ເກີດແຜ່ນດິນໄຫວຮຸນແຮງຂະໜາດ 7,3 ຣິກເຕີ ທາງທິດຕາເວັນອອກຂອງອິນໂດເນເຊຍ
ເກີດແຜ່ນດິນໄຫວຮຸນແຮງຂະໜາດ 7,3 ຣິກເຕີ ທາງທິດຕາເວັນອອກຂອງອິນໂດເນເຊຍ

ສູນສຳຫຼວດແຜ່ນດິນໄຫວ ສະຫະລັດອາເມລິກາ ລາຍງານ ໃນວັນທີ 24 ມິຖຸນາ ວ່າ: ເກີດແຜ່ນດິນໄຫວຮຸນແຮງຂະໜາດ 7,3 ຣິກເຕີ ທາງທິດຕາເວັນອອກຂອງອິນໂດເນເຊຍ ແຕ່ຍັງບໍ່ຕ້ອງປະກາດເຕືອນໄພຄື້ນໃຫຍ່ສຶນາມິ, ຂະນະນີ້ ບໍ່ມີລາຍງານຄວາມເສຍຫາຍຮ້າຍແຮງ ຫຼື ຜູ້ບາດເຈັບ.

ສຳນັກງານສຳຫຼວດທໍລະນີວິທະຍາ ສະຫະລັດອາເມລິກາ ລາຍງານວ່າ:

ແຜ່ນດິນໄຫວຢູ່ເລິກລົງໄປ 208 ກິໂລແມັດ ທາງພາກໃຕ້ຂອງ້ກາະອຳບົນ ໃນທະເລບັນດາ ເວລາ 11:53 ໂມງ ຕາມເວລາທ້ອງຖິ່ນ.

ສ່ວນສູນເຕືອນໄພສຶນາມິປາຊີຟິກ ລາຍງານວ່າ:

ຍັງບໍ່ມີທ່າອ່ຽງໄດ້ຮັບອັນຕະລາຍຈາກຄື້ນສຶນາມິ ເນື່ອງຈາກຈຸດສູນກາງແຜ່ນດິນໄຫວ ຢູ່ເລິກລົງໄປຫຼາຍ.

ແຜ່ນດິນໄຫວຮຸນແຮງດັ່ງກ່າວ ມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ເກີດແຜ່ນດິນໄຫວຂະໜາດ 6,1 ຣິກເຕີ ທີ່ແຂວງປາປົວ ເຊິ່ງຢູ່ທາງທິດຕາເວັນອອກຂອງອິນໂດເນເຊຍ ເຊັ່ນກັນ ແລະ ຢູ່ເລິກລົງໄປ 21 ກິໂລແມັດ ແຕ່ຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບຈາກແຜ່ນດິນໄຫວ ແລະ ກ່ອນໜ້ານີ້ ກໍໄດ້ເກີດແຜ່ນດິນໄຫວລະດັບຕື້ນຂະໜາດ 6,3 ຣິກເຕີ ໃນພື້ນທີ່ດຽວກັນ ໃນອາທິດທີ່ຜ່ານມາ ແຕ່ຄວາມເສຍຫາຍບໍ່ຂະຫຍາຍວົງກວ້າງຫຼາຍ.