ງານ​ວາງ​ສະ​ແດງ​ສີນ​ຄ້າ​ລະ​ດັບ​ສາ​ກົນ ຫຼື LAO TOP 3 EXPO 2019 ທີ່​ລວມ 3 ຂະແໜງການຢູ່​ໃນ​ທີ່​ດຽວ​ກັນ ປະກອບມີ: ອຸດ​ສາ​ຫະ​ກຳ​ອາ​ຄານ ແລະ ການ​ກໍ່​ສ້າງ; ການ​ບົວ​ລະ​ບັດ​ຮັກ​ສາ​ນ້ຳ ແລະ ການ​ສະ​ໜອງ​ສິນ​ຄ້າ ແລະ ງານ​ວາ​ສະ​ແດງ​ອາ​ຫານ ແລະ ເຄື່ອງ​ດື່ມ ​ທີ່​ໃຫຍ່​ທີ່​ສຸດ​ໃນ ສ​ປ​ປ​ ລາວ ໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 20 ມິຖຸ​ນາ​ ​2019, ທີ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ, ເຊິ່ງມີ 150 ກວ່າບໍ​ລິ​ສັດ ແລະ ຍີ່​ຫໍ້ສິນຄ້າຊັ້​ນ​ນຳຈ​າກ 12 ປະ​ເທດ ​ເຂົ້າ​ຮ່ວມ​ວາງ​ສະ​ແດງ​​ ເພື່ອໃຫ້​ພໍ່-​ແມ່​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ ໄດ້​ທ່ຽວ​ຊົມ ແລະ ​ເລືອກຊື້​ໄດ້​ຕາມ​ທີ່​ໃຈ​ມັກ. ເຂົ້າ​ຮ່ວມມີ ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດ​ຖະ​ມົນ​ຕີກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ, ມີ​ບັນ​ດາ​ຮອງ​ລັດ​ຖະ​ມົນ​ຕີ​ ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ.

ທ່ານ ພອນ​ໄຊ ສຸດ​ທິ​ພົງ ປະທານສະມາຄົມສະຖາປານິກ ແລະ ວິສາວະກຳກໍ່ສ້າງລາວ (ສສວ) ໄດ້ຂຶ້ນ​​ລາຍ​ງານ​ກ່ຽວ​ກັບການ​ຈັດ​ງານງານ LAO TOP 3 EXPO 2019 ທີ່ມີ 3 ຂະແໜງການໃນ​ທີ່​ດຽວ​ກັນ ​ປະ​ກອບ​ດ້ວຍ LAOBUILD 2019, ງານ​ວາງ​ສະ​ແດງ​ລະ​ດັບ​ສະ​ກົນ​ທາງ​ດ້ານ​ອຸດ​ສາ​ຫະ​ກຳ​ອາ​ຄານ ແລະ ການກໍ່​ສ້າງ, LAOWATER 2019 ງານ​ວາງ​ສະ​ແດງ​ລະ​ດັບ​ສາ​ກົນ​ກ່ຽວ​ກັບ​ນ້ຳ ແລະ ເຕັກ​ໂນ​ໂລ​ຊີ​ການ​ບຳ​ບັດ​ນ້ຳ​ເສຍ​ອັນ​ດັບ 1 ຂອງ​ລາວ ແລະ LAOFOOD 2019 ງານ​ວາງ​ສະ​ແດງ​ລະ​ດັບ​ສາ​ກົນ​ທາງ​ດ້ານ​ອາ​ຫານ ແລະ ເຄື່ອງ​ດື່ມ ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ລາວ.

ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​, ​ປະ​ກອບ​ມີ 150 ກວ່າບໍ​ລິ​ສັດ ແລະ ຍີ່​ຫໍ້​ສິນຄ້າຊັ້ນ​ນຳ ຈາກ 12 ປະ​ເທດ ລວມ​ທັງ ຈີນ, ເຢຍ​ລະ​ມັນ, ອິ​ຕາ​ລີ, ຍີ່​ປຸ່ນ, ສ. ເກົາຫຼີ, ມາ​ເລ​ເຊຍ, ສິງ​ກະ​ໂປ, ໄທ ແລະ ສະ​ຫະ​ລັດ​ອາ​ເມ​ລິ​ກາ; ເຊິ່ງຈະມີການສະແດງສິນຄ້າ ແລະ ເຕັກໂນໂລຊີໃໝ່ ທາງດ້ານອຸດສາຫະກຳອາຄານ ແລະ ການກໍ່ສ້າງ, ການບົວລະບັດນໍ້າ, ໄຟຟ້າ, ເຄື່ອງປັບອາກາດ ແລະ ອາຫານ-ເຄື່ອງດື່ມ.

ໃນໄລ​ຍະ​ສາ​ມ​ວັນ (20-22 ມິຖຸນາ) ບັນດາທ່ານທີ່ມາຮ່ວມງານ ຈະ​ຄົ້ນ​ພົບ​ການ​ສະ​ໜອງ​ໃໝ່ໆ, ຄົ້ນ​ຫາ​ຄູ່​ຮ່ວມ​ທຸ​ລະ​ກິດ, ​ແບ່ງ​ປັນ​ປະ​ສົບ​ການ ແລະ ໄດ້​ຮັບ​ຮູ້​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ທີ່​ເປັນ​ທີ່​ຮູ້​ຈັກ​ໃນ​ປັດ​ຈຸ​ບັນ ໃນງານ​ຈະ​ມີ​ການ​ຈັດ​​ກອງ​ປະ​ຊຸມ​ປະ​ຈຳ​ປີ 2019 ຂອງ​ສະມາຄົມສະຖາປະນິກ ແລະ ວິສະວະກອນກໍ່ສ້າງລາວ (ສ​ສວ) ຊຶ່ງ​ຈະ​ມີ​ນັກ​ສະ​ຖາ​ປາ​ນິກ ແລະ ວິ​ສະ​ວະ​ກອນກໍ່​ສ້າງຫຼາຍຮ້ອຍຄົນເຂົ້າຮ່ວມ. ນອກ​ຈາກນັ້ນ ການ​ສຳ​ມະ​ນາງານ LAO TOP 3 ຈະ​ໄດ້​ມີ​ການ​ປາ​ໄສ​ກ່ຽວ​ກັບ​ສິ່ງ​ທ້າ​ທາຍ ແລະ ການ​ແກ້​ໄຂ​ບັນ​ຫາ ທາງ​ດ້ານ​ອຸດ​ສາ​ຫະ​ກຳ​ອາ​ຄານ ແລະ ການກໍ່​ສ້າງ ແລະ ການ​ຜະ​ລິດ ແລະ ບຳບັດນ້ຳ.

ພາຍໃນ​ງານ​ຍັງ​ໄດ້​ມີ​ການມອບ​ລາງວັນ​ການກໍ່​ສ້າງ ແລະ ອະ​ສັງ​ຫາ​ດີ​ເດັ່ນ​ໃນ​ລາວ 2019 ໃຫ້​ຈຳ​ນວນ 10 ໂຄງ​ການ.