ວັນທີ 24 ມີນາ ຜ່ານມາ, ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ( ກົມ 512 ) ໄດ້ຈັດຕັ້ງການບໍລິຈາກເລືອດ ໂດຍແມ່ນສະຖາບັນເລືອດແຫ່ງຊາດ ທີ່ລົງມາຮັບບໍລິຈາກເລືອດ; ເຊິ່ງບັນດາພະນັກງານພາຍໃນກົມກໍມີນໍ້າໃຈຊ່ວຍເຫຼືອເຂົ້າຮ່ວມບໍລິຈາກເລືອດ ແບບບໍ່ຫວັງສິ່ງຕອບແທນ ຢ່າງເປັນຂະບວນຟົດຟື້ນ, ມີພະນັກງານຮ່ວມບໍລິຈາກເລືອດ ຈຳນວນ 18 ສະຫາຍ ໄດ້ເລືອດທີ່ສາມາດນໍາໃຊ້ໄດ້ 18 ຖົງ.

ພິທີຮັບບໍລິຈາກເລືອດໃນຄັ້ງນີ້, ມີ ພັທ ທັດສະພອນ ວົງພະຈັນ ຮອງຫົວໜ້າກົມ 512, ທ່ານ ນາງ ຈີລະພາ ແກ້ວຄຳຜຸຍ ຮອງຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ,​ ພັທ ບຸນແກ້ວ ບຸນມາວົງຄຳ ຜູ້ປະສານງານຈາກກົມເສນາຮັກ ກົມໃຫຍ່ພະລາທິການ ກະຊວງ ປກສ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກສະຖາບັນເລືອດແຫ່ງຊາດ ແລະ ພະນັກງານພາຍໃນກົມ 512 ເຂົ້່າຮ່ວມ.

ພັທ ທັດສະພອນ ວົງພະຈັນ ກ່າວວ່າ: ການຈັດຕັ້ງຮັບບໍລິຈາກເລືອດໃນຄັ້ງນີ້ ແມ່ນເພື່ອເປັນການຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ໂດຍສະເພາະແມ່ນຊ່ວຍເຫຼືອຄົນເຈັບທີ່ຕ້ອງການໃສ່ເລືອດຢູ່ຕາມໂຮງໝໍໃນຂອບເຂດທົ່ວປະເທດ ເພື່ອກອບກູ້ເອົາຊີວິດ ແລະ ເຮັດໃຫ້ສາມາດກັບຄືນມາດຳລົງຊີວິດຮ່ວມກັນໃນສັງຄົມໄດ້ຢ່າງເປັນປົກກະຕິ ເພາະວ່າເລືອດບໍ່ສາມາດເອົາມາຈາກບ່ອນອື່ນໄດ້ ແລະ ບໍ່ມີໂຮງງານໃດທີ່ສາມາດຜະລິດເລືອດໄດ້ ມີແຕ່ບໍລິຈາກຄົນຕໍ່ຄົນເທົ່ານັ້ນ; ເຊິ່ງໄລຍະຜ່ານມາທາງກົມ 512 ກໍໄດ້ເຂົ້າຮ່ວມຂະບວນການບໍລິຈາກເລືອດທີ່ກະຊວງຈັດຂຶ້ນຫຼາຍຄັ້ງ ໂດຍໃນແຕ່ລະຄັ້ງພະນັກງານກໍມີຄວາມກະຕືລືລົ້ນໃນການຮ່ວມບໍລິຈາກເລືອດແບບບໍ່ຫວັງສິ່ງຕອບແທນເປັນຢ່າງດີ.

ໂອກາດນີ້, ທ່ານ ນາງ ຈີລະພາ ແກ້ວຄຳຜຸຍ ໃຫ້ຮູ້ວ່າ: ເງື່ອນໄຂສຳລັບຜູ້ບໍລິຈາກເລືອດ: ເພດຊາຍອາຍຸ 17-65 ປີ, ເພດຍິງ ອາຍຸ 17-60 ປີ, ນ້ຳໜັກ 45 ກິໂລກຼາມ ຂຶ້ນໄປ. ເຊິ່ງການບໍລິຈາກເລືອດ ສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງຈາກພະຍາດຫົວໃຈ, ຫຼຸດຜ່ອນຄວາມສ່ຽງຈາກພະຍາດມະເຮັງ, ຫຼຸດລະດັບຄໍເລສເຕຼຣໍ, ສົ່ງເສີມການສ້າງຈຸລັງໃໝ່ ແລະ ໄດ້ກະຕຸ້ນການເຮັດວຽກຂອງແອ້ກະດູກ.