ບັນຫາການຖິ້ມຂີ້ເຫຍື້ອຂອງນັກປີນເຂົາ ຢູ່ຕາມຍອດເຂົາເອບເວີເຣສ

ສຳນັກຂ່າວ CNN ລາຍງານ ໃນວັນທີ 5 ພຶດສະພາ ທີ່ຜ່ານມາ ວ່າ:

ໂຄງການເກັບຂີ້ເຫຍື້ອ ແລະ ສົບນັກປີນເຂົາ ເທືອກເຂົາເອບເວີເຣສ ໂດຍກຸ່ມອາສາສະໝັກ 14 ແຄົນ ທີ່ເຣັດວຽກຢ່າງຈິງຈັງ ເລີ່ມສ້າງຜົນງານແລ້ວກວ່າ 3 ໂຕນ ພາຍໃນເວລາພຽງສອງອາທິດ ນໍ້າໜັກດັ່ງກ່າວທຽບໄດ້ກັບລົດຍົນອາເນັກປະສົງ 2 ຄັນ ຫຼື ຮິບໂປຕົວຜູ້ຂະໜາດໃຫຍ່ຕົວໜຶ່ງ.

ທີມອາສາສະໝັກ ໂຄງການລໍນະລົງທຳຄວາມສະອາດ ເອບເວີເຣສ ຫຼື Everest Cleaning Campaign ຕັ້ງເປົ້າໄວ້ວ່າ:

ຈະເກັບຂີ້ເຫຍື້ອໃຫ້ໄດ້ 10 ໂຕນ ພາຍໃນເວລາ 45 ມື້ ໂດຍມີເຮລິຄອບເຕີຊ່ວຍເຮັດພາລະກິດນີ້ ຂະນະທີ່ເກັບມາໄດ້ມີທັງກະປ໋ອງ, ຕຸກພຼາສຕິກ ແລະ ອຸປະກອນປີນເຂົາ; ນອກຈາກນີ້, ຍັງມີສົບນັກປີນເຂົາ 4 ຮ່າງ ຢູ່ເທິງຄວາມສູງ 8.848 ແມັດ.

ທີມອາສາສະໝັກ ໂຄງການລໍນະລົງທຳຄວາມສະອາດ ເອບເວີເຣສ ຫຼື Everest Cleaning Campaign
ທີມອາສາສະໝັກ ໂຄງການລໍນະລົງທຳຄວາມສະອາດ ເອບເວີເຣສ ຫຼື Everest Cleaning Campaign

ທ່ານ ທັນທຸ ຣາດ ກິມິຣີ ລັດຖະມົນຕີ ກະຊວງການທ່ອງທ່ຽວ ເນປານ ກ່າວວ່າ:

“ ທີມຂອງເຮົາຕອນນີ້ ຂຶ້ນໄປເຖິງເອບເວີເຣສ ເບສ ແຄັມ ແລ້ວ ເພື່ອເຮັດພາລະກິດເກັບຂີ້ເຫຍື້ອ, ສິ່ງຈຳເປັນທຸກຢ່າງ ລວມເຖິງນໍ້າ, ອາຫານ ແລະ ທີ່ພັກອາໄສ ໄດ້ຈັດກຽມໄວ້ໝົດແລ້ວ ”

ລັດຖະບານເນປານ ແລະ ຄົນໃນຊຸມຊົນ ພະຍາຍາມແກ້ໄຂບັນຫາຂີ້ເຫຍື້ອ ຢູ່ເທືອກເຂົາເອບເວີເຣສ ຈາກນັກປີນເຂົາທົ່ວໂລກທີ່ເດີນທາງມາດ້ວຍຄວາມຫວັງ ຈະພິຊິດຍອດເຂົາໃນທຸກປີ ເຊິ່ງນັບຈາກປີ 2011 ເປັນຕົ້ນມາ ທີ່ມີຄວາມພະຍາຍາມຈະເກັບກູ້ຂີ້ເຫຍື້ອ ແລະ ຕັ້ງລະບົບບໍລິຫານຈັດການຂີ້ເຫຍື້ອ ຢ່າງຈິງຈັງ.

ລັດຖະບານເນປານ ແລະ ຄົນໃນຊຸມຊົນ ພະຍາຍາມແກ້ໄຂບັນຫາຂີ້ເຫຍື້ອ ຢູ່ເທືອກເຂົາເອບເວີເຣສ
ລັດຖະບານເນປານ ແລະ ຄົນໃນຊຸມຊົນ ພະຍາຍາມແກ້ໄຂບັນຫາຂີ້ເຫຍື້ອ ຢູ່ເທືອກເຂົາເອບເວີເຣສ

ພາລະກິດເກັບກູ້ຂີ້ເຫຍື້ອ ພົບບັນຫາໃໝ່ທີ່ຕ້ອງຮັບມື ນັ້ນຄື ການປ່ຽນແປງທາງສະພາບອາກາດ ຫຼື ພາວະໂລກຮ້ອນ ທີ່ເຮັດໃຫ້ຫິມະ ແລະ ທານນໍ້າແຂງ ລະລາຍໄວຂຶ້ນ ແລະ ພົບສົບຫຼາຍຂຶ້ນ ໂດຍເລີ່ມຈາກມີການນັບຈຳນວນຜູ້ເສຍຊີວິດ ຕັ້ງແຕ່ປີ ຄ.ສ 1922 ຢູ່ເທືອກເຂົາເອບເວີເຣສ ກໍມີສະຖິຕິສູງຂຶ້ນໄປເກີນ 200 ຄົນແລ້ວ ແລະ ເຊື່ອວ່າ ສ່ວນຫຼາຍຖືກຝັງຢູ່ໃຕ້ຫິມະໜາ.