ເຫດດິນເຈື່ອນໃນລັດກະສິ່ນ ທາງພາກເໜືອຂອງປະເທດມຽນມາ

ເຈົ້າໜ້າທີ່ຕຳຫຼວດມຽນມາ ເປີດເຜີຍໃນວັນທີ 24 ເມສາ ວ່າ: ເກີດເຫດດິນເຈື່ອນໃນລັດກະສິ່ນ ທາງພາກເໜືອຂອງປະເທດ ເຫດດັ່ງກ່າວເກີດຂຶ້ນໃນຄືນວັນທີ 22 ເມສາ ຜ່ານມາ, ດິນເຈື່ອນມີຂະໜາດໃຫຍ່ຫຼາຍ, ຝັງທັ້ງຄົນ ແລະ ຍານພາຫະນະ, ມີໂອກາດໜ້ອຍຫຼາຍທີ່ແຮງງານເຫຼົ່ານີ້ ຈະລອດຊີວິດ ແລະ ຈົນເຖງຂະນະນີ້ ພົບແລ້ວ 2 ສົບ.

ທາງດ້ານ ກະຊວງຂ່າວສານ ມຽນມາ ຢືນຢັນວ່າ:

ເກີດເຫດດິນເຈື່ອນແທ້ ແລະ ມີຜູ້ສູນຫາຍ 50 ຄົນ, ພື້ນທີ່ເກີດເຫດ ເປັນຂອງບໍລິສັດຢົກສອງແຫ່ງ;

ສື່ທ້ອງຖິ່ນ ສົ່ງຕໍ່ພາບເໝືອງຂະໜາດໃຫຍ່ ກິນພື້ນທີ່ກວ້າງຫຼາຍຮ້ອຍກິໂລແມັດ ແລະ ກອງດິນເຈື່ອນຂະໜາດໃຫຍ່, ມີລົດຄຸດຕັກສີເຫຼືອງ ຢູ່ສອງຄັນ ແລະ ມີຄົນຈຳນວນຫຼາຍຢືນເບິ່ງເຫດການ.

ເມືອງຜາກັ້ນ ໃນລັດກະສິ່ນ ຂອງມຽນມາ ມີການເຮັດເໝືອງຢົກຢ່າງກວ້າງຂວາງ ຈົນພື້ນທີ່ທຸລະກັນດານ ປ່ຽນສະພາບເປັນຫຼຸມເປັນບໍ່ ເຊິ່ງບໍ່ຕ່າງຫຍັງກັບສະພາບເທິງພື້ນຜິວດວງຈັນ ແລະ ມັກເກີດດິນເຈື່ອນ ທີ່ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍຢູ່ສະເໝີ ໂດຍເຫດຄັ້ງໃຫຍ່ເກີດຂຶ້ນໃນເດືອນພະຈິກ 2015 ມີຜູ້ເສຍຊີວິດຫຼາຍກວ່າ 100 ຄົນ.

ທັ້ງນີ້, ກຸ່ມໂກນບໍວິດເນສ ຄາດຄະເນວ່າ:

ອຸດສາຫະກຳເໝືອງຢົກ ໃນມຽນມາ ມີມູນຄ່າປະມານ 31.000 ລ້ານໂດລາສະຫະລັດ.