ຕົກຫຼຸມຮັກສີເຫຼືອງ ທາງຈິດວິທະຍາ ໝາຍຄວາມວ່າແນວໃດ

0
1151
ຄົນທີ່ຕົກຫຼຸມຮັກສີເຫຼືອງ ກໍຈະມີຄຳສັບສະເພາະຂອງຕົນເອງ ໂດຍຄຳນັ້ນຄື Xanthophile
ຄົນທີ່ຕົກຫຼຸມຮັກສີເຫຼືອງ ກໍຈະມີຄຳສັບສະເພາະຂອງຕົນເອງ ໂດຍຄຳນັ້ນຄື Xanthophile

ຮູ້ບໍວ່າ ສີເຫຼືອງ ມີຄວາມໝາຍທາງຈິດວິທະຍາ ດີຫຼາຍ ເພາະສີເຫຼືອງເປັນສີທີ່ສົດໃສ ຈຶ່ງບໍ່ໜ້າແປກໃຈທີ່ຈະມີຄົນມັກສີເຫຼືອງເປັນຈຳນວນຫຼາຍ ພ້ອມນັ້ນ ສີເຫຼືອງ ຍັງເປັນສີທີ່ໃຊ້ໃນທາງສາກົນຫຼາຍຢ່າງ ບໍ່ວ່າຈະເປັນປ້າຍບອກທາງ ຫຼື ໄຟຈະລາຈອນ ແລະ ຄົນທີ່ຕົກຫຼຸມຮັກສີເຫຼືອງ ກໍຈະມີຄຳສັບສະເພາະຂອງຕົນເອງ ໂດຍຄຳນັ້ນຄື Xanthophile ເຊິ່ງມີໄວ້ເອີ້ນຄົນທີ່ຮັກໃນຄວາມສົດໃສຂອງສີເຫຼືອງ ຫຼື ຫຼົງໃຫຼໃນສີຂອງແສງແດດທີ່ລອດເຂົ້າມາໃນຫ້ອງນອນ ຕອນເຊົ້າໆ. ສະນັ້ນ, ເຮົາມາເບິ່ງນຳກັນເລີຍວ່າ ຄົນທີ່ຕົກຫຼຸມຮັກສີເຫຼືອງ ໃນທາງຈິດວິທະຍາ ຈະມີຄວາມໝາຍວ່າແນວໃດ?

ສີເລືອງເປັນສີທີ່ໃຫ້ຄວາມຮູ້ສຶກອົບອຸ່ນ ແລະ ເປັນສີທີ່ກະຕຸ້ນພະລັງທາງຈິດໃຈໄດ້ດີ
ສີເລືອງເປັນສີທີ່ໃຫ້ຄວາມຮູ້ສຶກອົບອຸ່ນ ແລະ ເປັນສີທີ່ກະຕຸ້ນພະລັງທາງຈິດໃຈໄດ້ດີ

ສີເຫຼືອງ ເປັນສີທີ່ສະແດງເຖິງຄວາມສະຫຼາດ, ຄວາມສະວ່າງສະໄຫວ ແລະ ເປັນສີທີ່ສະແດງເຖິງການເລີ່ມຕົ້ນໃໝ່, ໃນທາງຈິດວິທະຍາ ຍົກໃຫ້ສີເຫຼືອງເປັນສີສຳລັບສ້າງແຮງບັນດານໃຈ, ເປັນສີທີ່ຊ່ວຍສ້າງໄອເດຍໃໝ່ໆ ເຊິ່ງປຽບເໝືອນສີຂອງແສງອາທິດໃນຍາມເຊົ້າ.

ສີເຫຼືອງ ຈະເປັນສີທີ່ໃຫ້ພະລັງອຳນາດທີ່ຍິ່ງໃຫຍ່ ໃນການສ້າງສົມດຸນແຫ່ງຈິດໃຈ
ສີເຫຼືອງ ຈະເປັນສີທີ່ໃຫ້ພະລັງອຳນາດທີ່ຍິ່ງໃຫຍ່ ໃນການສ້າງສົມດຸນແຫ່ງຈິດໃຈ

ນອກຈາກນີ້, ສີເຫຼືອງ ຍັງເປັນສີທີ່ຖ່າຍທອດເຖິງຄວາມລ່າເລີງ, ຄວາມສະນຸກສະໜານ, ຄວາມມີຊີວິດຊີວາ ແລະ ໃນດ້ານການບຳບັດຈິດດ້ວຍສີ (Color Therapy) ເພາະ ສີເຫຼືອງ ຈະເປັນສີທີ່ໃຫ້ພະລັງອຳນາດທີ່ຍິ່ງໃຫຍ່ ໃນການສ້າງສົມດຸນແຫ່ງຈິດໃຈ, ຊ່ວຍກະຕຸ້ນໃຫ້ຄົນທີ່ເຫັນສີເຫຼືອງ ມີຄວາມໝັ້ນໃຈ, ຫຼຸດຜ່ອນຄວາມຮູ້ສຶກຕົກຕໍ່າ, ຄາຍຄວາມເຄັ່ງຕຶງໄດ້ ຫາກໃຊ້ເວລາຢູ່ໃນຫ້ອງສີເຫຼືອງດົນໆ ເນື່ອງຈາກສີເລືອງເປັນສີທີ່ໃຫ້ຄວາມຮູ້ສຶກອົບອຸ່ນ ແລະ ເປັນສີທີ່ກະຕຸ້ນພະລັງທາງຈິດໃຈໄດ້ດີ.

ສີເຫຼືອງເປັນສີສຳລັບສ້າງແຮງບັນດານໃຈ, ເປັນສີທີ່ຊ່ວຍສ້າງໄອເດຍໃໝ່ໆ ເຊິ່ງປຽບເໝືອນສີຂອງແສງອາທິດໃນຍາມເຊົ້າ
ສີເຫຼືອງເປັນສີສຳລັບສ້າງແຮງບັນດານໃຈ, ເປັນສີທີ່ຊ່ວຍສ້າງໄອເດຍໃໝ່ໆ ເຊິ່ງປຽບເໝືອນສີຂອງແສງອາທິດໃນຍາມເຊົ້າ

ທັ້ງນີ້, ຄົນທີ່ມັກສີເຫຼືອງ ມັກຈະມີບຸກຄະລິກທີ່ສົກໃສລ່າເລີງ, ເຂົ້າກັບຄົນອື່ນໄດ້ງ່າຍ ແລະ ມັກຄວາມທ້າທາຍ ນຳອີກ.

ເປັນສີທີ່ຖ່າຍທອດເຖິງຄວາມລ່າເລີງ, ຄວາມສະນຸກສະໜານ, ຄວາມມີຊີວິດຊີວາ
ເປັນສີທີ່ຖ່າຍທອດເຖິງຄວາມລ່າເລີງ, ຄວາມສະນຸກສະໜານ, ຄວາມມີຊີວິດຊີວາ