ເປັນປະທານໂດຍ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງໆບໍລິຄໍາໄຊ

ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄຳໄຊ ປະກາດປ່ອຍຕົວນັກໂທດກ່ອນກໍານົດ ຈຳນວນ 35 ຄົນ ຍິງ 9 ຄົນ ໃນວັນທີ 30 ເມສາ 2019, ເປັນປະທານໂດຍ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງໆບໍລິຄໍາໄຊ, ພ້ອມທັງມີ ພັທ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ອົງການໄອຍະການ, ສານປະຊາຊົນ, ອົງການຈັດຕັ້ງກໍາມະບານ, ຊາວໜຸ່ມ-ແມ່ຍິງ, ຍາດຕິພີ່ນ້ອງນັກໂທດ ເຂົ້າຮ່ວມ.

ພັທ ສີລາ ພົມມະຈັນ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ:

ນັກໂທກທີ່ໄດ້ຮັບການປ່ອຍຕົວໃນຄັ້ງນີ້ ມີຈໍານວນ 35 ຄົນ, ຍິງ 9 ຄົນ
ນັກໂທກທີ່ໄດ້ຮັບການປ່ອຍຕົວໃນຄັ້ງນີ້ ມີຈໍານວນ 35 ຄົນ, ຍິງ 9 ຄົນ

ໂດຍປະຕິບັດຕາມຄຳຕັດສິນຂອງ ສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງບໍລິຄຳໄຊ ເລກທີ 54/ຂຕອ, ລົງວັນທີ 24 ເມສາ 2019 ວ່າດ້ວຍ ການປ່ອຍຕົວນັກໂທດຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນຖືກຕ້ອງຕາມກົດໝາຍອາຍາ ແຫ່ງ ສປປ ລາວ ມາດຕາ 52 ສະບັບປັບປຸງ ປີ 2005 ວ່າດ້ວຍ ການປ່ອຍຕົວນັກໂທດກ່ອນກຳນົດ ໂດຍມີເງື່ອນໄຂ ແລະ ຜ່ານໃບປ່ອຍຕົວຂອງ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ສະບັບເລກທີ 2299/ປກສຂ ລົງວັນທີ 26 ເມສາ 2019 ວ່າດ້ວຍ ການປ່ອຍຕົວນັກໂທດກ່ອນກຳນົດ ໂດຍມີເງື່ອນໄຂ ຈໍານວນ 35 ຄົນ, ຍິງ 9 ຄົນ.

ໃນນັ້ນ, ມີນັກໂທດຄະດີຄ້າ-ຂາຍຢາເສບຕິດ 32 ຄົນ, ຍິງ 8 ຄົນ ແລະ ຄະດີທົ່ວໄປ 3 ຄົນ, ຍິງ 1 ຄົນ, ເຊິ່ງພວກກ່ຽວໄດ້ຜ່ານການປະຕິບັດໂທດຕາມກົດໝາຍມາແລ້ວ 2 ສ່ວນ 3 ເຫັນວ່າພວກກ່ຽວມີຄວາມຄິດກິນແໜງແຄງໃຈຕໍ່ການກະທຳຜິດດັ່ງກ່າວ ແລະ ມີຄວາມຫ້າວຫັນໃນການອອກແຮງງານ, ເອົາໃຈໃສ່ປະຕິບັດກົດລະບຽບຂອງຄ້າຍຄຸມຂັງ ໄດ້ຢ່າງເຂັ້ມງວດ ຈຶ່ງໄດ້ຮັບການປ່ອຍຕົວຕາມແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ.

ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄຳໄຊ ປະກາດປ່ອຍຕົວນັກໂທດກ່ອນກໍານົດ
ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄຳໄຊ ປະກາດປ່ອຍຕົວນັກໂທດກ່ອນກໍານົດ

ໃນໂອກາດດັ່ງກ່າວ ທ່ານ ບຸນມາ ບຸຈະເລີນ ໄດ້ແນະນໍາຕໍ່ບັນດານັກໂທດທີ່ໄດ້ຮັບການປ່ອຍຕົວໃນຄັ້ງນີ້ວ່າ:

ເມື່ອພົ້ນໂທດອອກໄປຢູ່ນຳຄອບຄົວ ແລະ ສັງຄົມແລ້ວ ຈົ່ງພ້ອມກັນເອົາໃຈໃສ່ເຄົາລົບ ແລະ ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ປະກອບອາຊີບທໍາມາຫາກິນຢ່າງຊື່ສັດສຸດຈະລິດ, ຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ເພື່ອສ້າງສາພັດທະນາຕົນເອງ ແລະ ຄອບຄົວ.