ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ສິງຫາ ທີ່ຜ່ານມາ ວ່າ: ວາລະສານ ເນເຈີ ຄອມມິວນິກເຄເຊິນ ເຜີຍແຜ່ ຜົນການສຶກສາທີ່ໄດ້ຈາກການທົບທວນງານວິໄຈທາງວິທະຍາສາດ ໃນປັດຈຸບັນວ່າ ອາເມລິກາເໜືອ, ເອີຣົບ ແລະ ຫຼາຍພື້ນທີ່ໃນອາຊີ ສ່ຽງເກີດພາວະອາກາດຮ້າຍແຮງທີ່ສຸດ ເພາະການປ່ອຍກ໊າດເຮືອນແກ້ວຈາກຝີມືມະນຸດ ໄປຂັດຂວາງກະແສລົມທີ່ພັດໄປທາງທິດຕາເວັນອອກ, ເປັນຜົນໃຫ້ລະດູຮ້ອນຍືດເຍື້ອຍາວນານຂຶ້ນ

ເຊັ່ນດຽວກັບລະດູຝົນທີ່ຈະຍາວນານຂຶ້ນເຊັ່ນກັນ ເຊິ່ງຈະເຮັດໃຫ້ເກີດຄວາມຮ້າຍແຮງທີ່ສຸດຂອງທັງ ອາກາດຮ້ອນ, ໄພແຫ້ງແລ້ງ, ໄຟໄໝ້ປ່າ ແລະ ໄພນໍ້າຖ້ວມ; ໂດຍສະພາບອາກາດຮ້າຍແຮງເຫຼົ່ານີ້ ຈະກະທົບຕໍ່ການຜະລິດອາຫານແກ່ຄົນ ແລະ ສັດ.

ຫຼາຍພື້ນທີ່ເໜືອເສັ້ນສູນສູດ ປະເຊີນພາວະອາກາດຮ້ອນຈັດແລ້ວ ໃນປັດຈຸບັນນີ້ ແມ່ນແຕ່ ບໍລິເວນເຂດວົງມົນອາກຕິກ ໃນເອີຣົບເໜືອ ກໍຍັງມີອຸນຫະພູມສູງເຖິງ 30 ອົງສາເຊ ແລ້ວ; ຄວາມແຕກຕ່າງລະຫວ່າງ ອຸນຫະພູມຂົ້ວໂລກເໜືອທີ່ໜາວເຢັນ ກັບ ພື້ນທີ່ດ້ານລຸ່ມທີ່ອຸ່ນກວ່າ ເປັນປັດໄຈຫຼັກທີ່ເຮັດໃຫ້ເກີດກະແສລົມໄຫຼວຽນທົ່ວໂລກ ແຕ່ເມື່ອຄວາມແຕກຕ່າງຫຼຸດລົງ ກະແສລົມຈະພັດຊ້າລົງ ສົ່ງຜົນໃຫ້ຄວາມຮ້ອນ ຫຼື ຝົນ ຄົງຢູ່ດົນນານຂຶ້ນ.

ນອກຈາກນີ້, ອຸນຫະພູມທີ່ສູງຂຶ້ນ ຍັງເຮັດໃຫ້ແຜ່ນນໍ້າແຂງ ແລະ ຫິມະບໍລິເວນຂົ້ວໂລກເໜືອ ລະລາຍໄຫຼລົງມາປົນເປື້ອນກັບນໍ້າ ແລະ ດິນທີ່ມີສີເຂັ້ມດ້ານລຸ່ມຫຼາຍຂຶ້ນ ກໍຈະຍິ່ງເພີ່ມການດູດຊຶມຄວາມຮ້ອນ ແລະ ເລັ່ງໃຫ້ໂລກຮ້ອນຍິ່ງຂຶ້ນ.