ວັນທີ 20 ມີນາ ທີ່ຜ່ານມາ, ທາງການຫວຽດນາມ ຢຶດງາຊ້າງ ຈຳນວນ 7 ໂຕນ ທີ່ຖືກລັກລອບນຳເຂົ້າຈາກອັງໂກລາ; ເຊິ່ງລັດຖະບານຫວຽດນາມ ​ກ່າວວ່າ: ເປັນການຢຶດສິນຄ້າສັດປ່າຄັ້ງທີ່ໃຫຍ່ທີ່ສຸດໃນຮອບຫຼາຍປີ.

ສຳນັກຂ່າວຣອຍເຕີ ລາຍ​ງານ​ຈາກນະຄອນຫຼວງຮ່າ​ໂນ້ຍ ປະເທດຫວຽດນາມ ​ໃນ​ວັນ​ທີ 21 ມີນາ​ ວ່າ: ເຖິງ​ວ່າ​ການ​ຄ້າ​ງາ​ຊ້າງ​ເປັນສິ່ງ​ຜິດ​ກົດໝາຍ​ຂອງ​ຫວຽດນາມ, ​ແຕ່​ການ​ລັກລອບ​ຄ້າ​ສັດປ່າ​ ຍັງ​ມີ​ຢູ່​ຢ່າງ​ກວ້າງຂວາງ; ນອກ​ຈາກ​ງາ​ຊ້າງ​ແລ້ວ, ສິ່ງ​ຂອງ​ອື່ນໆ​ກໍ​ຖືກ​ລັກ​ລອບ​ເຂົ້າ​ປະ​ເທດຢູ່​ເລື້ອຍໆ ເຊັ່ນ: ເກັດ​​ລິ່ນ, ນໍແຮດ ແລະ​ ຊາກ​ເສືອໂຄ່ງ.

ລັດຖະບານ​ຫວຽດນາມ ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ໜຶ່ງ ​ວ່າ: ​ເຈົ້າ​ໜ້າ​ທີ່​ພາສີ​ຫວຽດນາມ ຢູ່​ແຂວງຫາຍ​ຟອງ ກວດພົບ​ງາ​ຊ້າງ​ທີ່ຊຸກ​ເຊື່ອງ​ໄວ້​ໃນ​ຕູ້ຄອນເທັນເນີ ທີ່ໄດ້ແຈ້ງວ່າບັນຈຸໝາກ​ຖົ່ວ​ດິນ, ໂດຍຕູ້ຄອນເທັນເນີດັ່ງກ່າວ ຖືກຂົນ​ສົ່ງ​ຜ່ານ​ສິງກະ​ໂປ.

ເຫດການດັ່ງກ່າວນີ້ ເກີດຂຶ້ນຫຼັງ​ຈາກ​ທີ່​ເຈົ້າ​ໜ້າ​ທີ່​ຫວຽດ​ນາມ ​ໄດ້​ພົບ​ເຫັນ​ງາ​ຊ້າງ​ອາ​ຟ​ຣິ​ກາ ​ຫຼາຍ​ກວ່າ 600 ກິ​ໂລກຼາມ ​ທີ່ທ່າ​ກຳ​ປັ່ນ ແລັກ ຮວຽນ (Lec Huyen) ເມືອງຮາຍຟອງ ໃນເດືອນທີ່ຜ່ານມາ; ເຊິ່ງສານ​ແຫ່ງ​ໜຶ່ງ​ໃນ​ຫວຽດນາມ ​ໄດ້​ຕັດສິນ​ລົງ​ໂທດ​ຊາຍ​ຄົນ​ໜຶ່ງ​ໃຫ້​ຕິດ​ຄຸກ 13 ປີ ​ໃນ​ຂໍ້​ຫາ​ລັກລອບ​ຂົນ​ສົ່ງ​ສັດ​ທີ່​ໃກ້​ຈະ​ສູນ​ພັນ ​ເກືອບ 10 ​ໂຕນ​ ຈາກ​ອາ​ຟຣິກາ; ເຊິ່ງ​ໃນ​ນັ້ນ, ​ມີທັງງາ​ຊ້າງ ​ແລະ​ ນໍ​ແຮດ.