ໃນວັນທີ 23 ມີນາ 2023, ກົມສື່ສານ ກະຊວງ ປກສ ໄດ້ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະສື່ສານປ້ອງກັນຄວາມສະຫງົບໄລຍະສັ້ນໃຫ້ພະນັກງານ-ນັກຮົບປະຈໍາປີ 2023, ໂດຍການເປັນປະທານຂອງ ພົຈວ ແສງປະເສີດ ສຸທໍາມະວົງ ຫົວໜ້າກົມສື່ສານ, ມີຄະນະບັນຊາ, ຄະນະກົມ, ພະແນກ ພ້ອມດ້ວຍນັກສໍາມະນາກອນ ເຂົ້າຮ່ວມ.

ພັທ ຄໍາເພື່ອນ ນາມມະວົງ ຫົວໜ້າພະແນກການເມືອງ ກົມສື່ສານ ໃຫ້ຮູ້ວ່າ: ການຈັດຝຶກອົບຮົມໃນຄັ້ງນີ້ ກໍເພື່ອຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານວຽກງານວິຊາສະເພາະສື່ສານໃຫ້ພະນັກງານ-ນັກຮົບທີ່ບໍ່ທັນໄດ້ຜ່ານວຽກງານສື່ສານໃຫ້ມີຄວາມສໍານິຊຳນານໃນການນຳໃຊ້ວິທະຍຸສື່ສານ ແລະ ສາມາດຕອບສະໜອງກັບໜ້າທີ່ການເມືອງໃນໄລຍະໃໝ່. ພ້ອມນີ້, ກໍເພື່ອແນໃສ່ເຮັດໃຫ້ພະນັກງານ-ນັກຮົບມີຄວາມຮັບຮູ້, ເຂົ້າໃຈເຫັນໄດ້ຄວາມສໍາຄັນຂອງວຽກງານສື່ສານຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ເຮັດໃຫ້ພະນັກງານ-ນັກຮົບມີລະບຽບວິໄນເຂັ້ມງວດ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດ. ສໍາລັບນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ມີທັງໝົດ 41 ສະຫາຍ ແລະ ໃຊ້ເວລາທັງໝົດ 15 ວັນຈຶ່ງຈະສໍາເລັດ.

ສ່ວນເນື້ອໃນທີ່ນໍາມາຝຶກອົບຮົມໃນຄັ້ງນີ້, ປະກອບມີພາລະບົດບາດຂອງກົມສື່ສານປ້ອງກັນຄວາມສະຫງົບ, ຈັນຍາບັນ, ຈັນຍາທໍາຂອງພະນັກງານສື່ສານ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ການນໍາໃຊ້ອຸປະກອນສື່ສານຂອງກຳລັງ ປກສ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ຄື້ນຄວາມຖີ່ຂອງກໍາລັງ ປກສ, ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ, ລະບຽບການເຂົ້າ-ອອກຄ້າຍ ແລະ ຫໍພັກໂສດ, ການຄຸ້ມຄອງ ແລະ ການນຳໃຊ້ລະບົບຕາໜ່າງຕິດຕໍ່ສື່ສານ, ການຄຸ້ມຄອງ ແລະ ການນໍາໃຊ້ວິທະຍຸສື່ສານຮັບ-ສົ່ງທາງໄກ (HF), ການຄຸ້ມຄອງ ແລະ ການນໍາໃຊ້ລະບົບວິທະຍຸສື່ສານປ້ອງກັນຕົວເມືອງ (ໂຟນີ), ການຄຸ້ມຄອງ ແລະ ການນຳໃຊ້ໂທລະສັບຕັ້ງໂຕະ ແລະ ການຄຸ້ມຄອງ ແລະ ການນໍາໃຊ້ແຟັກ, ຮັບ-ສົ່ງແຟັກ (FAX).