ໜ້າຫຼັກ Tags ເອີຣົບ

Tag: ເອີຣົບ

ເອີຣົບຊັອກ! ພົບທະເລສາບ ເທິງພູແອວ ສະທ້ອນຫິມະລະລາຍໜັກ ກ່ຽວໂຍງວິກິດໂລກຮ້ອນ

ໃນວັນທີ 18 ກໍລະກົດ ທີ່ຜ່ານມາ, ສຳນັກຂ່າວ ອິນດິເພນເດນ ລາຍງານກ່ຽວກັບ ກະແສຄວາມຕື່ນຕົກໃຈຂອງຊາວເອີຣົບ ແລະ ນັກວິທະຍາສາດທົ່ວໂລກ ຫຼັງຈາກທີ່ນັກປີນພູພົບ ທະເລສາບຂະໜາດໃຫຍ່ ໃນຫຸບເຂົາ ມອງບຼັງ ເທິງເທືອກເຂົາແອວ ເຊິ່ງຄາດວ່າ ເກີດຈາກການລະລາຍຂອງຫິມະ ຈາກຄື້ນຄວາມຮ້ອນທີ່ກຳລັງພັດຖະຫຼົ່ມທະວີບເອີຣົບ.

ເອີຣົບ ກຽມຮັບມື ຄື້ນຄວາມຮ້ອນ 45 ອົງສາ – ຝຣັ່ງ ສັ່ງປິດ 50 ໂຮງຮຽນ

ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 26 ມິຖຸນາ ທີ່ຜ່ານມາ ວ່າ: ສະຖານະການຄື້ນຄວາມຮ້ອນ ໃນທະວີບເອີຣົບ ທີ່ພັດມາຈາກທະເລຊາຍຊາຮາຣາ ເລີ່ມສົ່ງຜົນກະທົບແລ້ວ ເມື່ອໂຮງຮຽນ 50 ແຫ່ງ ທາງໃຕ້ຂອງນະຄອນຫຼວງປາຣີ ໃນເຂດເອຊອນ ຂອງຝຣັ່ງ ຕ້ອງປິດການຮຽນ-ການສອນ ເນື່ອງຈາກເຄື່ອງປັບອາກາດມີບໍ່ພຽງພໍ ແລະ ຄາດວ່າ...

ເຕືອນ ພື້ນທີ່ເໜືອເສັ້ນສູນສູດ ຈະຮ້ອນຈັດ – ຝົນຕົກໜັກຂຶ້ນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ສິງຫາ ທີ່ຜ່ານມາ ວ່າ: ວາລະສານ ເນເຈີ ຄອມມິວນິກເຄເຊິນ ເຜີຍແຜ່ ຜົນການສຶກສາທີ່ໄດ້ຈາກການທົບທວນງານວິໄຈທາງວິທະຍາສາດ ໃນປັດຈຸບັນວ່າ ອາເມລິກາເໜືອ, ເອີຣົບ ແລະ ຫຼາຍພື້ນທີ່ໃນອາຊີ ສ່ຽງເກີດພາວະອາກາດຮ້າຍແຮງທີ່ສຸດ ເພາະການປ່ອຍກ໊າດເຮືອນແກ້ວຈາກຝີມືມະນຸດ ໄປຂັດຂວາງກະແສລົມທີ່ພັດໄປທາງທິດຕາເວັນອອກ, ເປັນຜົນໃຫ້ລະດູຮ້ອນຍືດເຍື້ອຍາວນານຂຶ້ນ ເຊັ່ນດຽວກັບລະດູຝົນທີ່ຈະຍາວນານຂຶ້ນເຊັ່ນກັນ ເຊິ່ງຈະເຮັດໃຫ້ເກີດຄວາມຮ້າຍແຮງທີ່ສຸດຂອງທັງ ອາກາດຮ້ອນ, ໄພແຫ້ງແລ້ງ,...

ໄພຮ້ອນກະຈາຍທົ່ວເອີຣົບ! ການກະສິກຳ ເສຍຫາຍໃນຫຼາຍປະເທດ

ບີບີຊີ ລາຍງານຂ່າວ ໃນວັນທີ 6 ສິງຫານີ້າ ວ່າ: ປັອກຕຸຍການ ປະເຊີນກັບອາກາດທີ່ຮ້ອນຈັດໃນທ້າຍອາທິດຜ່ານມາ ໂດຍມີອຸນຫະພູມສູງສຸດ 46 ອົງສາເຊ ໃນຫຼາຍພື້ນທີ່ ໃກ້ຄຽງກັບສະຖິຕິສູງສຸດຂອງປະເທດ ທີ່ 47,4 ອົງສາເຊ ແລະ ຍັງເກີດເຫດໄຟໄໝ້ປ່າຄັ້ງໃຫຍ່ ໃນເມືອງມອນຊິກ ແຂວງອາກາບ ກິນພື້ນທີ່ປ່າຫຼາຍກວ່າ 10 ຕາລາງກິໂລແມັດ ເຮັດໃຫ້ຕ້ອງອົບພະຍົບປະຊາຊົນ...

ອາກາດຮ້ອນຈາກອາຟຣິກກາ ພັດສູ່ ເອີຣົບ

ສຳນັກຂ່າວຕ່າງປະເທດລາຍງານຈາກ ນະຄອນຫຼວງລິສບອນ ປະເທດປັອກຕຸຍການ ໃນວັນທີ 3 ສິງຫານີ້ວ່າ: ສະພາບອາກາດຮ້ອນເຮັດໃຫ້ທາງການຕ້ອງແຈ້ງເຕືອນໃນປະເທດແອັດສະປາຍ ແລະ ປັອກຕຸຍການ ເຊິ່ງອຸນຫະພູມອາດສູງເຖິງ 44 ອົງສາເຊ ໃນເມືອງອີໂວຣາ ຂອງປັອກຕຸຍການ ເຊິ່ງຕັ້ງຢູ່ຫ່ງອອກໄປ 130 ກິໂລແມັດ ທາງທິດຕາເວັນອອກຂອງນະຄອນຫຼວງລິສບອນ ແລະ ໃນແຂວງບາດາໂຢສ ຂອງແອັດສະປາຍ. ທັ້ງນີ້, ເພາະມວນອາກາດຮ້ອນຈາກທະວີບອາຟຣິກກາ ໄດ້ພັດຂຶ້ນເໜືອສູ່ທະວີບເອີຣົບ ທາງການຕ້ອງແຈ້ງເຕືອນໃຫ້ລະວັງວ່າ:...

EU ຮຽກຮ້ອງ ຈີນ – US – ລັດເຊຍ ຢ່າເປີດສາກສົງຄາມການຄ້າ

ທ່ານ ໂດໂນ ທັສ ປະທານຄະນະລັດຖະມົນຕີເອີຣົບ ກ່າວໃນວັນທີ 16 ກໍລະກົດນີ້ວ່າ: ຈີນ, ສະຫະລັດ ອາເມລິກາ ແລະ ລັດເຊຍ ຈະຕ້ອງບໍ່ເປີດສາກສົງຄາມການຄ້າແກ່ກັນ ແລະ ຮຽກຮ້ອງໃຫ້ທັງສາມປະເທດ ປະຕິຮູບອົງການການຄ້າໂລກ. ທ່ານ ທັສ ກ່າວວ່າ: ຂະນະນີ້ຍັງພໍມີເວລາທີ່ຈະປ້ອງກັນຄວາມຂັດແຍ້ງ ແລະ ຄວາມວຸ້ນວາຍທີ່ອາດເກີດຂຶ້ນຈາກບັນຫາທາງການຄ້າ. ທ່ານ ທັສ ແລະ...

ອີຕາລີ ກ່າວ ຕົນບໍ່ແມ່ນຄ້າຍຜູ້ລີ້ໄພແຫ່ງເອີຣົບ

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ມິຖຸນານີ້ ວ່າ: ທ່ານ ມັດເຕໂອ ຊັນວິນີ ຮອງນາຍົກລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ອີຕາລີ ໄດ້ກ່າວລະຫວ່າງລົງພື້ນທີ່ເກາະຊິຊິລີ ທາງໃຕ້ຂອງປະເທດ ວ່າ ຕະຫຼອດໄລຍະເວລາທີ່ຜ່ານມາ, ລັດຖະບານໂຣມ ສູນເສຍງົບປະມານກັບວິກິດຜູ້ອົບພະຍົບ ໄປຫຼາຍແລ້ວ ທັ້ງທີ່ເງິນສ່ວນນີ້ສາມາດ ສ້າງອະນາຄົດທີ່ດີກວ່າ ໃຫ້ກັບຜູ້ອົບພະຍົບໃນການກັບໄປໃຊ້ຊີວິດໃນບ້ານເກີດຂອງຕົນເອງ; ສະນັ້ນ, ນັບຈາກນີ້ ອີຕາລີ...