ໄດ້ແຮງສະໜັບສະໜູຈາກຜູ້ບໍລິໂພກທີ່ເພີ່ມຫຼາຍຂຶ້ນ ສົ່ງຜົນໃຫ້ຫຼາຍໆບໍລິສັດເຕີບໃຫຍ່ແບບກ້າວກະໂດດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພຶດສະພາ ວ່າ: ບໍ່ໜ້າເຊື່ອວ່າ 10 ປີ ຫຼັງຈາກເກີດວິກິດການເງິນໂລກ, ເສດຖະກິດອາຊີ ເຕີບໃຫຍ່ຂຶ້ນຫຼາຍ ໄດ້ແຮງສະໜັບສະໜູຈາກຜູ້ບໍລິໂພກທີ່ເພີ່ມຫຼາຍຂຶ້ນ ສົ່ງຜົນໃຫ້ຫຼາຍໆບໍລິສັດເຕີບໃຫຍ່ແບບກ້າວກະໂດດ ແຕ່ຄວາມທ້າທາຍທີ່ຕາມມາຄື ເມື່ອເສດຖະກິດໃນປະເທດອີ່ມຕົວ ບໍລິສັດເຫຼົ່ານີ້ຈະເຮັດແນວໃດຕໍ່ໄປ.

ເວັບໄຊ ນິກເກອິ ຂອງຍີ່ປຸ່ນ ລາຍງານວ່າ:

ໄລຍະ 10 ປີ ທີ່ຜ່ານມາ, ບໍລິສັດອາຊີ 1.679 ແຫ່ງ ມີມູນຄ່າຕະຫຼາດເພີ່ມຂຶ້ນບໍ່ໜ້ອຍກວ່າ 10 ເທົ່າ ຄິດເປັນອັດຕາສ່ວນຫຼາຍກວ່າເຄິ່ງໂລກ ໂດຍບໍ່ລວມບໍລິສັດໃນຕາເວັນອອກກາງ, ອາຊີກາງ ແລະ ຍີ່ປຸ່ນ.

ການເຕີບໃຫຍ່ຂອງບໍລິສັດອາຊີ ໄດ້ຜົນປະໂຫຍດຈາກ ເສດຖະກິດໃນພາກພື້ນ ທີ່ສະໜັບສະໜູນຄວາມຕ້ອງການຂອງຜູ້ບໍລິໂພກ ແຂງແກ່ນຂຶ້ນ. ກອງທຶນການເງິນລະຫວ່າງປະເທດ (IMF) ລາຍງານວ່າ:

ໄລຍະ 10 ປີ ທີ່ຜ່ານມາ, ຜະລິດຕະພັນລວມປະຊາຊາດ (GDP) ໃນເຂດເສດຖະກິດເກີດໃໝ່ຂອງອາຊີ ຂະຫຍາຍຕົວເຖິງ 160% ທຽບກັບ GDP ໂລກທີ່ເຕີບໃຫຍ່ປະມານ 30% ຈຶ່ງບໍ່ໜ້າແປກໃຈທີ່ນັກລົງທຶນຕ່າງຊາດ ຈະທຸ່ມເງິນລົງທຶນມາສູ່ພາກພື້ນນີ້.

ນິກເກອິ ພົບວ່າ:

ທົ່ວໂລກມີບໍລິສັດທີ່ເຕີບໃຫຍ 10 ເທົ່າ 3.346 ແຫ່ງ ຫຼື ພຽງແຕ່ 10% ຂອງບໍລິສັດທັງໝົດທີ່ ນິກເກອິ ກວດສອບ ແລະ ຖ້າຫາກແບ່ງອອກ ພາກພື້ນອາຊີຖືວ່າເປັນຜູ້ນຳ ຕາມດ້ວຍ ສະຫະລັດອາເມລິກາ 482 ບໍລິສັດ, ເອີຣົບ 470 ບໍລິສັດ ແລະ ຍີ່ປຸ່ນ 193 ບໍລິສັດ.

ໃນພາກພື້ນອາຊີ, ອິນເດຍ ຖືເປັນອັນດັບໜຶ່ງ ມີບໍລິສັດເຕີບໃຫຍ່ 10 ເທົ່າ 494 ບໍລິສັດ, ຈຸດເດັ່ນທີ່ດັນໃຫ້ ອິນເດຍ ມາຢືນຢູ່ໃນຕຳແໜ່ງນີ້ຂອງພາກພື້ນ ຢູ່ທີ່ ບໍລິສັດເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ມີນັກວິສະວະກອນຊັອບແວເກັ່ງໆເຕັມໄປໝົດ.

ບໍລິສັດ ອັນດັບ 1 ຂອງອິນເດຍ ຄື “ທາທາ ຄອນຊັນແທນຊີ ເຊີວິສ” ທີ່ມູນຄ່າຕະຫຼາດເພີ່ມຂຶ້ນ 10 ເທົ່າ ມາຢູ່ທີ່ 1,08 ແສນລ້ານໂດລາ ດ້ວຍຄວາມໂດດເດັ່ນດ້ານ ຄຼາວຄອມພິວຕິງ ແລະ ປັນຍາປະດິດ.

ອັນດັບ 2 ຂອງພາກພື້ນນີ້ ກໍຄື ຈີນ ມີບໍລິສັດເຕີບໃຫຍ່ 10 ເທົ່າ 334 ແຫ່ງ, ໝາຍເລກ 1 ຂອງຈີນ ຕົກເປັນຂອງ ເທນເຊັນ ມູນຄ່າຕະຫຼາດເຕີບໃຫຍ່ 33 ເທົ່າ ມາຢູ່ທີ່ 4,37 ແສນລ້ານໂດລາ ແລະ ຖ້າຫາກນັບລວມທັງໂລກ ເທນເຊັນ ຖືເປັນ “ບໍລິສັດເຕີບໃຫຍ່ 10 ເທົ່າ” ທີ່ໃຫຍ່ທີ່ສຸດອັນດັບ 2 ຮອງຈາກ ອາເມຊອນດອດຄອມ.

ຂະນະທີ່, ວີແຊັດ ເຈົ້າຂອງແອບພຼິເຄເຊີນສົ່ງຂໍ້ຄວາມ ແລະ ຊຳລະເງິນຜ່ານມືຖື ກໍເຕີບໃຫຍ່ຢ່າງໜ້າຊື່ນຊົມ ມີຜູ້ໃຊ້ແອບວີແຊັດເຖິງ 1,1 ພັນລ້ານຄົນ ແມ່ນແຕ່ຊາວບ້ານໃນຊົນນະບົດກໍໃຊ້; ດ້ວຍເຫດນີ້ ບໍລິສັດເທນເຊັນ ຈຶ່ງພັດທະນາແຫຼ່ງລາຍໄດ້ອັນຫຼາກຫຼາຍ ທັ້ງເກມເຖິງມືຖື, ບໍລິການສັ່ງອາຫານອອນລາຍ, ສະຕຣີມມິງເພງ ແລະ ຈອງຖ້ຽວບິນ ເຊິ່ງຖືວ່າເປັນໂອກາດຂອງ ເທນເຊັນ ແບບເໝາະເຈາະໃນໄລຍະທີ່ ຊາວຈີນໃຊ້ສະມາດໂຟນກັນຢ່າງແຜ່ຫຼາຍ.

ຈຸດເດັ່ນຂອງຈີນ ມີຫຼາຍຢ່າງເຊັ່ນ: ຈີດີພີຕໍ່ຫົວຄົນ ເກືອບ 10.000 ໂດລາ, ຊົນຊັ້ນກາງໃນຊຽງໄຮ້, ປັກກິ່ງ ແລະ ເມືອງແຄມຝັ່ງອື່ນໆ ເພີ່ມຈຳນວນຂຶ້ນ ຈຶ່ງເຮັດໃຫ້ ບໍລິສັດຢ່າງ ໄຄວ່ໂສ່ເໝົາໄຖ ຜູ້ຜະລິດເຫຼົ້າຫຼູ, ບໍລິສັດທ່ອງທ່ຽວຊີທຣິບ ແລະ ເອເອັນທີເອ ສະປອດ ໂປຣດັກ ລ້ວນແຕ່ໄດ້ປະໂຫຍດ ຈາກການບໍລິໂພກທີ່ຫຼາກລາຍຂອງຊາວຈີນ.

ໃນ ສ.ເກົາຫຼີ ແລະ ໄຕ້ຫວັນ, ບໍລິສັດໄຮເທັກແຖວໜ້າຂອງໂລກ ເປັນສ່ວນໜຶ່ງຂອງ ຊັບພຼາຍເຊນ ສະມາດໂຟນ (ຕໍ່ໂຊ້ການການຂະຫຍາຍ ຕະຫຼາດມືຖື) ແລະ ອຸປະກອນອີເລັກໂຕຣນິກອື່ນໆ; ບໍລິສັດ ເອສເອ ໄຮນິກສ໌ ເປັນຜູ້ຜະລິດ ເຊມິຄອນດັກເຕີ (ສານເຄິ່ງຕົວນຳ ຄື ວັດຖຸທີ່ມີຄຸນສົມບັດໃນການນຳກະແສໄຟຟ້າ ທີ່ຢູ່ລະຫວ່າງ ຕົວນຳ ແລະ ສະນວນ ຫຼື ລະຫວ່າງ ໂລຫະ ກັບ ອະໂລຫະ) ຈາກ ສ.ເກົາຫຼີ ເປັນບໍລິສັດເຕີບໃຫຍ່ 10 ເທົ່າ ອັນດັບ 6 ທີ່ໄດ້ຮັບຜົນປະໂຫຍດມາຈາກ ຄວາມຕ້ອງການຊິບຄວາມຈຳເພື່ອເກັບຂໍ້ມູນ ເຕີບໃຫຍ່ຫຼາຍຂຶ້ນ; ສ່ວນໃນໄຕ້ຫວັນ ຜູ້ຈັດສົ່ງເລນສຳລັບກ້ອງມືຖືລາຍໃຫຍ່ທີ່ສຸດ ມີອັດຕາສ່ວນກຳໄລທັງໝົດຕໍ່ຍອດຂາຍ ເກືອບ 50% ເນື່ອງຈາກເຕັກໂນໂລຊີທັນສະໄໝຂອງບໍລິສັດ.

ບໍລິສັດທີ່ເຕີບໃຫຍ່ຢ່າງໄວວາ ໃນອາຊີຕາເວັນອອກສຽງໃຕ້ ກໍມີຫຼາຍ ເຊັ່ນ ອິນໂດເນເຊຍ ມີບໍລິສັດເຕີບໃຫຍ່ 10 ເທົ່າ 85 ແຫ່ງ, ໄທ 82 ແຫ່ງ, ມາເລເຊຍ 71 ແຫ່ງ; ບໍລິສັດໃນກຸ່ມນີ້ ເຊັ່ນ: ກຸດັງກາຣຳ ບໍລິສັດຜະລິດຢາສູບຊື່ດັງຈາກ ອິນໂດເນເຊຍ ຊີພີອໍ, ບໍລິສັດຄ້າຂາຍຍ່ອຍຂອງໄທ ແລະ ຮັບເສັງຄອນໂຊລິເດດ ຈາກມາເລເຊຍ.

ໃນວົງການການຢາ ແລະ ການແພດ ໄດ້ແກ່ ຈຽງຊູເຫິງຣຸຍ ເມດີຊິນ ບໍລິສັດຢາລາຍໃຫຍ່ຈາກຈີນ ຜູ້ຂາຍຢາຕ້ານມະເຮັງ ແລະ ຢາສະຫຼົບ ຢູ່ໃນອັນດັບ 8, ເຂວທຣຽນເຮວແຄ ຈາກ ສ.ເກົາຫຼີ ກໍຢູ່ໃນອັນດັບຕົ້ນໆ ເນື່ອງຈາກມີຍອດຂາຍ ຢາຊີວະວັດຖຸຄ້າຍຄື ໄດ້ສູງຫຼາຍ (ຢາຊີວະວັດຖຸຄ້າຍຄື ຫຼື Biosimilar ໝາຍເຖິງ ຢາຊີວະວັດຖຸທີ່ມີລັກສະນະຄ້າຍຄືກັນໃນດ້ານຄຸນນະພາບ, ຄວາມປອດໄພ ແລະ ປະສິດທິພາບ ເມື່ອປຽບທຽບກັບ ຢາຊີວະວັດຖຸອ້າງອີງ ທີ່ໄດ້ຮັບການຈົດທະບຽນແລ້ວຢ່າງເຕັມຮູບແບບ).

ສ່ວນບໍລິສັດການເງິນທີ່ຕິດກຸ່ມເຕີບໃຫຍ່ 10 ເທົ່າ ໄດ້ແກ່ HDFC Bank ຈາກອິນເດຍ ແລະ ຊີຕິກກຣຸບຈາກຈີນ; ແຕ່ວ່າໃນອະນາຄົດ ເມື່ອເສດຖະກິດອາຊີອີ່ມຕົວ ບໍລິສັດເຫຼົ່ານີ້ ຈະຍັງຮັກສາອັດຕາການເຕີບໃຫຍ່ເອົາໄວ້ໄດ້ ຫຼື ບໍ ເລື່ອງນີ້ຜູ້ຊ່ຽວຊານຍັງມີຄວາມເຫັນຕ່າງກັນ.

ທັ້ງນີ້, ທະນາຄານພັດທະນາອາຊີ (ADB) ຄາດຄະເນ ວ່າ:

ເສດຖະກິດອາຊີ ຈະຫຼຸດລົງຈາກ 5,9% ໃນປີ 2018 ມາຢູ່ທີ່ 5,7% ໃນປີນີ້ ແລະ 5,6% ໃນປີ 2020 ເຖິງວ່າການບໍລິໂພກໃນຫຼາຍເຂດເສດຖະກິດ ຍັງໄປໄດ້ດີ ແຕ່ຄວາມບໍ່ແນ່ນອນກໍເພີ່ມຫຼາຍຂຶ້ນທຸກມື້ ແລະ ສ່ວນໜຶ່ງກໍເປັນຜົນຈາກຂໍ້ພິພາດທາງການຄ້າ ລະຫວ່າງ ສະຫະລັດອາເມລິກາ ແລະ ຈີນ.

ນັກວິເຄາະ ໃຫ້ຄຳເຫັນວ່າ: ຄວາມຄາດຫວັງວ່າ ເສດຖະກິດເຕີບໃຫຍ່ ເຮັດໃຫ້ຫຸ້ນບາງຕົວມີມູນຄ່າເກີນຈິງ ອັດຕາສ່ວນລາຄາຕໍ່ກຳໄລຂອງເທນເຊັນ ຢູ່ທີ່ 40 TCS ຢູ່ທີ່ 26 ທຽບກັບຄ່າສະເລ່ຍໃນຫຼາຍຕະຫຼາດອາຊີ ຢູ່ທີ່ 13-18.

ທ່ານ ໂທຣຸ ນິຊິຮາມະ ຫົວໜ້ານັກເສດຖະສາດ ຈາກ ໄດອິຈິ ໄລ ຣີເສີດ ອິນສະຕິຕິວ ກ່າວວ່າ:

ເມື່ອເສດຖະກິດອາຊີ ອີ່ມຕົວກວ່ານີ້ ພາກບໍລິໂພກມີໃຫ້ເລືອກຫຼາກຫຼາຍ, ມີທ່າອ່ຽງໃໝ່ໆອີກຫຼາຍຢ່າງເກີດຂຶ້ນ ເຊິ່ງເທົ່າກັບວ່າ ບໍລິສັດໃນອາຊີ ຈະຮັກສາການເຕີບໃຫຍ່ໄດ້ຍາກ ຫາກຍັງໃຊ້ວິທີການຂະຫຍາຍຕະຫຼາດແບບເກົ່າຕໍ່ໄປ.