ກົມໃຫຍ່ສັນຕິບານ ກະຊວງ ປກສ ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ສັນຕິບານ ເພີ່ມອີກ 1 ທ່ານ ໃນວັນທີ 23 ມີນາ 2023, ໂດຍການເປັນ ປະທານຂອງ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນ ຄວາມສະຫງົບ, ມີຫົວໜ້າກົມ, ຮອງກົມ, ຫ້ອງການ, ພະແນກພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັອ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຜ່ານດໍາລັດສະບັບເລກທີ 106/ນຍ ລົງວັນ ທີ 1 ມີນາ 2023 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ສັນຕິບານ. ໃນນັ້ນ, ໄດ້ແຕ່ງຕັ້ງ ພັອ ສາຍສະໝິງ ສີວິໄລ ເປັນຮອງຫົວໜ້າ ກົມໃຫຍ່ສັນຕິບານກະຊວງ ປກສ.

ໂອກາດນີ້, ພົຕ ວັນທອງ ກອງມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ຍົກສູງຄວາມຮັບ ຜິດຊອບໃນການຊີ້ນຳ-ນໍາພາບັນດາສະມາຊິກປະຕິບັດວຽກງານວິຊາສະເພາະດ້ວຍຄວາມໜັກແໜ້ນ, ເຂັ້ມແຂງຕໍ່ໜ້າທີ່ການເມືອງກໍຄືການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດຮອບດ້ານ.