ພົບສົບໃຕ້ຊາກອາຄານເພີ່ມ – ນາຍົກ ເຜີຍຈະຊົດເຊີຍ 10.000 ໂດລາ ໃຫ້ຄອບຄົວຜູ້ຕາຍ

0
991

ໃນວັນທີ 23 ມິຖຸນາ ທີ່ຜ່ານມາ, ສຳນັກຂ່າວ ແຊນແນວນິວສ໌ເອເຊຍ ລາຍງານຄວາມຄືບໜ້າເຫດອາຄານນາຍທຶນຈີນ ທີ່ຢູ່ລະຫວ່າງກໍ່ສ້າງ ພັງຖະຫຼົ່ມ ຢູ່ທີ່ເມືອງສີໜຸວິວ ປະເທດກຳປູເຈຍ ວ່າ: ຈຳນວນຜູ້ເສຍຊີວິດເພີ່ມສູງເປັນ 24 ຄົນແລ້ວ ແລະ ອີກ 24 ຄົນບາດເຈັບ, ຫຼັງຈາກການຄົ້ນຫາໃຕ້ຊາກດຳເນີນໄປໄດ້ 40% ຈຶ່ງຄາດວ່າ ຈຳນວນຜູ້ເສຍຊີວິດຈະເພີ່ມຂຶ້ນອີກ.

Rescue workers use an earthmover to clear debris after an under-construction building collapsed in Sihanoukville on June 22, 2019.
Rescue workers use an earthmover to clear debris after an under-construction building collapsed in Sihanoukville on June 22, 2019.

ເຈົ້າໜ້າທີ່ ກ່າວວ່າ:

“ຍັງຈະມີສົບຕິດຢູ່ໃຕ້ຊາກອີກ ເພາະການຄົ້ນຫາຍັງບໍ່ເຖິງກົ້ນຊາກໃຕ້ ແລະ ຍັງບໍ່ແນ່ນອນວ່າ ມີແຮງງານ ແລະ ຄອບຄົວຢູ່ໃນສະຖານທີ່ເກີດເຫດຈັກຄົນ ໃນເວລາເກີດເຫດ ແຕ່ປົກກະຕິຈະມີຢູ່ປະມານ 50 ຄົນ”.

This aerial photo taken on June 22, 2019 shows a collapsed building at a construction site in Sihanoukville. – At least three construction workers died when a seven-storey building collapsed.
This aerial photo taken on June 22, 2019 shows a collapsed building at a construction site in Sihanoukville. – At least three construction workers died when a seven-storey building collapsed.

ທ່ານ ຮຸນເຊນ ນາຍົກລັດຖະມົນຕີ ກຳປູເຈຍ ກ່າວຕຳນິຄວາມປະໝາດ ແລະ ໂສກນາດຕະກຳໃນເຫດອາຄານຖະຫຼົ່ມ ໃນແຂວງພະສີໜຸ ວ່າ:

ເປັນຄວາມເຈັບປວດສຳລັບປະເທດ ໂດຍສະເພາະຄອບຄົວຜູ້ເຄາະຮ້າຍທີ່ເສຍຊີວິດ ພ້ອມທັງປະກາດຊົດເຊີຍຄ່າເສຍຫາຍຈຳນວນ 10.000 ໂດລາສະຫະລັດ ສຳລັບແຕ່ລະຄອບຄົວທີ່ສູນເສຍ.

ເຫດດັ່ງກ່າວ ເກີດຂຶ້ນໃນວັນທີ 22 ມິຖຸນາ ທີ່ຜ່ານມາ, ເປັນອາຄານ 7 ຊັ້ນ ເຊິ່ງສ້າງໃກ້ສຳເລັດ ພັງລົງມາ ເຮັດໃຫ້ຫຼາຍຊີວິດຕິດຢູ່ໃຕ້ຊາກອາຄານ; ເຈົ້າໜ້າທີ່ຫຼາຍກວ່າ 1.000 ຄົນ ລວມເຖິງ ທະຫານ, ຕຳຫຼວດ, ແພດ ຕ້ອງເຮັດວຽກຂ້າມຄືນ ເພື່ອຄົ້ນຫາຜູ້ທີ່ອາດຈະລອດຊີວິດ ຫຼື ສົບທີ່ຕິດຢູ່ໃຕ້ຊາກຄອນກຣີດ, ໄມ້ ແລະ ເຫຼັກບ້ຽວຫັກງໍ.

ສຳລັບການສອບສວນເຫດອາຄານຖະຫຼົ່ມ, ເຈົ້າໜ້າທີ່ ໄດ້ຈັບກຸມຜູ້ຖືກສົງໄສ 4 ຄົນ ໄປສອບສວນ ລວມທັງເຈົ້າຂອງອາຄານ, ຫົວໜ້າບໍລິສັດກໍ່ສ້າງ ແລະ ຜູ້ຮັບເໝົາ ເຊິ່ງເປັນຄົນຈີນ ທີ່ມາເຊົ່າດິນຈາກຄົນກຳປູເຈຍ.