະຮັບຜິດຊອບ ແລະ ປກສ ບ້ານເຂົ້າຮ່ວມ.

ພິທີເປີດຝຶກອົບຮົມວຍກງານ ປກສ ບ້ານ ທົ່ວເມືອງຈັນທະບູລີ

ພັທ ຊຽງພັນ ອິນທະປັນຍາກ່າວວ່າ: ການຈັດຝຶກອົບຮົມວຽກງານ ປກສ ໃຫ້ກໍາລັງ ປກສ ບ້ານ ຈໍານວນ 30 ບ້ານ ທີ່ຂຶ້ນກັບ ປກສ ເມືອງຈັນທະບູລີ ໃນຄັ້ງນີ້ແມ່ນ ເປັນການເພີ່ມຄວາມຮັບຮູ້ທາງດ້ານວິຊາຄຸ້ມຄອງສໍາມະໂນຄົວ ແລະ ພາລະບົດບາດຂອງ ປກສ ບ້ານ, ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ ດັ່ງກ່າວເພື່ອເພີ່ມທະວີຄວາມສັກ ສິດໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ແລະ ເພີ່ມທະວີຄວາມເຊື່ອ ໝັ້ນຂອງປະຊາຊົນ, ຮັບປະກັນໃນການນໍາເອົາກົດໝາຍໄປບັງຄັບໃຊ້ ມີຄວາມຖືກຕ້ອງ, ວ່ອງໄວ, ທັນ ການ ແລະ ມີຜົນສັກສິດ.

ພິທີເປີດຝຶກອົບຮົມວຍກງານ ປກສ ບ້ານ ທົ່ວເມືອງຈັນທະບູລີ

ການຝຶກອົບຮົມດັ່ງກ່າວນັກ ສໍາມະນາກອນຈະໄດ້ຮຽນຮູ້ກ່ຽວ ກັບວຽກງານຄຸ້ມຄອງສໍາມະໂນ ຄົວ ແລະ ພາລະບົດບາດຂອງ ປກສ ບ້ານ, ວຽກງານສອບສວນ ເອົາຄໍາໃຫ້ການເບື້ອງຕົ້ນ, ວຽກງານຮັກສາສະຖານທີ່ເກີດເຫດ, ວຽກງານຄຸ້ມຄອງຄົນຕ່າງປະເທດ ແລະ ວຽກງານສິລະປະຍຸດ, ຍຸດທະວິທີການນໍາໃຊ້ເຄື່ອງວິຊາສະເພາະ.