ທ່ານ ໂດໂນ ທັສ ປະທານຄະນະລັດຖະມົນຕີເອີຣົບ ກ່າວໃນວັນທີ 16 ກໍລະກົດນີ້ວ່າ: ຈີນ, ສະຫະລັດ ອາເມລິກາ ແລະ ລັດເຊຍ ຈະຕ້ອງບໍ່ເປີດສາກສົງຄາມການຄ້າແກ່ກັນ ແລະ ຮຽກຮ້ອງໃຫ້ທັງສາມປະເທດ ປະຕິຮູບອົງການການຄ້າໂລກ.

ທ່ານ ທັສ ກ່າວວ່າ: ຂະນະນີ້ຍັງພໍມີເວລາທີ່ຈະປ້ອງກັນຄວາມຂັດແຍ້ງ ແລະ ຄວາມວຸ້ນວາຍທີ່ອາດເກີດຂຶ້ນຈາກບັນຫາທາງການຄ້າ. ທ່ານ ທັສ ແລະ ທ່ານ ຢອງ ຄຼັອດຢຸງເກີ ປະທານຄະນະກຳມາທິການເອີຣົບ ຢູ່ລະຫວ່າງຢ້ຽມຢາມນະຄອນຫຼວງປັກກິ່ງໂດຍມີກຳນົດພົບປະຫາລືກັບ ນາຍົກລັດຖະມົນຕີ ຫຼີ ເຄີສຽງ ໃນກອງປະຊຸມປະຈຳປີ ຜູ້ນຳຈີນ-ສະຫະພາບເອີຣົບ ເຊິ່ງທ່ານ ຢຸງເກີ ໄດ້ກ່າວໃນຖະແຫຼງຂ່າວຮ່ວມກັນ ຢູ່ທີ່ມະຫາສາລາປະຊາຄົມໃນນະຄອນຫຼວງປັກກິ່ງວ່າ: ຈີນມີຊ່ອງທາງໃນການເປີດເສດຖະກິດຈີນ ແລະ ເຮັດໄດ້; ສ່ວນນາຍົກລັດຖະມົນຕີ ຫຼີ ກ່າວວ່າ: ຈີນຕ້ອງຫາແນວທາງຫຼາຍຂຶ້ນໃນການສ້າງສົມດຸນທາງການຄ້າກັບ ອີຢູ. ຈີນຕ້ອງການເດີນໜ້າເຈລະຈາຂໍ້ຕົກລົງດ້ານການລົງທຶນຫຼາຍຂຶ້ນກັບ ອີຢູ ແລະ ທັງສອງຝ່າຍຄວນຕົກລົງກັນໃຫ້ໄດ້ໂດຍໄວ.