ແຜ່ນດິນໄຫວຄັ້ງຮຸນແຮງ ໃນປະເທດອິນເດຍ

ສຳນັກງານສຳຫຼວດທໍລະນີວິທະຍາ ສະຫະລັດອາເມລິກາ ລາຍງານ ໃນວັນທີ 24 ເມສາ ວ່າ: ເກີດເຫດແຜ່ນດິນໄຫວຮຸນແຮງ ຂະໜາດ 6,1 ຣິກເຕີ ທີ່ລັດອະຣຸໜາຈັນປະເທດ ທາງທິດຕາເວັນອອກສຽງເໜືອຂອງອິນເດຍ ໃນຕອນເຊົ້າຂອງວັນທີ 24 ເມສາ ໂດຍມີສູນກາງຢູ່ໃນລະດັບຕື້ນ ຫ່າງອອກໄປປະມານ 180 ກິໂລແມັດ ຈາກເມືອງອິດາ ນະຄອນເມືອງເອກຂອງລັດ.

ເວັບໄຊລັດຖະບານອິນເດຍ ລາຍງານວ່າ:

ແຜ່ນດິນໄຫວເກີດຂຶ້ນເວລາປະມານ 01:45 ໂມງ ຕອນເຊົ້າມືດຂອງວັນທີ 24 ເມສາ (ກົງກັບເວລາ 03:15 ໂມງ ໃນບ້ານເຮົາ) ຢູ່ທີ່ລັດອະຣຸໜາຈັນປະເທດ ລັດທີ່ມີປະຊາກອນຫຼາຍກວ່າ 1,2 ລ້ານຄົນ

ແຕ່ສຳນັກງານທໍລະນີວິທະຍາ ສະຫະລັດອາເມລິກາ ປະເມີນວ່າ ບໍ່ມີທ່າອ່ຽງເຮັດໃຫ້ມີຜູ້ເສຍຊີວິດ, ບາດເຈັບ ຫຼື ຄວາມເສຍຫາຍຮ້າຍແຮງຈາກແຜ່ນດິນໄຫວ.

ທັ້ງນີ້, ສຳນັກຂ່າວຊິນຫົວຂອງທາງການຈີນ ລາຍງານວ່າ: ແຜ່ນດິນໄຫວຄັ້ງນີ້ ຍັງຮູ້ສຶກໄດ້ໃນຕິເບດ ເຊິ່ງຢູ່ໃກ້ກັບລັດດັ່ງກ່າວຂອງອິນເດຍ.