ເອີຣົບ ກຳລັງປະເຊີນກັບ ຄື້ນຄວາມຮ້ອນ
ເອີຣົບ ກຳລັງປະເຊີນກັບ ຄື້ນຄວາມຮ້ອນ

ອຸນຫະພູມໃນປະເທດຕ່າງໆ ທົ່ວທະວີບເອີຣົບ ປັບຕົວເພີ່ມຂຶ້ນ ໃນວັນທີ 23 ມິຖຸນາ ທີ່ຜ່ານມາ ໃນຂະນະທີ່ ເອີຣົບ ກຳລັງປະເຊີນກັບ ຄື້ນຄວາມຮ້ອນ ເຊິ່ງອາດຈະສົ່ງຜົນໃຫ້ອຸນຫະພູມເພີ່ມຂຶ້ນໄປເຖິງ 40 ອົງສາເຊ ຫຼັງຈາກທີ່ເລີ່ມເຂົ້າສູ່ໄລຍະລະດູຮ້ອນ.

ເຈົ້າໜ້າທີ່ພະຍາກອນອາກາດ ກ່າວວ່າ:

ເອີຣົບ ກຳລັງປະເຊີນກັບສະພາບອາກາດຮ້ອນຈັດ ແລະ ເຕືອນວ່າ ອຸນຫະພູມອາດຈະສູງທີ່ສຸດ ເປັນປະຫວັດສາດ ໃນເດືອນມິຖຸນາ ລະຫວ່າງກາງອາທິດນີ້.

ເຈົ້າໜ້າທີ່ ຄາດຄະເນວ່າ:

ໃນຕອນກາງຄືນ ສະພາບອາກາດຈະຮ້ອນ ແລະ ຊຸ່ມ, ຫຼາຍຄົນແນະນຳຄູ່ມືສຳລັບການປະເຊີນກັບສະພາບອາກາດຮ້ອນຈັດ, ໃນຂະນະທີ່ ເຈົ້າໜ້າທີ່ທ້ອງຖິ່ນ ແລະ ໂຮງໝໍຕ່າງໆ ຢູ່ໃນພາວະກຽມພ້ອມຮັບມືກັບ ຜູ້ປ່ວຍຈາກພາວະຂາດນຊ້າ, ພະຍາດແພ້ແດດ ແລະ ພະຍາດອື່ນໆ ທີ່ກ່ຽວກັບສະພາບອາກາດ ທີ່ຄາດວ່າຈະມີຈຳນວນເພີ່ມຫຼາຍຂຶ້ນ.

ທາງເຈົ້າໜ້າທີ່ ຍັງເຕືອນອີກວ່າ:

ອາກາດທີ່ຮ້ອນຈັດຫຼາຍໆ ອາດຈະເຮັດໃຫ້ເກີດພາຍຸທີ່ມີຄວາມຮຸນແຮງຕາມມາໄດ້.

ສ່ວນໃນຝຣັ່ງ ປະຊາຊົນເກງວ່າ: ຈະເກີດຄື້ນຄວາມຮ້ອນຮຸນແຮງ ຄ້າຍກັບລະດູຮ້ອນໃນປີ 2003 ທີ່ມີຜູ້ເສຍຊີວິດເກືອບ 15.000 ຄົນ ໃນໄລຍະເວລາ 2 ອາທິດ ສ່ວນຫຼາຍເປັນຜູ້ສູງອາຍຸ ໃນນະຄອນຫຼວງປາຣີເອງ. ນອກຈາກນີ້, ເຈົ້າໜ້າທີ່ ຍັງໄດ້ປະກາດເປີດຫ້ອງຄວາມເຢັນ ໃນອາຄານຂອງລັດຖະບານ, ເຮັດນໍ້າພຸຊົ່ວຄາວ ແລະ ເປີດສວນສາທາລະນະ ຕະຫຼອດທັ້ງຄືນ ເພື່ອໃຫ້ຜູ້ຄົນໄດ້ມາຄາຍຮ້ອນ.