ຄະດີຄາດຕະກຳສະເທືອນຂວັນ ໃນປະເທດໄຊປຣັສ ທີ່ເປັນຂ່າວໃຫຍ່ໃນເອີຣົບ ຈາກການທີ່ຜູ້ເຄາະຮ້າຍສ່ວນຫຼາຍເປັນຜູ້ຍິງ ແລະ ເດັກຍິງຕ່າງຊາດ

ໃນວັນທີ 6 ພຶດສະພາ, ສຳນັກຂ່າວ ເອພີ ລາຍງາຍ ຄະດີຄາດຕະກຳສະເທືອນຂວັນ ໃນປະເທດໄຊປຣັສ ທີ່ເປັນຂ່າວໃຫຍ່ໃນເອີຣົບ ຈາກການທີ່ຜູ້ເຄາະຮ້າຍສ່ວນຫຼາຍເປັນຜູ້ຍິງ ແລະ ເດັກຍິງຕ່າງຊາດ ພ້ອມທັງກາຍເປັນເລື່ອງໂຈມຕີເຈົ້າໜ້າທີ່ໄຊປຣັສ ຢ່າງກວ້າງຂວາງ ວ່າ ບໍ່ສອບສວນເພື່ອຢັບຢັ້ງເຫດຢ່າງຈິງຈັງ ເນື່ອງຈາກຜູ້ເຄາະຮ້າຍເປັນຜູ້ຍິງດ້ອຍສະຖານະທາງສັງຄົມ.

ຫຼ້າສຸດ, ເຈົ້າໜ້າທີ່ ພົບສົບທີ 2 ຖືກຍັດໃສ່ຖົງ ແລະ ຖິ້ມໄວ້ໃນທະເລສາບທີ່ນໍ້າປົນເປື້ອນພິດ ໃນວັນທີ 5 ພຶດສະພາ ທີ່ຜ່ານມາ ຕາມຄຳໃຫ້ການຂອງຜູ້ຖືກສົງໄສ ເຊິ່ງເປັນນາຍທະຫານ ສາລະພາບວ່າ:

ສັງຫານຜູ້ຍິງ ແລະ ເດັກສາວ 7 ຄົນ ໃນຈຳນວນນີ້ຍັດໃສ່ຖົງໄປຖິ້ມລົງທະເລສາບ 3 ຄົນ.

ເຈົ້າໜ້າທີ່ໄຊປຣັສ ປະຕິບັດການຄົ້ນຫາສົບຜູ້ເຄາະຮ້າຍ
ເຈົ້າໜ້າທີ່ໄຊປຣັສ ປະຕິບັດການຄົ້ນຫາສົບຜູ້ເຄາະຮ້າຍ

ທະເລສາບດັ່ງກ່າວ ສ້າງຂຶ້ນໃນເຂດເໝືອງແຮ່ ທີ່ໝູ່ບ້ານມິດເຊໂຣ ຫ່າງຈາກນະຄອນຫຼວງນິໂຄເຊຍ ປະມານ 32 ກິໂລແມັດ ຖືກຖິ້ມໄວ້ໃນສະພາບທີ່ນໍ້າປົນເປື້ອນ ສານໄພໄຣ ທອງແດງ; ເຈົ້າໜ້າທີ່ ພົບສົບທຳອິດໂດຍບັງເອີນ ໃນວັນທີ 28 ເມສາ ທີ່ຜ່ານມາ ເນື່ອງຈາກເກີດນໍ້າຖ້ວມ ຈາກນັ້ນຈຶ່ງສອບສວນ ແລະ ພົບວ່າ ເປັນຄະດີຄາດຕະກຳຕໍ່ເນື່ອງ ຄະດີທຳອິດຂອງປະເທດ ແລະ ສະຢອງຂວັນທີ່ສຸດ ຕັ້ງແຕ່ເຈົ້າໜ້າທີ່ພົບມາ.

ຜູ້ຖືກສົງໄສ ເປັນນາຍທະຫານຊັ້ນຮ້ອຍເອກ ອາຍຸ 25 ປີ ໃຫ້ການສາລະພາບວ່າ:

ສັງຫານຜູ້ຍິງ 5 ຄົນ, ເດັກຍິງ 3 ຄົນ ແລະ ນຳຮ່າງທີ່ເນົ່າເປື່ອຍແລ້ວ 3 ຄົນ ໃນຈຳນວນນີ້ ເປັນຍິງຊາວຟິລິບປິນ 1 ຄົນ ແລະ ຍິງຊາວຢິບຊີແມ່ລູກ 2 ສົບ ໄປຖິ້ມລົງທະເລສາບ.

ດ້ານເຈົ້າໜ້າທີ່ນິຕິເວດວິທະຍາ ຈະສັນນະສູດສົບເພື່ອພິສູດລັກສະນະບຸກຄົນ, ສ່ວນທີມນັກດຳນໍ້າ ຍັງຄົງໃຊ້ອຸປະກອນຄື້ນໂຊນາ ກວດຫາຖົງອີກອັນໃຕ້ກົ້ນທະເລສາບ.

ຄະດີນີ້ ເຮັດໃຫ້ ລັດຖະມົນຕີ ກະຊວງຍຸຕິທຳ ແລະ ຜູ້ບັນຊາການຕຳຫຼວດແຫ່ງຊາດ ຕ້ອງລາອອກຈາກຕຳແໜ່ງ ຫຼັງຈາກຖືກຕຳນິ ແລະ ກ່າວຫາວ່າ:

ລະເລີຍການສອບສວນມາດົນນານ ເມື່ອມີຜູ້ເຄາະຮ້າຍຫາຍຕົວໄປຕັ້ງແຕ່ 2 ປີເຄິ່ງ ທີ່ຜ່ານມາ ແລະ ສົງໄສວ່າ ຄາດຕະກອນຍັງຄົງລົງມືຕໍ່ ເນື່ອງຈາກຍັງມີຜູ້ຍິງຫາຍຕົວໄປຢູ່ ແຕ່ເນື່ອງຈາກເປັນຊາວຕ່າງຊາດທີ່ມີສະຖານະດ້ອຍທາງສັງຄົມ ຕຳຫຼວດຈຶ່ງບໍ່ສົນໃຈຈະແກ້ໄຂຄະດີ.

ນັກດຳນໍ້າ ລົງຊອກຫາສົບຜູ້ເຄາະຮ້າຍ ໃຕ້ກົ້ນທະເລສາບ
ນັກດຳນໍ້າ ລົງຊອກຫາສົບຜູ້ເຄາະຮ້າຍ ໃຕ້ກົ້ນທະເລສາບ

ທ່ານ ນີໂອໄພຕອສ ຊາໄອລອສ ຫົວໜ້າພະແນກສືບສວນ-ສອບສວນ ຄະດີອາຊະຍາກຳ ແຈ້ງຕໍ່ສານໃນນະຄອນຫຼວງນິໂຄເຊຍ ວ່າ:

ພົບຫຼັກຖານໃນໂທລະສັບຂອງຜູ້ຖືກສົງໄສ ບົ່ງບອກວ່າກໍ່ຄະດີຕັ້ງແຕ່ຕົ້ນປີ 2017 ໂດຍຜູ້ຖືກສົງໄສຕິດຕໍ່ຫາຜູ້ເຄາະຮ້າຍທາງອອນລາຍ ໃນຈຳນວນນີ້ມີການຮັບຜູ້ເຄາະຮ້າຍຊາວຕ່າງຊາດ ອາຍຸ 19 ປີ ຂຶ້ນລົດໄປຂົ່ມຂືນ.

ຕໍ່ມາ, ຜູ້ເຄາະຮ້າຍ ໂທຫາຜູ້ເປັນເມຍຂອງທະຫານຄົນນີ້ ແລະ ເລົ່າວ່າເກີດຫຍັງຂຶ້ນ ແຕ່ບໍ່ແນ່ໃຈວ່າ ຈາກນັ້ນຜູ້ເປັນເມຍຂອງຜູ້ຖືກສົງໄສ ມີປະຕິກິລິຍາແນວໃດ ຫຼື ບໍ? ປັດຈຸບັນ, ຜູ້ເປັນເມຍ ຢ່າຂາດຈາກຜູ້ຖືກສົງໄສແລ້ວ ໂດຍມີລູກນໍາກັນ 2 ຄົນ.

ໃນວັນທີ 5 ພຶດສະພາ ທີ່ຜ່ານມາ, ຜູ້ຖືກສົງໄສ ຖືກນຳຕົວຂຶ້ນສານ ໂດຍໃສ່ເສື້ອເກາະກັນລູກປືນ, ສານອະນຸຍາດໃຫ້ເຈົ້າໜ້າທີ່ກັກຕົວໄວ້ສອບສວນອີກ 8 ມື້, ຂະນະນີ້ ຍັງບໍ່ມີການເປີດເຜີຍຊື່ ນາຍທະຫານຜູ້ຖືກສົງໄສຄົນນີ້ ເນື່ອງຈາກຍັງບໍ່ໄດ້ຕັ້ງຂໍ້ຫາຢ່າງເປັນທາງການ.

ປະຊາຊົນ ຊຸມນຸມປະທ້ວງວ່າ ເປັນຫຍັງຄືປ່ອຍໃຫ້ຄະດີຍືດເຍື້ອປານນີ້
ປະຊາຊົນ ຊຸມນຸມປະທ້ວງວ່າ ເປັນຫຍັງຄືປ່ອຍໃຫ້ຄະດີຍືດເຍື້ອປານນີ້

ສຳລັບຜູ້ເຄາະຮ້າຍທີ່ມີການເຜີຍຊື່ແລ້ວ ຄື ແມ່ລູກຊາວຢິບຊີ ນາມສະກຸນ ບູເນຍ ແລະ ອີກສອງຄົນ ຊື່ ແມຣີ ໂຣສ ອາຍຸ 38 ປີ ແລະ ແອຣຍນ ປາລານາສ ອາຍຸ 28 ປີ ທັງສອງເປັນຊາວຟິລິບປິນ ສົບຖືກພົບທີ່ເມືອງຮ້າງ ໄລຍະເວລາຫ່າງກັນ 6 ມື້.

ທາງດ້ານ ປະທານາທິບໍດີ ນິກອສ ອະນາສຕາເຊຍເດສ ກ່າວວ່າ:

ຜູ້ຖືກສົງໄສ ເປັນຄາດຕະກອນຕໍ່ເນື່ອງ ແລະ ກ່າວຂໍໂທດຕໍ່ນັກການທູດ ຂອງປະເທດທີ່ຕົກເປັນຜູ້ເຄາະຮ້າຍ ໃນຄະດີນີ້ແລ້ວ ພ້ອມກັບປະກາດເພີ່ມມາດຕະການເບິ່ງແຍງດູແລ ແຮງງານຕ່າງຊາດ ໃນປະເທດໃຫ້ດີຂຶ້ນ.