ແຜ່ນດິນໄຫວ ຂະໜາດຄວາມຮຸນແຮງ 6,3 ຣິກເຕີ ທີ່ບໍລິເວນພາກໃຕ້ຂອງຍີ່ປຸ່ນ

ສຳນັກງານສຳຫຼວດທາງທໍລະນີວິທະຍາ ສະຫະລັດອາເມລິກາ (USGS) ລາຍງານ ໃນວັນທີ 10 ພຶດສະພາ ທີ່ຜ່ານມາ ວ່າ: ເກີດແຜ່ນດິນໄຫວ ຂະໜາດຄວາມຮຸນແຮງ 6,3 ຣິກເຕີ ທີ່ບໍລິເວນພາກໃຕ້ຂອງຍີ່ປຸ່ນ, ໃນຂະນະທີ່ ເຈົ້າໜ້າທີ່ຍີ່ປຸ່ນ ກ່າວວ່າ ບໍ່ມີອັນຕະລາຍຈາກຄື້ນໃຫຍ່ສຶນາມິ ແຕ່ຢ່າງໃດ.

USGS ລາຍງານວ່າ:

ແຜ່ນດິນໄຫວຄັ້ງນີ້ ເກີດຂຶ້ນເວລາປະມານ 8:48 ໂມງ ຕາມເວລາທ້ອງຖິ່ນ ໃນມະຫາສະໝຸດປາຊີຟິກ ຫ່າງຈາກເມືອງມິຢາຊາກິ ໄປທາງທິດຕາເວັນອອກ-ຕາເວັນອອກສຽງໃຕ້ ປະມານ 40 ກິໂລແມັດ ແລະ ເກີດທີ່ລະດັບຄວາມເລິກ 24 ກິໂລແມັດ.

ສຳນັກງານອຸຕຸນິຍົມວິທະຍາ ຍີ່ປຸ່ນ ກ່າວວ່າ:

ບໍ່ມີໄພຄຸກຄາມຈາກສຶນາມິ ແລະ ໄດ້ອອກປະກາດເຕືອນໄພໃນທັນທີທີ່ເກີດແຜ່ນດິນໄຫວ ເຮັດໃຫ້ຊ່ອງໂທລະພາບຂອງບໍລິສັດກະຈາຍສຽງ ຍີ່ປຸ່ນ (NHK) ຕັດເຂົ້າລາຍການພິເສດ ເພື່ອລາຍງານສະຖານະການບໍລິເວນເກາະຄິວຊູ ທາງພາກໃຕ້ ເຊິ່ງເມືອງມິຢາຊາກິ ລວມຢູ່ດ້ວຍ.

USGS ລາຍງານວ່າ:

ຫຼັງຈາກເກີດແຜ່ນດິນໄຫວຄັ້ງທຳອິດ ໄດ້ເກີດແຜ່ນດິນໄຫວຕາມມາອີກຄັ້ງໜຶ່ງ ໃນເວລາປະມານ 9:07 ໂມງ ຕາມເວລາທ້ອງຖິ່ນ ຄັ້ງນີ້ມີຄວາມຮຸນແຮງຢູ່ທີ່ 5,1 ຣິກເຕີ.

ແນວໃດກໍຕາມ, ສື່ທ້ອງຖິ່ນ ລາຍງານວ່າ: ບໍ່ມີຄວາມເສຍຫາຍເກີດຂຶ້ນທີ່ເມືອງມິຢາຊາກິ ແລະ ບໍລິເວນອ້ອມຮອບ ແຕ່ຢ່າງໃດ.