ໃນວັນທີ 23 ມີນາ 2023, ການນໍາຂັ້ນສູງ ກະຊວງ ປກສ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນອະດີດການນໍາອາວຸໂສບໍານານ ກະຊວງ ປກສ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ 2023) ທີ່ໃກ້ຈະມາເຖິງນີ້, ນຳພາໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ, ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ ແລະ ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ ພ້ອມຄະນະ.

ການເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນອະດີດການນໍາອາວຸໂສບໍານານ ກະຊວງ ປກສ ໃນຄັ້ງນີ້ ມີຄອບຄົວ ທ່ານ ທອງບັນ ແສງອາພອນ ອະດີດລັດຖະມົນຕີ ກະຊວງ ປກສ, ພົຕ ສິນທະວົງ ໄຊຍະກອນ, ພົຕ ສົມຫວັງ ທໍາມະສິດ, ຄອບຄົວ ພົຕ ຊຽງສົມ ກຸນລະວົງ, ຄອບຄົວ ພົຕ ສຸດໃຈ ທໍາມາສິດ, ຄອບຄົວ ພົຕ ຄໍາຜົນ ບຸດດາຄໍາ, ຄອບຄົວ ພົຈວ ຕຸລາ ອີນທາທິລາດ, ຄອບຄົວ ພົຈວ ບຸນມາ ມີທອງ ແລະ ຄອບຄົວ ພົຈວ ຄໍາແວວ ສີໂຄດຈູນລະມະນີ ອະດີດຮອງລັດຖະມົນຕີ ກະຊວງ ປກສ.

ໃນໂອກາດດັ່ງກ່າວນີ້, ການນໍາຂັ້ນສູງ ກະຊວງ ປກສ ກໍໄດ້ນໍາເອົາຄໍາຢື້ຢາມຖາມຂ່າວ ພ້ອມທັງສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ມາຍັງອະດີດການນໍາ ກະຊວງ ປກສ ທີ່ໄດ້ຊີ້ນໍາ-ນໍາພາກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ມີຄວາມເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ ມາເຖິງປັດຈຸບັນ ແລະ ພ້ອມຈະນໍາເອົາແບບແຜນ, ອຸດົມການ ແລະ ປະສົບການ, ໝາກຜົນຂອງບັນດາທ່ານຍາດມາໄດ້ນັ້ນ ນໍາເປັນແບບແຜນ, ບົດຮຽນໃນການເສີມຂະຫຍາຍກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປຢ່າງບໍ່ຢຸດຢັ້ງ.