MOSCOW, RUSSIA - JULY 15: France players celebrate with Didier Deschamps, Manager of France following their sides victory in the 2018 FIFA World Cup Final between France and Croatia at Luzhniki Stadium on July 15, 2018 in Moscow, Russia. (Photo by Robert Cianflone - FIFA/FIFA via Getty Images)

ເປັນທີ່ຮູ້ນຳກັນຢ່າງທົ່ວເຖິງແລ້ວ ວ່າແຊັມບານໂລກ 2018 ທີ່ລັດເຊຍເປັນເຈົ້າພາບ ກໍຄື ຝຣັ່ງ ທີ່ເອົາຊະນະກຣົວຊີ ແບບດຸເດືອດມ່ວນຊື່ນດ້ວຍຄະແນນ 4-2 ປະຕູ; ເຊິ່ງເປັນການໄດ້ແຊັມທີ່ສົມຄວນກັບການລໍຄອຍຂອງຝຣັ່ງ ມາຍາວນານເຖິງ 20 ປີ. ສະນັ້ນ, 9 ສິ່ງທີ່ເກີດຂຶ້ນໃນເກມຊີງຊະນະເລີດໃນວັນທີ 15 ກໍລະກົດທີ່ຜ່ານມາ ຄືເຫດຜົນຫຼັກຂອງການໄດ້ແຊັມຄັ້ງນີ້ຂອງຝຣັ່ງ:

1. ຜິດພາດຄັ້ງທຳອິດ ກໍເສຍປະຕູທັນທີ.
ໃນເກມທີ່ມີຄວາມກົດດັນທັງສອງຝ່າຍ ເພາະເປັນເກມຊີງຊະນະເລີດ ແລະ ບໍ່ມີຝ່າຍໃດຕ້ອງການເສຍປະຕູກ່ອນ ຈຶ່ງພາກັນຫຼິ້ນດ້ວຍຄວາມຮັດກຸມ ແລະ ແນ່ນອນ.
ໃນ 10 ນາທີທຳອິດ, ກຣົວຊີ ຫຼິ້ນເກມບຸກໄດ້ດີກວ່າ ໂດຍເປັນຝ່າຍຄວບຄຸມເກມໄດ້ທັງໝົດ, ຈົນມາເຖິງຈັງຫວະໂຕ້ກັບຂອງຝຣັ່ງ ທີ່ພາບານໄປເຖິງໜ້າເຂດໂທດຝັ່ງຂວາຂອງກຣົວຊີ ແລ້ວກຣົວຊີ ກໍເຮັດຜິດພາດຈົນເສຍລູກຕັ້ງເຕະ. ອັອງຕວນ ກຣີດສມັນ ຮັບໜ້າທີ່ເຕະລູກນັ້ນ, ກຣີດສມັນ ເຕະໄປໃຮນລັກສະນະເຄິ່ງຍິງ-ເຄິ່ງຜ່ານໃຫ້ໝູ່ ແລ້ວປະຕູທຳອິດຂອງຝຣັ່ງ ກໍເກີດຂຶ້ນ ເມື່ອ ມາຣີໂອ ມານຊູຄິດ ໂດດຂຶ້ນຫວັງໃຊ້ຫົວຕຳບານອອກໃຫ້ພົ້ນຈາກຂອບເຂດປະຕູຂອງທີມຕົນເອງ, ແຕ່ເກີດຄວາມຜິດພາດ ຕຳບານປ່ຽນທິດທາງເຂົ້າປະຕູທີມຕົນເອງຊ້ຳ, ຝຣັ່ງ ຈຶ່ງຂຶ້ນນຳ 1-0 ປະຕູ ຖືວ່າເປັນລູກເຮັງຂອງຝຣັ່ງ.

2. VAR ມີປະໂຫຍດໃນເກມນີ້.
ຝຣັ່ງ ຂຶ້ນນຳກຣົວຊີ ເປັນ 2-1 ປະຕູ ຍ້ອນລູກໂທດ, ແຕ່ເມື່ອຍ້ອນເຖິງເຫດຜົນທີ່ໄດ້ລູກໂທດນັ້ນ ກຳມະການແມ່ນບໍ່ສາມາດຕັດສິນໄດ້ທັນທີ ຈົນຕ້ອງອາໄສການສາຍພາບຊ້າ ຫຼື VAR ເຂົ້າມາຕັດສິນຊ່ວຍ; ໃນຈັງຫວະທີ່ ແບຼດສ ມາຕຸຍດີ ກອງຫຼັງຂອງຝຣັ່ງ ໃຊ້ຫົວຕຳບານໄປຖືກມືຂອງ ອີວານ ເປຣີສິດ ນັກເຕະກຣົວຊີ ແລ້ວບານອອກຫຼັງໄປ, ເມື່ອເບິ່ງພາບຊ້າຄືນແລ້ວທິດທາງບານແມ່ນຊື່ຂອບເຂດປະຕູ, ໝາຍຄວາມວ່າຖ້າຫາກບານບໍ່ໄປຕຳມືຂອງ ເປຣີສິດ ກໍມີສິດທີ່ຈະເຂົ້າປະຕູ, ແຕ່ຖ້າຫາກບານບໍ່ໄປຕຳມື ແຕ່ໄປຕຳສ່ວນອື່ນໆຂອງຮ່າງກາຍ ກໍຈຳເປັນລູກອອກຫຼັງທຳມະດາ ດັ່ງນັ້ນ ກຳມະການຈຶ່ງໃຫ້ເປັນລູກໂທດຂອງຝຣັ່ງ ແລະ ກຣິີດສມັນ ກໍຍິງເຂົ້າໄປ, ເຊິ່ງເປັນລູກເຮັງທີສອງຂອງຝຣັ່ງ ອີກແລ້ວ.

3. ກຣີດສມັນ ອີກແລ້ວ.
ເປັນສະຖິຕິ 100% ໃນການຍິງລູກໂທດຂອງ ອັອງຕວນ ກຣີດສມັນ ໃນບານໂລກຄັ້ງນີ້, ເພາະຕະຫຼອດການແຂ່ງຂັນ ຝຣັ່ງ ໄດ້ລູກໂທດ 3 ຄັ້ງ ແລະ ກຣີດສມັນ ຍິງເຂົ້າທັງສາມຄັ້ງ; ປະຕູຂຶ້ນນຳ 2-1 ຂອງຝຣັ່ງ ໄດ້ມາຈາກລູກໂທດ ເຊິ່ງການດວນກັບ ຊູບາສິດ ເຊິ່ງເປັນຜູ້ຮັກສາປະຕູຄົນໜຶ່ງທີ່ປ້ອງກັນລູກໂທດໄດ້ດີນັ້ນບໍ່ແມ່ນເລື່ອງງ່າຍ, ແຕ່ໃນເກມນີ້ ກຣີດສມັນ ເຮັດໄດ້ດີກວ່າ, ກຣີດສມັນ ມີການຫຼອກໜ້າຕີນວ່າຈະຍິງໄປທາງຂວາ ແຕ່ພັດຍິງໄປທາງຊ້າຍ, ນີ້ເປັນການໃຊ້ຫົວຍິງ ເພາະຍິງໄດ້ສະຫຼາດ, ເນັ້ນທິດທາງ ບໍ່ເນັ້ນຄວາມແຮງ.

4. ນັກເຕະກຣົວຊີ ມີຄວາມອິດເມື່ອຍ.
ສາມເກມກ່ອນເຂົ້າມາເຖິງເກມຊີງຊະນະເລີດ, ກຣົວຊີ ຕ້ອງຫຼິ້ນເຖິງ 120 ນາທີທຸກເກມ ຈຶ່ງເຮັດໃຫ້ນັກເຕະມີຄວາມອິດເມື່ອຍຫຼາຍກວ່ານັກເຕະຝຣັ່ງ; ກ່ອນການແຂ່ງຂັນ, ກຣົວຊີ ປະຕິເສດວ່ານັກເຕະຂອງຕົນເອງບໍ່ໄດ້ອິດເມື່ອຍຫຍັງຫຼາຍ ແລະ ພ້ອມສູ້ເຕັມທີ່ກັບຝຣັ່ງ, ແຕ່ເມື່ອເຖິງເວລາລົງເຕະແທ້ ນັກເຕະກຣົວຊີ ກໍສະແດງໃຫ້ເຫັນເຖິງຄວາມອິດເມື່ອຍຢ່າງຈະແຈ້ງ, ສະແດງອອກກອງຫຼັງຂອງກຣົວຊີ ແມ່ນບໍ່ສາມາດນຳທັນໄດ້ ເມື່ອ ກຣີດສມັນ ແລະ ເອັມບັບເປ້ ສອງກອງໜ້າທີ່ມີຄວາມໄວຂອງຝຣັ່ງ ພາບານຂຶ້ນເກມບຸກ ຈົນບາງຈັງຫວະຕ້ອງໄດ້ເຮັດໃໝ ເພື່ອຢຸດເກມ, ຂະນະທີ່ກອງກາງເຊັ່ນ: ລູກ້າ ໂມດຣິດສ ແລະ ຣາຄີຕິດ ກໍຊ້າກວ່າກອງກາງຂອງຝຣັ່ງ, ຖືກຕັດເກມຫຼາຍຄັ້ງ ຈົນເຮັດໃຫ້ຝຣັ່ງ ຫຼິ້ນລູກໂຕ້ກັບໄດ້ດີກວ່າຍ້ອນໄລ່ບານບໍ່ທັນ ເຊິ່ງແນ່ນອນວ່າເກີດຂຶ້ນຍ້ອນຄວາມອິດເມື່ອນັ້ນເອງ.

5. ຝຣັ່ງ ມີອາວຸດຫຼາຍກວ່າ.
ເກມບຸກຂອງ ກຣົວຊີ ອາໄສຄວາມສາມາດຂອງ ລູກ້າ ໂມດຣິດສ ເປັນຫຼັກໃນການບຸກ ແລະ ຄວບຄຸມເກມໃນແດນກາງ, ແຕ່ເມື່ອ ໂມດຣິດສ ຫຼິ້ນບໍ່ໄດ້ດີ ເກມບຸກກໍຂາດອາວຸດຫຼັກໄປທັນທີ, ຕ້ອງອາໄສ ຄວາມໄວ ແລະ ຄວາມສາມາດສະເພາະຕົວຂອງ ອີວານ ເປຣີສິດ ເພື່ອເປີດບານເຂົ້າໄປໃຫ້ ມາຣີໂອ ມານຊູຄິດ ລຸ້ນປະຕູໃນລູກສູງຢ່າງດຽວ; ແຕ່ກົງກັນຂ້າມ, ຝຣັ່ງ ພັດມີອາວຸດຄົບມື ເຊິ່ງນັກມາແຕ່ກອງກາງ ມີ ປໍ ປັອກບາ ທີ່ຍິງໄກໄດ້ດີ, ເອັມບັບເປ້ ທີ່ມີຄວາມໄວສູງ ແລະ ຍິງປະຕູໄດ້ດີ, ອັອງຕວນ ກຣີດສມັນ ທີ່ພາບານໄປໄດ້ດີ ທັງຍັງມີການສອດເຂົ້າໄປຍິງໃນຂອບເຂດໂທດນຳອີກ; ນອກນັ້ນ, ກໍຍັງມີ ໂອລີວີເຢ ຊີຣູ ທີ່ຫຼິ້ນລູກສູງໄດ້ດີເຊັ່ນດຽວກັນ.

6. ຄີລີຢັນ ເອັມບັບເປ້.
ເປັນຄົນຍິງປະຕູທີ 4 ໃຫ້ຝຣັ່ງ, ກ່ອນໜ້ານີ້ ຫຼາຍໆຄົນຮູ້ຈັກ ເອັມບັບເປ້ ໃນຖານະນັກເຕະດາວຮຸ່ງອັນດັບໜຶ່ງຂອງໂລກ ທັງເປັນນັກເຕະທີ່ມີຄ່າຕົວແພງທີ່ສຸດເປັນອັນດັບສອງຂອງໂລກນຳອີກ; ແຕ່ຫຼັງຈາກຈົບບານໂລກຄັ້ງນີ້, ເອັມບັບເປ້ ໄດ້ພິສູດໃຫ້ເຫັນແລ້ວວ່າ ຊື່ສຽງ ແລະ ຄ່າຕົວແມ່ນສົມກັບລາວແລ້ວ ທັງຍັງສະແດງໃຫ້ເຫັນວ່າ ເອັມບັບເປ້ ພ້ອມແລ້ວສຳລັບການຍາດລາງວັນນັກເຕະດີເດັ່ນຂອງໂລກ ຫຼື ບານລົງດອກ ( Ballon d’Or) ໃນປີຕໍ່ໆໄປນຳອີກ.

7. ເມື່ອປະໝາດ ກໍພາດໄດ້.
ຮູໂກ້ ຢໍຣິດສ ເປັນຜູ້ຮັກສາປະຕູມືດີຄົນໜຶ່ງຂອງໂລກ, ແຕ່ໃນເກມລະດັບຊີງຊະນະເລີດແບບນີ້ ຖ້າບໍ່ມີສະມາທິດີ ກໍອາດເຮັດໃຫ້ມີຄວາມຕື່ນເຕັ້ນ ຈົນເກີດເປັນຄວາມຜິດພາດໄດ້ເຊັ່ນກັນ; ເຊິ່ງມີຈັງຫວະໜຶ່ງທີ່ ຢໍຣິດສ ຈະເຕະບານຫຼີກ ມານຊູຄິດ ແຕ່ພາດເຕະບໍ່ຫວິດ ຈົນບານເດັ້ງເຂົ້າປະຕູໄປຢ່າງງ່າຍດາຍ ເຮັດໃຫ້ ຢໍຣິດສ ສາຍໜ້າຢ່າງໜັກໃນຈັງຫວະນັ້ນ. ແຕ່ຫຼັງຈາກນັ້ນ, ຢໍຣິດສ ກໍຮັກສາສະມາທິ ແລະ ບໍ່ເກີດຄວາມຜິດພາດຫຍັງອີກຈົນຈົບເກມ.

8. ເດຊັອງ ພິສູດຕົວເອງແລ້ວ.
ດີດີເຢ ເດຊັອງ ຫົວໜ້າຄູຝຶກຂອງຝຣັ່ງ ພິສູດຕົວເອງໄດ້ຢ່າງສົມບູນແບບໃນບານໂລກຄັ້ງນີ້, ລາວໃຊ້ນັກເຕະ 11 ຄົນເກົ່າມາຕັ້ງແຕ່ຮອບທຳອິດ ເພາະມີຄວາມເຊື່ອໝັ້ນ; ນອກນັ້ນ, ການວາງແຜນການຫຼິ້ນຂອງລາວກໍເຮັດໄດ້ດີຫຼາຍ. ດັ່ງໃນເກມຫຼັາສຸດ, ເດຊັອງ ປ່ຽນຕົວຜູ້ຫຼິ້ນໄດ້ຢ່າງຮອບຄອບ, ຖືກຕ້ອງ ແລະ ດີຫຼາຍ, ເອັນກາໂລ້ ກັອງເຕ້ ເປັນກອງກາງລະດັບໂລກກໍຈິງ ແຕ່ເມື່ອຖືກໃບເຫຼືອງແລ້ວໜຶ່ງໃບ ກໍເຮັດໃຫ້ຕ້ອງຫຼິ້ນບານດ້ວຍຄວາມລະມັດລະວັງ ເພາະເມື່ອຖ້າຫຼິ້ນແບບໜັກໜ່ວງຄືເກົ່າ ກໍອາດຖືກໃບເຫຼືອງທີສອງຈົນກາຍເປັນໃບແດງ ຖືກໄລ່ອອກສະໜາມ ແລ້ວຈະສົ່ງຜົນເສຍຕໍ່ທີມ, ສະນັ້ນ ເດຊັອງ ຈຶ່ງປ່ຽນ ສະຕີເຟັນ ເອັນຊັອງຊີ ເຊິ່ງເປັນນັກເຕະໃນຕຳແໜ່ງດຽວກັນລົງໄປແທນ; ຄົນທີສອງທີ່ ເດຊັອງ ປ່ຽນລົງໄປແມ່ນ ໂຕລິດໂຊ ທີ່ໄປແທນ ມາຕຸຍດີ ທີ່ມີຄວາມອິດເມື່ອຫຼາຍແລ້ວ. ຄົນສຸດທ້າຍແມ່ນສົ່ງກອງກາງລົງໄປແທນກອງໜ້າ, ເພາະໃນເວລານັ້ນ ຝຣັ່ງ ຕ້ອງການຄອງບານແລ້ວ ເນື່ອງຈາກມີປະຕູນຳຢູ່ແລະ ນາບິນ ເຟຄີ ກໍເປັນນັກເຕະທີ່ຄອງບານໄດ້ດີ.

9. ກຣົວຊີ ເຮັດສຸດຄວາມສາມາດ.
ປະເທດທີ່ມີປະຊາກອນບໍ່ເຖິງ 5 ລ້ານຄົນ, ສາມາດເຂົ້າຊີງຊະນະເລີດໃນບານໂລກໄດ້ ກໍຖືເປັນເລື່ອງທີ່ໜ້າຊື່ນຊົມ ແລະ ຍ້ອງຍໍແລ້ວ, ເພາະນັກເຕະ ແລະ ທີມງານທຸກຄົນຂອງກຣົວຊີ ເຮັດເຕັມທີ່ ແລະ ບຸກບືນໄດ້ຫຼາຍທີ່ສຸດແລ້ວ; ຝຣັ່ງ ເປັນທີມທີ່ເກັ່ງກໍຈິງ, ແຕ່ດ້ວຍຄວາມອິດເມື່ອຍຈາກການຫຼິ້ນເຖິງ 120 ນາທີໃນຮອບທີ່ຜ່ານໆມາ ຈຶ່ງເຮັດໃຫ້ກຣົວຊີ ສູ້ບໍ່ໄດ້, ຢ່າງໃດກໍຕາມ ຕ້ອງຍ້ອງຍໍ ກຣົວຊີ ທີ່ໄດ້ເປັນທີສອງຂອງໂລກ ເພາະຖ້າຽບໃສ່ຊື່ສຽງ ແລະ ຄວາມສາມາດຂອງນັກເຕະກັບທີມຊາດອື່ນໆເຊັ່ນ: ເບຣຊິນ, ອາກຊັງຕິນ ຫຼື ແອັດສະປາຍແລ້ວ ກາຍໄດ້ເປັນທີສອງກໍຖືວ່າເຮັດໄດ້ດີສົມຄວນແລ້ວ.