ໃນວັນທີ 11 ກໍລະກົດ 2019 ຜ່ານມາບໍລິສັດ ທິບພະຈັນ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ຈັດພິທີປະກາດສ້າງຕັ້ງຮາກຖານກຳມະບານ, ສ້າງຕັ້ງຮາກຖານສະຫະພັນແມ່ຍິງ ເປັນຮາກຖານຂຶ້ນກັບ ເມືອງນາຊາຍທອງ ເພື່ອເຂົ້າຮ່ວມການເຄື່ອນໄຫວວຽກງານຕ່າງໆ ຂອງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນຕາມພາລະບົດບາດໜ້າທີ່ຂອງຕົນ, ໂດຍການເປັນປະທານ ຂອງ ທ່ານ ສົມບູນ ເບຕິບັນດິດ ປະທານບໍລິສັດທິບພະຈັນ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ, ເຂົ້າຮ່ວມມີ ທ່ານ ບຸນຊູ ພະວິເສດ ຮອງເລຂາພັກເມືອງປະທານກວດກາພັກ ຫົວໜ້າຫ້ອງການກວດກາລັດ ເມືອງນາຊາຍທອງ, ມີເລຂາພັກບ້ານ, ນາຍບ້ານ, ພ້ອມດ້ວຍບັນດາແຂກຮັບເຊີນ ແລະ ພະນັກງານພາຍໃນບໍລິສັດດັ່ງກ່າວ ເຂົ້າຮ່ວມ.

ກອງປະຊຸມປະກາດສ້າງຕັ້ງຮາກຖານກຳມະບານ ແລະ ສະຫະພັນແມ່ຍິງ ບໍລິສັດທິບພະຈັນກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ

ທ່ານ ນາງ ແສງແກ້ວ ທຸມມະວົງ ປະທານກຳມະບານເມືອງ ນາຊາຍທອງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງປະທານສະຫະພັນກໍາມະບານ ເມືອງນາຊາຍທອງ ສະບັບເລກທີ 043/ກບ.ນທ ລົງວັນທີ 1 ມິຖຸ ນາ 2019 ວ່າດ້ວຍການແຕ່ງຕັ້ງຮາກຖານກຳມະບານ ບໍລິສັດ ທິບພະຈັນ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ເປັນຮາກຖານໜຶ່ງທີ່ຂຶ້ນກັບການ ຊີ້ນຳທາງດ້ານການຈັດຕັ້ງກຳມະບານໂດຍກົງກັບສະຫະພັນກຳມະບານເມືອງນາຊາຍທອງ ແລະ ແຕ່ງຕັ້ງຄະນະຮາກຖານກຳມະບານບໍລິສັດ ທິບພະຈັນກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ປະກອບມີ ຄື: ທ່ານ ວັນໄຊ ເນຕີບັນດິດ ເປັນ ປະທານຮາກຖານ, ທ່ານ ບຸນມີ ພາຜາສຸກ ເປັນຮອງປະທານ, ທ່ານ ຟອງສະໝຸດ ພົງສະຫວັດ ເປັນຄະນະ.

ກອງປະຊຸມປະກາດສ້າງຕັ້ງຮາກຖານກຳມະບານ ແລະ ສະຫະພັນແມ່ຍິງ ບໍລິສັດທິບພະຈັນກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ

ໂອກາດດຽວກັນນີ້ ທ່ານ ນາງ ແກ້ວມະນີ ແກ່ນປະເສີດ ປະທານ ສະຫະພັນແມ່ຍິງເມືອງນາຊາຍ ທອງ ກໍໄດ້ຜ່ານຂໍ້ຕົກລົງຂອງປະທານສະຫະພັນແມ່ຍິງ ເມືອງນາຊາຍທອງ ສະບັບເລກທີ 195/ສຍ. ນທ ລົງວັນທີ 11 ກໍລະ ກົດ 2019 ວ່າດ້ວຍການສ້າງຕັ້ງຮາກຖານສະຫະພັນແມ່ຍິງບໍລິ ສັດ ທິບພະຈັນ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນປະກອບ ມີ ສະມາຊິກສະຫະພັນແມ່ຍິງ ຈຳນວນ 27 ທ່ານ. ໃນຕ້ອນທ້າຍ ອງພິທີຍັງໄດ້ເລື່ອນສະມາຊິກ ພັກສຳຮອງຂຶ້ນສົມບູນ ຈຳນວນ 2 ສະຫາຍ.