ຫາລືສ້າງຮ່າງຄູມືປົກປ້ອງ-ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາການຄ້າມະນຸດ

ສູນຝຶກອົບຮົມແມ່ຍິງລາວ ໄດ້ຈັດກອງປະຊຸມປຶກສາຫາລືສ້າງຮ່າງຄູ່ມືການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃນວັນທີ 23 ເມສາ 2019,ໂດຍການເປັນປະທານຂອງທ່ານ ນາງ ທຸມມະລີ ວົງພະຈັນ ປະທານຄະນະກຳມາທິການຕ້ານການຄ້າມະນຸດລະດັບຊາດ, ມີຫົວໜ້າພະແນກປົກປ້ອງເດັກ ອົງການຢູນິເຊັບ ປະຈຳ ສປປ ລາວ, ສະມາຊິກກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ຄະນະຮັບຜິດຊອບສ້າງຄູ່ມືປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ  ການຄ້າມະນຸດເຂົ້າຮ່ວມ.

ທ່ນ ນາງ ທຸມມະລີ ວົງພະຈັນ ກ່າວວ່າ:

ກອງປະຊຸມປຶກສາຫາລືກ່ຽວກັບການສ້າງຮ່າງຄູ່ມືການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຄັ້ງນີ້ ແມ່ນຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດ ໂດຍສະເພາະກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ໝວດທີ 4 ແລະ 5 ກ່ຽວກັບການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດລະດັບຊາດ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ໂດຍສະເພາະແມ່ນການສົ່ງຕໍ່ຜູ້ຖືກເຄາະຮ້າຍ ນັບທັງພາຍໃນ ແລະ ລະຫວ່າງປະເທດໃຫ້ເປັນລະບົບ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດແນໃສ່ປົກປ້ອງສິດ, ຜົນປະໂຫຍດ, ຊີວິດ, ສຸຂະພາບ, ກຽດ ສັກສີ, ເສລີພາບຂອງພົນລະເມືອງ, ໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ຄຽງຄູ່ກັນນັ້ນ ກໍເພື່ອເຮັດໃຫ້ຄູ່ມືການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍມີເນື້ອໃນອຸດົມສົມບູນ ແລະ ສຳເລັດຕາມທີ່ວາງໄວ້ ສະນັ້ນ, ຈຶ່ງໄດ້ພ້ອມກັນປຶກສາຫາລືກ່ຽວກັບຫຼັກການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການປົກປ້ອງຜູ້ຖືກເຄາະຮ້າຍ, ການສົ່ງຕໍ່ຜູ້ຖືກສົງໄສວ່າເປັນຜູ້ຖືກເຄາະຮ້າຍ ຫຼື ຜູ້ຖືກເຄາະຮ້າຍ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍແຕ່ລະດ້ານ, ແຜນວາດການສົ່ງຕໍ່ຜູ້ຖືກເຄາະຮ້າຍພາຍໃນປະເທດ, ການສົ່ງຕໍ່ຜູ້ຖືກເຄາະຮ້າຍຢູ່ຕ່າງປະເທດ ( ລາວ-ຈີນ,ລາວ-ໄທ ).