ກ່າວມອບໂດຍ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ແລະ ກ່າວຮັບໂດຍ ພັອ ບຸນຕາ ສິນນະວົງ ຫົວໜ້າຈຸດສຸມຄັງວຽງ
ກ່າວມອບໂດຍ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ແລະ ກ່າວຮັບໂດຍ ພັອ ບຸນຕາ ສິນນະວົງ ຫົວໜ້າຈຸດສຸມຄັງວຽງ

ແຂວງຊຽງຂວາງ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທຸກຍາກ ກຸ່ມຄັງວຽງ ເມືອງໝອກ ແຂວງຊຽງຂວາງ ໃນວັນທີ 18 ມິຖຸນາ 2019, ກ່າວມອບໂດຍ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ ແລະ ກ່າວຮັບໂດຍ ພັອ ບຸນຕາ ສິນນະວົງ ຫົວໜ້າຈຸດສຸມຄັງວຽງ, ມີ ທ່ານ ບຸນເລື່ອນ ວັນນາຮັກ ເຈົ້າເມືອງໆໝອກ, ພະນັກງານລົງກໍ່ສ້າງຮາກຖານ, ອຳນາດການປົກຄອງບ້ານ ແລະ ປະຊາຊົນ ເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີ:

ອຸປະກອນຕິດຕັ້ງໄຟຟ້າ, ອຸປະກອນຫ້ອງນ້ຳ, ອຸປະກອນຮັບໃຊ້ຄົວເຮືອນ, ອຸປະກອນຮັບໃຊ້ການຜະລິດເຄື່ອງນຸ່ງຫົ່ມ ແລະ ເຂົ້າ ລວມມູນຄ່າ 15 ລ້ານກວ່າກີບ; ນອກນັ້ນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ຍັງໄດ້ມອບເຂົ້າສານ 4,72 ໂຕນ, ເຄື່ອງນຸ່ງຫົ່ມ, ໝີ່, ປ໋ອງປາ ລວມມູນຄ່າ 31 ລ້ານກວ່າກີບ ເຊິ່ງລວມມູນຄ່າທັງໝົດມີ 46 ລ້ານກວ່າກີບ.

ໃນໂອກາດນີ້, ທ່ານຮອງເຈົ້າແຂວງໆຊຽງຂວາງ ໄດ້ສະແດງຄວາມຊົມເຊີຍຕໍ່ການຫັນປ່ຽນຂອງປະຊາຊົນຢ່າງຕັ້ງໜ້າ ໃນການປູກຝັງ-ລ້ຽງສັດ ແລະ ສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງ.

ມີ ທ່ານ ບຸນເລື່ອນ ວັນນາຮັກ ເຈົ້າເມືອງໆໝອກ, ພະນັກງານລົງກໍ່ສ້າງຮາກຖານ, ອຳນາດການປົກຄອງບ້ານ ແລະ ປະຊາຊົນ ເຂົ້າຮ່ວມ
ມີ ທ່ານ ບຸນເລື່ອນ ວັນນາຮັກ ເຈົ້າເມືອງໆໝອກ, ພະນັກງານລົງກໍ່ສ້າງຮາກຖານ, ອຳນາດການປົກຄອງບ້ານ ແລະ ປະຊາຊົນ ເຂົ້າຮ່ວມ

ເຊິ່ງທຸກພາກສ່ວນ ຈະຕ້ອງໄດ້ຊຸກຍູ້-ສົ່ງເສີມປະຊາຊົນ ປູກຂີ້ໝິ້ນ ເພື່ອຂາຍປ້ອນໂຮງງານ, ປູກຝັງ-ລ້ຽງສັດ ຢ່າງເປັນຂະບວນຟົດຟື້ນ, ມີສະຕິຕໍ່ກົນອຸບາຍຂອງກຸ່ມຄົນທີ່ບໍ່ຫວັງດີ ແລະ ຫ້າມຕັດໄມ້ທຳລາຍປ່າ, ຫ້າມບຸກລຸກປ່າສະຫງວນ, ຫ້າມຈັບຈອງດິນຊະຊາຍ, ລວມທັງຊ່ວຍກັນປົກປັກຮັກສາປ່າຍອດນ້ຳ, ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເປັນເອກະພາບກັບແນວທາງນະໂຍບາຍ, ກຳແໜ້ນແນວຄິດປະຊາຊົນ, ນຳພາປະຊາຊົນສ້າງເສດຖະກິດ, ຮັກສາຄວາມສະຫງົບ, ກຳແໜ້ນຄົນເຂົ້າ-ອອກບ້ານ, ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ, ຕ້ອງປະເມີນມາດຖານເງື່ອນໄຂບ້ານພັດທະນາໃນແຕ່ລະດ້ານ, ເອົາໃຈໃສ່ປະສານງານກົມກຽວໃຫ້ແໜ້ນແຟ້ນໃນແຕ່ລະຂັ້ນ ເພື່ອຄວາມສະດວກ ແລະ ຮັບຮູ້ໃນການຈັດຕັ້ງປະຕິບັດ ຊີ້ນຳ-ນຳພາສູ້ຊົນ ສ້າງກຸ່ມບ້ານຄັງວຽງ ໃຫ້ກາຍເປັນຕົວເມືອງນ້ອຍ ໃນຊົນນະບົດ.