ຈີນ ກຳຈັດໝູໄປແລ້ວຫຼາຍກວ່າລ້ານໂຕ ເພື່ອຢັບຢັ້ງການລະບາດຂອງພະຍາດອະຫິວາໝູອາຟຣິກກາ

ອົງການອາຫານ ແລະ ກະສິກຳ ແຫ່ງ ສະຫະປະຊາຊາດ (FAO) ເຕືອນ ໃນວັນທີ 9 ພຶດສະພາ ທີ່ຜ່ານມາ ວ່າ: ພະຍາດອະຫິວາໝູອາຟຣິກກາ ທີ່ລະບາດໃນປະເທດຈີນ ຈະເຮັດໃຫ້ການຜະລິດຊີ້ນໝູຂອງຈີນ ຫຼຸດລົງຢ່າງໜ້ອຍ 10% ໃນປີນີ້ ແລະ ຈະກະທົບຕໍ່ຕະຫຼາດຊີ້ນໝູ ແລະ ອາຫານສັດທົ່ວໂລກ.

FAO ອອກລາຍງານທ່າອ່ຽງອາຫານໂລກ ວ່າ:

ຈີນ ກຳຈັດໝູໄປແລ້ວຫຼາຍກວ່າລ້ານໂຕ ເພື່ອຢັບຢັ້ງການລະບາດຂອງພະຍາດອະຫິວາໝູອາຟຣິກກາ ພ້ອມນັ້ນການທີ່ຕະຫຼາດໝູໃຫຍ່ທີ່ສຸດໃນໂລກຢ່າງຈີນ ມີໝູຫຼຸດລົງ ຍ່ອມມີຜົນກະທົບຢ່າງເຫັນໄດ້ຊັດເຈນຕໍ່ ຕະຫຼາດຊີ້ໝູ ແລະ ຕະຫຼາດຜູ້ຜະລິດອາຫານລ້ຽງສັດທົ່ວໂລກ ໂດຍສະເພາະ ຖົ່ວເຫຼືອງ ທີ່ຈີນນຳເຂົ້າເພີ່ມຂຶ້ນຫຼາຍເທົ່າຕົວ ຕະຫຼອດສອງທົດສະວັດ ທີ່ຜ່ານມາ ອາດຈະຢຸດຢ່າງກະທັນຫັນ.

ທັ້ງນີ້, ພະຍາດນີ້ຍັງແຜ່ລະບາດຈາກຈີນ ໄປຍັງປະເທດເພື່ອນບ້ານຢ່າງ ມົງໂກລີ, ຫວຽດນາມ, ລາວ ແລະ ກຳປູເຈຍ ເຊິ່ງບັນຫາທີ່ເກີດຂຶ້ນກັບ ປະເທດຜູ້ລ້ຽງໝູໃນອາຊີ ອາດເປັນໂອກາດໃຫ້ຜູ້ລ້ຽງໃນພື້ນທີ່ອື່ນ ໂດຍສະເພາະ ເອີຣົບ, ສະຫະລັດອາເມລິກາ ແລະ ເບຼຊິນ. ຂະນະນີ້, ຖືເປັນເຫດການທີ່ເກືອບຈະບໍ່ເຄີຍເກີດຂຶ້ນ ທີ່ຜູ້ລ້ຽງໝູ ຈະໄດ້ຈຳໜ່າຍໝູລາຄາດີ, ສົ່ງອອກໄດ້ຈຳນວນຫຼາຍ ແລະ ອາຫານລ້ຽງສັດກໍມີລາຄາຖືກ.

ນອກຈາກນີ້, FAO ຄາດຄະເນ ວ່າ:

ປີນີ້, ທົ່ວໂລກຈະຜະລິດຊີ້ນໝູໄດ້ 115,6 ລ້ານໂຕນ ຫຼຸດລົງ 4% ຈາກປີຜ່ານມາ ເພາະປະລິມານຊີ້ນໝູໃນຈີນ ຫຼຸດລົງຫຼາຍກວ່າປະລິມານຊີ້ນໝູທີ່ເພີ່ມຂຶ້ນ ໃນ ສະຫະລັດອາເມລິກາ, ເບຼຊິນ ແລະ ລັດເຊຍ.

ສ່ວນ ສະຫະພາບເອີຣົບ ຄາດວ່າ: ຈະຜະລິດໄດ້ເທົ່າເດີມທີ່ 24 ລ້ານໂຕນ ເພາະສະມາຊິກບາງປະເທດຢ່າງ ໂຣມານີ, ຮົງກາຣີ ແລະ ໂປໂລຍ ຍັງມີພະຍາດອະຫິວາໝູອາຟຣິກກາ ລະບາດຢູ່.

ຂະນະດຽວກັນ, ຄາດວ່າ: ຜົນປະໂຫຍດຈະໄປຕົກຢູ່ກັບປະເທດຜູ້ສົ່ງອອກໄກ່ຢ່າງ ເບຼຊິນ, ສະຫະລັດອາເມລິກາ, ໄທ ແລະ ອີຢູ ບາງປະເທດດ້ວຍ ເພາະເປັນໂປຣຕີນທາງເລືອກ ທີ່ລາຄາຖືກກວ່າ.