ປິດຊຸດຝຶກອົບຮົມ ພາສາຫວຽດນາມ ຂອງຊາວໜຸ່ມກົມໃຫຍ່ການເມືອງ ປກສ

0
2625
ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ກະຊວງ ປກສ
ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ກະຊວງ ປກສ

ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປິດຊຸດຝຶກອົບຮົມ ພາສາຫວຽດນາມ ໄລຍະສັ້ນ 6 ເດືອນ ຊຸດທີ I ພ້ອມທັງມອບໃບຢັ້ງຢືນໃຫ້ບັນດາສະຫາຍທີ່ສຳເລັດການຝຶກອົບຮົມ ໃນວັນທີ 3 ພຶດສະພາ 2019, ເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ, ມີບັນດາສະຫາຍໃນອົງການຜູ້ຕາງໜ້າ ກະຊວງຕຳຫຼວດ ສສ ຫວຽດນາມ ປະຈຳ ສປປ ລາວ, ບັນດາຄະນະພັກກົມໃຫຍ່, ຄະນະຊາວໜຸ່ມກົມໃຫຍ່, ພາກສ່ວນກ່ຽວຂ້ອງ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ມອບໃບຢັ້ງຢືນໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ
ມອບໃບຢັ້ງຢືນໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ

ພັຕ ແກ້ວອຸດອນ ວິໄລທອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ຜ່ານບົດລາຍງານໃຫ້ຮູ້ວ່າ:

ຊຸດຝຶກອົບຮົມ ພາສາຫວຽດນາມ ໄດ້ເລີ່ມການຮໍ່າຮຽນແຕ່ວັນທີ 20 ກັນຍາ 2018 – 3 ພຶດສະພາ 2019 ໂດຍມີນັກສໍາມະນາກອນທີ່ມາຈາກ ກົມກອງອ້ອມຂ້າງກົມໃຫຍ່ການເມືອງ ປກສ ທັງໝົດ 42 ສະຫາຍ ຍິງ 17 ສະຫາຍ, ເຊິ່ງນັບແຕ່ເລີ່ມເປີດຝຶກອົບຮົມເປັນຕົ້ນມາ ບັນດານັກສຳມະນາກອນແຕ່ລະສະຫາຍ ໄດ້ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າຮໍ່າຮຽນ, ເອົາໃຈໃສ່ຝຶກຝົນຫໍ່ຼຫຼອມຕົນເອງທາງດ້ານຄຸນສົມບັດ, ສິນທຳປະຕິວັດ ຕິດພັນກັບ ການຄົ້ນຄວ້າຮໍ່າຮຽນວິຊາສະເພາະ;

ເວົ້າສະເພາະແມ່ນ ຮຽນຮູ້ພື້ນຖານການນຳໃຊ້ພາສາຫວຽດນາມ ແລະ ການສົນທະນາຕົວຈິງ ເພື່ອຍົກສູງລະດັບຄວາມຮູ້-ຄວາມສາມາດທາງດ້ານພາສາຕ່າງປະເທດ ໃຫ້ແກ່ນາຍ ແລະ ພົນຕຳຫຼວດຂອງກົມໃຫຍ່ການເມືອງ ກໍຄືສະມາຊິກຊາວໜຸ່ມອ້ອມຂ້າງກົມໃຫຍ່ການເມືອງ ປກສ ໃຫ້ສູງຂຶ້ນເລື້ອຍໆ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງ-ທີ່ການຈັດຕັ້ງມອບໝາຍໃຫ້ຢ່າງມີປະສິດທິພາບ;

ຜ່ານການຮໍ່າຮຽນ ສາມາດສະຫຼຸບຕີລາຄາຈັດແບ່ງປະເພດ ຄື: ປະເພດເກັ່ງ ມີ 15 ສະຫາຍ ຍິງ 7 ສະຫາຍ, ກາງ 25 ສະຫາຍ ຍິງ 10 ສະຫາຍ ແລະ ປະເພດອ່ອນ ມີ 2 ສະຫາຍ.

ຊຸດຝຶກອົບຮົມ ພາສາຫວຽດນາມ ໄລຍະສັ້ນ
ຊຸດຝຶກອົບຮົມ ພາສາຫວຽດນາມ ໄລຍະສັ້ນ

ໂອກາດດຽວກັນ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ໄດ້ສະແດງຄວາມຊົມເຊີຍຕໍ່ ຄະນະຮັບຜິດຊອບ ແລະ ພະນັກງານຄູ-ອາຈານ ທີ່ຕັ້ງໜ້າເອົາໃຈໃສ່ປະຕິບັດການສິດສອນຕາມແຜນການທີ່ ຄະນະພັກຂັ້ນເທິງ ໄດ້ກຳນົດໄວ້ຢ່າງມີຜົນສຳເລັດ, ພ້ອມທັງມີທິດຊີ້ນຳໃຫ້ບັນດານັກສຳມະນາກອນ ຈົ່ງພ້ອມກັນສືບຕໍ່ສຶກສາຄົ້ນຄວ້າຮໍ່າຮຽນພາສາຫວຽດນາມ ທີ່ໄດ້ຮຽນມາຢ່າງເປັນປົກກະຕິ ເພື່ອຍົກສູງລະດັບຄວາມຮູ້ຂອງແຕ່ລະສະຫາຍໃຫ້ເຂົ້າສູ່ລວງເລິກ ແລະ ເຂົ້າໃຈຕໍ່ກັບພາສາດັ່ງກ່າວ ເພື່ອນຳໄປພັດທະນາຕົນເອງໃຫ້ສາມາດເວົ້າໄດ້, ຂຽນໄດ້ ຢ່າງຄ່ອງແຄ້ວ ແລະ ດີຂຶ້ນໃນຕໍ່ໜ້າ ໃຫ້ສາມາດຕອບສະໜອງໄດ້ຕໍ່ກັບວຽກງານການເມືອງຂອງຕົນໃນສະເພາະໜ້າ ແລະ ຍາວນານ ຢ່າງມີຄຸນນະພາບ.