ຄຊປກສ ຈະຊຸກຍູ້ ການປະຕິບັດວຽກງານການເມືອງ-ແນວຄິດ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງ ຄຊປກສ ໄຕມາດ I ແລະ ທິດທາງແຜນການ ໄຕມາດ II ປະຈຳປີ 2019

0
1433

ໄຕມາດ II ປີ 2019, ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ( ຄຊປກສ ) ຈະສຸມໃສ່ຊຸກຍູ້ໃຫ້ ຄະນະຊາວໜຸ່ມ 18 ກົມກອງ ອ້ອມຂ້າງ ກະຊວງ ປກສ ຕັ້ງໜ້າຈັດຕັ້ງປະຕິບັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມ ທີ່ຂຶ້ນກັບ ຄວາມຮັບຜິດຊອບຂອງຕົນ ຢ່າງທົ່ວເຖິງ ແລະ ຕໍ່ເນື່ອງ ເພື່ອເປັນການສ້າງຄວາມເຊື່ອໝັ້ນຕໍ່ການນຳພາຂອງຂັ້ນເທິງ, ທັງກະຕຸກຊຸກຍູ້ໃຫ້ສະມາຊິກຊາວໜຸ່ມແຕ່ລະຂົງເຂດວຽກງານ ເປັນເຈົ້າການປະຕິບັດວຽກງານທີ່ຮັບຜິດຊອບ ໃຫ້ມີຜົນສຳເລັດຍິ່ງຂຶ້ນ.

ພັຕ ໂອລົດ ຫຼວງໄຊ ຫົວໜ້າພະແນກບໍລິຫານຄົ້ນຄວ້າສັງລວມ ຄຊປກສ

ພາຍໃນ ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງ ຄຊປກສ ໄຕມາດ I ແລະ ທິດທາງແຜນການ ໄຕມາດ II ປະຈຳປີ 2019 ທີ່ຈັດຂຶ້ນວັນທີ 3 ພຶດສະພາ 2019, ເຊິ່ງເປັນປະທານໂດຍ ພັອ ພິມມະສອນ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ພ້ອມທັງມີ ບັນດາຄະນະບໍລິຫານງານຊາວໜຸ່ມ 18 ກົມກອງ ອ້ອມຂ້າງ ກະຊວງ ແລະ ແຂກຮັບເຊີນ ເຂົ້າຮ່ວມ; ພັຕ ໂອລົດ ຫຼວງໄຊ ຫົວໜ້າພະແນກບໍລິຫານຄົ້ນຄວ້າສັງລວມ ຄຊປກສ ກໍໄດ້ໃຫ້ຮູ້ວ່າ:

ໄຕມາດ II ( ເດືອນເມສາ-ມິຖຸນາ ) ປີນີ້, ຄຊປກສ ຈະສຸມໃສ່ການຈັດຕັ້ງປະຕິບັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໂດຍການຊຸກຍູ້ໃຫ້ ຄະນະບໍລິຫານງານຊາວໜຸ່ມກົມກອງ ອ້ອມຂ້າງ ກະຊວງ ຈັດຕັ້ງເຊື່ອມຊຶມບັນດານິຕິກຳຕ່າງໆ ແລະ ປາຖະກະຖາວັນສຳຄັນຕ່າງໆຂອງ ພັກ-ລັດ, ຂອງກຳລັງ ປກສ, ມູນເຊື້ອຂອງບັນດາຜູ້ນຳ ເພື່ອນຳເອົາເນື້ອໃນມາເຜີຍແຜ່ສ້າງໃຫ້ສະມາຊິກຊາວໜຸ່ມມີຄວາມເຂັ້ມແຂງ, ເຊື່ອໝັ້ນຕໍ່ການນຳພາ ແລະ ພ້ອມກັນເຮັດສຳເລັດໜ້າທີ່-ທີ່ໄດ້ຮັບມອບໝາຍ.

ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ( ຄຊປກສ )

ໃນໄຕມາດ I ( ເດືອນມັງກອນ-ມີນາ ), ຄຊປກສ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມ ກົມກອງວິຊາສະເພາະ ອ້ອມຂ້າງ ກະຊວງ ປກສ ດ້ວຍຫຼາຍວິທີ ໂດຍການນຳເອົາພື້ນຖານແນວຄິດທິດສະດີ-ມາກເລນິນ, ແນວຄິດ ທ່ານ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ ທີ່ຂັ້ນເທິງກຳນົດອອກໃນແຕ່ລະໄລຍະ ແລະ ຈັດຕັ້ງປາຖະກະຖາວັນສຳຄັນຕ່າງໆ ມີຈຳນວນພົນເຂົ້າຮ່ວມຫຼາຍພັນສະຫາຍ.

ຜ່ານການເຜີຍແຜ່ ສາມາດເຮັດໃຫ້ສະມາຊິກຊາວໜຸ່ມ ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈົ່ງຮັກພັກດີ, ຊື່ສັດບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດຊາດ-ຕໍ່ປະຊາຊົນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ເຮັດສຳເລັດໜ້າທີ່-ທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນ ຊາວໜຸ່ມກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ເຮັດໜ້າທີ່ວິຊາສະເພາະຂອງຕົນ ຢ່າງເຂັ້ມງວດ, ສາມາດຮັບປະກັນຄວາມປອດໄພ 100% ສະແດງອອກຄື:

ມີ ບັນດາຄະນະບໍລິຫານງານຊາວໜຸ່ມ 18 ກົມກອງ ອ້ອມຂ້າງ ກະຊວງ ແລະ ແຂກຮັບເຊີນ ເຂົ້າຮ່ວມ

ປ້ອງກັນ-ກວດກາຕູ້ ATM ຕາມຈຸດຕ່າງໆໄດ້ 377 ຄັ້ງ, ປ້ອງກັນເຄື່ອນຍ້າຍວັດຖຸມີຄ່າພາຍໃນ ນວ 594 ຄັ້ງ, ປ້ອງກັນກອງປະຊຸມຕ່າງໆ 15 ຄັ້ງ ແລະ ປ້ອງກັນງານລ້ຽງ-ງານວາງສະແດງຕ່າງໆໄດ້ 14 ຄັ້ງ.