ເກີດເຫດແຜ່ນດິນໄຫວ ແຕ່ບໍ່ມີລາຍງານຄວາມເສຍຫາຍໃດໆ ແລະ ມີຂະໜາດຮຸນແຮງຢູ່ທີ່ 7,2

ສຳນັກງານສຳຫຼວດທາງທໍລະນີວິທະຍາ ສະຫະລັດອາເມລິກາ (USGS) ລາຍງານ ໃນວັນທີ 7 ພຶດສະພາ ນີ້ ວ່າ: ເກີດແຜ່ນດິນໄຫວຮຸນແຮງ ທີ່ມີແຮງສັ່ນສະເທືອນຂະໜາດ 7,2 ຣິກເຕີ ທີ່ປະເທດປາປົວນິວກິນີ ເປັນເຫດເຮັດໃຫ້ໄຟຟ້າດັບ ແຕ່ຍັງບໍ່ມີລາຍງານຄວາມເສຍຫາຍຮຸນແຮງ ແຕ່ຢ່າງໃດ.

USGS ກ່າວວ່າ:

ແຜ່ນດິນໄຫວຄັ້ງນີ້ ເກີດຂຶ້ນໃນເວລາປະມານ 7:19 ໂມງ ຕາມເວລາທ້ອງຖິ່ນ ກົງກັບ 4:19 ໂມງ ຕາມເວລາໃນບ້ານເຮົາ, ມີລະດັບຄວາມເລິກຢູ່ທີ່ 127 ກິໂລແມັດ, ຈຸດສູນກາງແຜ່ນດິນໄຫວຢູ່ຫ່າງຈາກເມືອງບູໂລໂລ ປະມານ 30 ກິໂລແມັດ ແລະ ແຮງສັ່ນສະເທືອນ ຮູ້ສຶກໄດ້ເຖິງ ນະຄອນຫຼວງພອດມອສບີ ເມືອງຫຼວງຂອງປາປົວນິວກິນີ ເຊິ່ງຢູ່ຫ່າງອອກໄປ 250 ກິໂລແມັດ.

ເຈົ້າໜ້າທີ່ຂອງປາປົວນິວກິນີ ກ່າວວ່າ:

ຂະນະນີ້ ຍັງບໍ່ມີລາຍງານຄວາມເສຍຫາຍທີ່ຮຸນແຮງ ແລະ ຈຸດເກີດແຜ່ນດິນໄຫວນັ້ນ ຢູ່ໃນລະດັບທີ່ເລິກຫຼາຍ ຈຶ່ງເຮັດໃຫ້ບໍ່ເກີດຄື້ນສຶນາມິ ແຕ່ທາງເຈົ້າໜ້າທີ່ ຍັງຄົງຕິດຕາມປະເມີນສະຖານະການ ຢ່າງໃກ້ຊິດ.

ທັ້ງນີ້, ພະນັກງານຂອງໂຮງແຮມ ໄພ ລອດ ໃນເມືອງບູໂລໂລ ກ່າວວ່າ: ເກີດຄວາມເສຍຫາຍພຽງເລັກໜ້ອຍ ຈາກສິ່ງຂອງຕົກຈາກໂຕະ ແຕ່ບໍ່ມີຄວາມເສຍຫາຍທີ່ຮຸນແຮງ ແຕ່ຢ່າງໃດ ແລະ ປະຊາຊົນທີ່ອາໄສຢູ່ທີ່ເມືອງແລ ເຊິ່ງຢູ່ຫ່າງອອກໄປ 100 ກິໂລແມັດ ກໍກ່າວວ່າ: ແຮງສັ່ນສະເທືອນເຮັດໃຫ້ສິ່ງຂອງຕົກຈາກຖ້ານ, ໂຕະ ແລະ ເຮັດໃຫ້ໄຟຟ້າດັບໃນບາງພື້ນທີ່.