ໜ້າຫຼັກ Tags ພາວະອາກາດປ່ຽນແປງ

Tag: ພາວະອາກາດປ່ຽນແປງ

ເອີຣົບ ກຳລັງປະເຊີນກັບ ຄື້ນຄວາມຮ້ອນ

ເອີຣົບ ປະເຊີນສະພາບອາກາດຮ້ອນຈັດ

ອຸນຫະພູມໃນປະເທດຕ່າງໆ ທົ່ວທະວີບເອີຣົບ ປັບຕົວເພີ່ມຂຶ້ນ ໃນວັນທີ 23 ມິຖຸນາ ທີ່ຜ່ານມາ ໃນຂະນະທີ່ ເອີຣົບ ກຳລັງປະເຊີນກັບ ຄື້ນຄວາມຮ້ອນ ເຊິ່ງອາດຈະສົ່ງຜົນໃຫ້ອຸນຫະພູມເພີ່ມຂຶ້ນໄປເຖິງ 40 ອົງສາເຊ ຫຼັງຈາກທີ່ເລີ່ມເຂົ້າສູ່ໄລຍະລະດູຮ້ອນ. ເຈົ້າໜ້າທີ່ພະຍາກອນອາກາດ ກ່າວວ່າ:

ເຕືອນ ພື້ນທີ່ເໜືອເສັ້ນສູນສູດ ຈະຮ້ອນຈັດ – ຝົນຕົກໜັກຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ສິງຫາ ທີ່ຜ່ານມາ ວ່າ: ວາລະສານ ເນເຈີ ຄອມມິວນິກເຄເຊິນ ເຜີຍແຜ່ ຜົນການສຶກສາທີ່ໄດ້ຈາກການທົບທວນງານວິໄຈທາງວິທະຍາສາດ ໃນປັດຈຸບັນວ່າ ອາເມລິກາເໜືອ, ເອີຣົບ ແລະ ຫຼາຍພື້ນທີ່ໃນອາຊີ ສ່ຽງເກີດພາວະອາກາດຮ້າຍແຮງທີ່ສຸດ ເພາະການປ່ອຍກ໊າດເຮືອນແກ້ວຈາກຝີມືມະນຸດ ໄປຂັດຂວາງກະແສລົມທີ່ພັດໄປທາງທິດຕາເວັນອອກ, ເປັນຜົນໃຫ້ລະດູຮ້ອນຍືດເຍື້ອຍາວນານຂຶ້ນ ເຊັ່ນດຽວກັບລະດູຝົນທີ່ຈະຍາວນານຂຶ້ນເຊັ່ນກັນ ເຊິ່ງຈະເຮັດໃຫ້ເກີດຄວາມຮ້າຍແຮງທີ່ສຸດຂອງທັງ ອາກາດຮ້ອນ, ໄພແຫ້ງແລ້ງ,...