ປາຖະກະຖາວັນກຳມະກອນສາກົນ ຄົບຮອບ 133 ປີ

ສະຫະພັນກໍາມະບານ ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງວັນກໍາມະກອນສາກົນ ຄົບຮອບ 133 ປີ ( 1 ພຶດສະພາ 1886-1 ພຶດສະພາ /2019 ) ໃນວັນທີ 8 ພຶດສະພາ 2019, ປາຖະກະຖາໂດຍ ພັທ ສົມພອນ ວົງສຸທິ ຄະນະບໍລິຫານງານສູນກາງກໍາມະບານລາວ, ປະທານສະຫະພັນກໍາມະບານກະຊວງ ປກສ, ເຂົ້າຮ່ວມມີ ພັອ ຄໍາແພງ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ, ມີປະທານ-ຮອງປະທານ, ສະມາຊິກກໍາມະບານອ້ອມຂ້າງກົມໃຫຍ່ພະລາທິການ ເຂົ້າ ຮ່ວມ.

ພັທ ສົມພອນ ວົງສຸທິ ກ່າວວ່າ: ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ່້ນກໍາມະກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງອອກແຮງງານສຸດລໍາບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ນັບເພີ່ມທະວີການກົດຂີ່ຂູດຮີດ, ບັງຄັບຂົ່ມເຫັງໃຫ້ ກໍາມະກອນອອກແຮງງານ ໂດຍບໍ່ມີເວລາພັກຜ່ອນ, ມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ອອກແຮງງານໜັກແຕ່ຄ່າແຮງງານພັດຕໍ່າ, ບໍ່ມີການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນຖານະທີ່ເຮັດວຽກ, ບໍ່ໄດ້ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຄັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງຂຶ້ນເລື່ອຍໆ. ກໍາມະກອນ ແລະ ຊາວຜູ້ອອກແຮງງານ ຈໍາເປັນຕ້ອງໄດ້ຈັດຕັ້ງກັນເປັນກຸ່ມ, ເປັນຂະບວນການເພື່ອລຸກຮື້ຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ.

ຂະບວນການຕໍ່ສູ້ຄັ້ງທໍາອິດ ແມ່ນຢູ່ປະເທດອັງກິດ ໃນປີ 1764  ເພາະປະເທດອັງກິດ ໃນເວລານັ້ນ ເປັນປະເທດທີ່ມີການຂະຫຍາຍຕົວທາງດ້ານອຸດສາຫະກໍາໄວກວ່າໝູ່ ເພື່ອປົກປ້ອງຜົນປະໂຫຍດ ຂອງຕົນ ແລະ ເພື່ອນໍາພາກໍາມະກອນຕໍ່ສູ້ຕ້ານກັບພວກນາຍທຶນ, ຊົນຊັ້ນກໍາມະກອນໃນປະເທດອັງກິດ ຈຶ່ງໄດ້ຈັດຕັ້ງອົງການກໍາມະບານເປັນຕົວແທນຂອງຕົນຂຶ້ນ. ຈາກນັ້ນ, ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານ ນັບມື້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

ວັນກໍາມະກອນສາກົນແມ່ນວັນທີ່ມີຄວາມໝາຍ-ຄວາມສໍາຄັນ ຕໍ່ກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ສ່ອງແສງໃຫ້ເຫັນການກໍາເນີດເຕີບໃຫຍ່ຂອງຊົນຊັ້ນກໍາມະກອນ ແລະ ພາລະກໍາປະຫວັດສາດຂອງຂະບວນການກໍາມະກອນສາກົນ, ຈາກເຫດການວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນກໍາມະກອນຢູ່ທະວີບເອີຣົບ ແລະ ທະວີບອາເມລິກາ ເຮັດໃຫ້ຂະບວນການຕໍ່ສູ້ຂອງກໍາມະກອນທັງໂລກ ເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນເວທີທີ່ມີຄວາມໝາຍສໍາຄັນອັນໃຫຍ່ຫຼວງຂອງຊົນຊັ້ນກໍາມະກອນໃນຂະບວນການຕໍ່ສູ້ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ.

ສໍາລັບຢູ່ ສປປ ລາວ ກໍາມະກອນ ແລະ ຊາວຜູ້ອອກແຮງງານແມ່ນ ໄດ້ປະກອບສ່ວນອັນໃຫຍ່ຫຼວງ ໃນພາລະກິດປະຕິວັດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງໃນໄລຍະຜ່ານມາ, ອົງການກໍາມະບານແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ກໍາມະກອນ, ຊາວຜູ້ອອກແຮງງານ ສືບຕໍ່ເສີມຂະຫຍາຍທາດແທ້ ແລະ ລັກສະນະດີເລີດຊົນຊັ້ນ ກໍາມະກອນລາວ ໃຫ້ມີນໍ້າໃຈປະຕິວັດ, ບຸກບືນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.