ໃຫ້ກຽດປາຖະກະຖາໂດຍ ພັອ ບຸນນ້ອມ ໄຊຍະພູມ ຮອງອໍານວຍການ ວສປ

ຄະນະບໍລິຫານງານຊາວໜຸ່ມ ວິທະຍາຄານສັນຕິບານປະຊາຊົນ ( ວສປ ) ກະຊວງ ປກສ ໄດ້ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ ( 14 ເມສາ 1955-14 ເມສາ 2019 ) ໃນວັນທີ 3 ພຶດສະພາ ຜ່ານມາ, ໃຫ້ກຽດປາຖະກະຖາໂດຍ ພັອ ບຸນນ້ອມ ໄຊຍະພູມ ຮອງອໍານວຍການ ວສປ, ມີ ຄະນະບໍລິຫານງານ ຊາວໜຸ່ມ, ພະນັກງານຄູ-ອາຈານ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ພັອ ບຸນນ້ອມ ໄຊຍະພູມ ໄດ້ຍົກໃຫ້ເຫັນມູນເຊື້ອການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ວ່າ:

ມີ ຄະນະບໍລິຫານງານ ຊາວໜຸ່ມ, ພະນັກງານຄູ-ອາຈານ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ

ໃນວັນທີ 14 ເມສາ 1955, ພັກປະຊາຊົນ ປະຕິວັດລາວ ໄດ້ສ້າງຕັ້ງ ອົງການຈັດຕັ້ງຊາວໜຸ່ມຕະລຸມບອນ ຂຶ້ນໃນຖັນແຖວພະນັກງານປະກອບອາວຸດ ເຊິ່ງອົງການຈັດຕັ້ງດັ່ງກ່າວໄດ້ກາຍເປັນເຈົ້າການເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມ ປະຕິບັດພາລະບົດບາດປະຈັນບານໃນທຸກສະໜາມຮົບດ້ວຍມານະຈິດ ທີ່ວ່າ:

“ ຍອມຕາຍ ດີກວ່າ ເສຍເອກະລາດ, ເດັດຂາດ ບໍ່ໃຫ້ປະເທດຊາດ ຖືກຕັດແບ່ງ ແລະ ຄວາມປອງດອງຊາດ ຖືກທໍາລາຍ ”

ຄະນະບໍລິຫານງານຊາວໜຸ່ມ ວິທະຍາຄານສັນຕິບານປະຊາຊົນ ( ວສປ ) ກະຊວງ ປກສ

ຊາວໜຸ່ມເປັນໝື່ນເປັນແສນຄົນ ໄດ້ສະໝັກເຂົ້າຮັບໃຊ້ຊາດ, ເປັນກໍາລັງປະກອບອາວຸດຢູ່ແຖວໜ້າ, ເປັນກໍາລັງແນວຫຼັງໃນການລໍາລຽງຂົນສົ່ງ, ເປັນກໍາລັງຂົນຂວາຍປະກອບອາວຸດ, ເປັນກໍາລັງຕໍ່ສູ້ດ້ານການເມືອງຢູ່ 10 ແຂວງ ແລະ ເປັນກໍາລັງຕໍ່ສູ້ປົກປັກຮັກສາສອງແຂວງເຕົ້າໂຮມ ( ຫົວພັນ ແລະ ຜົ້ງສາລີ ).

ເຂົາເຈົ້າຍັງແມ່ນກໍາລັງປະກອບອາວຸດ ທີ່ໄດ້ປະກອບສ່ວນໃນການສ້າງວິລະກໍາອັນລໍ້າເລີດ ແລະ ເຫດການມະຫັດສະຈັນໃນປະຫວັດສາດ ເຊັ່ນ:

ການຜ່າວົງປິດລ້ອມຂອງ ກອງພັນທີສອງ ອອກຈາກທົ່ງໄຫຫີນ ແລະ ການເອົາຜູ້ນໍາແນວລາວຮັກຊາດ ໜີອອກຈາກຄຸກໂພນເຄັງ ແລະ ວິລະກໍາອື່ນໆ.

ທ່ານຮອງອໍານວຍການ ວສປ ຍັງໄດ້ກ່າວຕື່ມອີກວ່າ:

ຄຽງຄູ່ກັນນີ້, ເພື່ອສືບຕໍ່ວິລະກໍາອັນລໍ້າເລີດຂອງຊາວໜຸ່ມຮຸ່ນກ່ອນ ພວກເຮົາເປັນຊາວໜຸ່ມຮຸ່ນສືບທອດ ຈະຕ້ອງສືບຕໍ່ປະຕິບັດແນວຄິດ ແລະ ອຸດົມການຂອງ ປະທານ ໄກສອນ ພົມວິຫານ ໃນການຊີ້ນໍາ-ນໍາພາສະມາຊິກຊາວໜຸ່ມ ໃຫ້ນັບມື້ໜັກແໜ້ນເຂັ້ມແຂງ, ມີຫົວຄິດປະດິດສ້າງ, ມີຄວາມຮູ້-ຄວາມສາມາດ ນໍາພາຊາວໜຸ່ມລາວ ກ້າວຂຶ້ນໃຫ້ທັນກັບຍຸກສະໄໝໃໝ່ ໃຫ້ສົມກັບຂະໜານນາມວ່າ “ ຊາວໜຸ່ມ ຈົ່ງກາຍເປັນນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງການເປັນສິນໄຊແຫ່ງຍຸກສະໄໝພວກເຮົາ ”.

ໂອກາດດຽວກັນ, ພັຕ ໄພບູນ ກິດຕິສັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ວສປ ໄດ້ຜ່ານຂໍ້ຕົກລົງຂອງ ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ເລກທີ 134/ຄຊ.ປກສ ລົງວັນທີ 1 ເມສາ 2019 ວ່າດ້ວຍ ການຢັ້ງຢືນໜ່ວຍຊາວໜຸ່ມຮາກຖານ ທີ່ຂຶ້ນກັບ ຄະນະຊາວໜຸ່ມ ວສປ ເປັນໜ່ວຍຊາວໜຸ່ມ 4 ບຸກ ປະຈໍາປີ 2018 ມີຈໍານວນ 13 ໜ່ວຍ ຄື:

ມອບໃບຢັ້ງຢືນ ໃຫ້ແກ່ແຕ່ລະໜ່ວຍຊາວໜຸ່ມ ໂດຍ ພັອ ບຸນນ້ອມ ໄຊຍະພູມ
ມອບໃບຢັ້ງຢືນ ໃຫ້ແກ່ແຕ່ລະໜ່ວຍຊາວໜຸ່ມ ໂດຍ ພັອ ບຸນນ້ອມ ໄຊຍະພູມ
  1. ໜ່ວຍຊາວໜຸ່ມຮາກຖານ ຫ້ອງພະລາທິການ
  2. ໜ່ວຍຊາວໜຸ່ມຮາກຖານ 12 ຄະນະວິຊາຄູ
  3. ໜ່ວຍຊາວໜຸ່ມຮາກຖານບໍລິຫານ 1
  4. ໜ່ວຍຊາວໜຸ່ມຮາກຖານບໍລິຫານ 2
  5. ໜ່ວຍຊາວໜຸ່ມຮາກຖານ ນັກສຶກສາຮຸ່ນທີ 15 ກອງຮ້ອຍ 1
  6. ໜ່ວຍຊາວໜຸ່ມຮາກຖານ ນັກສຶກສາຮຸ່ນທີ 15 ກອງຮ້ອຍ 2
  7. ໜ່ວຍຊາວໜຸ່ມຮາກຖານ ນັກສຶກສາຮຸ່ນທີ 21 ກອງຮ້ອຍ 1
  8. ໜ່ວຍຊາວໜຸ່ມຮາກຖານ ນັກສຶກສາຮຸ່ນທີ 21 ກອງຮ້ອຍ 2
  9. ໜ່ວຍຊາວໜຸ່ມຮາກຖານ ນັກສຶກສາຮຸ່ນທີ 21 ກອງຮ້ອຍ 3
  10. ໜ່ວຍຊາວໜຸ່ມຮາກຖານ ນັກສຶກສາຮຸ່ນທີ 21 ກອງຮ້ອຍ 4
  11. ຄະນະຊາວໜຸ່ມຮາກຖານ ນັກສຶກສາຮຸ່ນທີ 22 ກອງຮ້ອຍ 1
  12. ໜ່ວຍຊາວໜຸ່ມຮາກຖານ ນັກສຶກສາຮຸ່ນທີ 22 ກອງຮ້ອຍ 2
  13. ໜ່ວຍຊາວໜຸ່ມຮາກຖານ ນັກສຶກສາຮຸ່ນທີ 22 ກອງຮ້ອຍ 3

ເຊິ່ງໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ແຕ່ລະໜ່ວຍຊາວໜຸ່ມ ໂດຍ ພັອ ບຸນນ້ອມ ໄຊຍະພູມ.

ປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ