ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງກາບູນ ປະເທດອັບການິດສະຖານ ໃນວັນທີ 22 ມີນາ ວ່າ: ອົງການສຳຫຼວດທໍລະນີວິທະຍາ ສະຫະລັດ ອາເມລິກາ (USGS) ລາຍງານການເກີດແຜ່ນດິນໄຫວຂະໜາດ 6,5 ແມັກນີຈູດ ໂດຍຈຸດສູນກາງຂອງແຜ່ນດິນໄຫວຢູ່ເລິກລົງໄປໃນພື້ນດິນ ປະມານ 194 ກິໂລແມັດ, ຫ່າງຈາກເມືອງຈູມ ປະມານ 40 ແມັດ; ເຊິ່ງເມືອງດັ່ງກ່າວ ຕັ້ງຢູ່ບໍລິເວນຊາຍແດນອັບການິດສະຖານ ກັບ ປາກິດສະຖານ ແລະ ທາຈິກິດສະຖານ.

ດ້ານອົງການ​ອຸຕຸນິຍົມ​ວິທະຍາ​ແຫ່ງ​ຊາດ​ ປາ​ກິດສະຖານ​ ໄດ້​ວັດ​ແທກ​ຄວາມ​ແຮງ​ຂອງ​ແຜ່ນດິນ​ໄຫວຄັ້ງນີ້​ ທີ່ 6,8 ແມັກນີຈູດ, ສູງ​ກວ່າການວັດແທກຂອງ USGS ເລັກໜ້ອຍ ​ແລະ ຫຼັງຈາກນັ້ນກໍເກີດ​ແຮງ​ສັ່ນ​ສະ​ເທືອ​ນຕາມ​ມາ​ (ອາຟເຕີຊັອກ) 3,7 ແມັກນີຈູດ.

ນອກນັ້ນ, ​ແຮງ​ສັ່ນ​ສະ​ເທືອ​ນຂອງ​ແຜ່ນດິນ​ໄຫວ ຍັງສາ​ມາດຮັບ​ຮູ້​​ເຖິງ ນະຄອນຫຼວງອິດສະລາມາບັດ ປະເທດປາກິດສະຖານ ​ແລະ ​ບາງ​ເຂດ​ໃນ​ເມືອງ​ນິວ​ເດ​ລີ ນະຄອນຫຼວງຂອງອິນເດຍ ນຳອີກ.

ເຫດການແຜ່ນ​ດິນ​ໄຫວຄັ້ງນີ້ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 3 ຄົນ ແລະ ​ບາດ​ເຈັບ​ອີກ 150 ຄົນ, ເຊິ່ງ​ຜູ້​ເຄາະ​ຮ້າຍ​ທັງ​ໝົດ ​ຢູ່ອາໄສຢູ່ໃນປາ​ກິດ​ສະຖານ.