ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2018 ຂຶ້ນໃນທ້າຍອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ພົຈວ ສີພັນ ວົງເຮືອງຄຳ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະບັນຊາຈາກຫ້ອງ, ປກສ ນະຄອນປາກເຊ, ປກສ ເມືອງ, ກອງພັນປ້ອງກັນເຄື່ອນທີ່, ໂຮງຮຽນ ປກສ ຊັ້ນກາງເລກ 3 ຕະຫຼອດຮອດຫົວໜ້າພະແນກ, ຮອງພະແນກເຂົ້າຮ່ວມ.

ພັທ ກໍລະນີ ເທບໄກສອນ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໄລຍະ 6 ເດືອນຕົ້ນປີ 2018 ຄະນະພັກ-ຄະນະບັນຊາທຸກຂັ້ນຕະຫຼອດຮອດ ພະນັກງານ-ນັກຮົບທົ່ວກອງບັນຊາການ ໄດ້ເອົາໃຈໃສ່ວຽກງານການຮັກສາຄວາມສະຫງົບທາງດ້ານການເມືອງ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມ ເຊັ່ນ: ບັນຫາຂີ້ລັກ, ຊີງຊັບ, ປຸ້ນຊັບ, ນັກເລງອັນຕະພານ, ຄ້າຂາຍເຖື່ອນ, ຄ້າຂາຍ ແລະ ເສບຢາເສບຕິດ. ເຊິ່ງໃນ 6 ເດືອນຕົ້ນປີຜ່ານມາ ສາມາດເກັບກໍາໄດ້ຄະດີອາຍາເກີດຂຶ້ນທັງໝົດ 199 ເລື່ອງ. ໃນນັ້ນ, ສາມາດມ້າງໄດ້ 131 ເລື່ອງ, ຈັບຜູ້ຖືກຫາໄດ້ 123 ຄົນ ຍິງ 1 ຄົນ, ເກີດຂຶ້ນຫຼາຍກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງມີ 81 ເລື່ອງ, ຈັບຜູ້ຖືກຫາໄດ້ 58 ຄົນ, ສາມາດເກັບກູ້ເຄື່ອງຂອງກາງປະເພດລົດຈັກ 25 ຄັນ, ຄຳ 6 ບາດ, ເງິນກີບ 20 ລ້ານກີບ ແລະ ເຄື່ອງຂອງກາງອີກຈຳນວນໜຶ່ງ. ຄຽງຄູ່ກັນນັ້ນ, ຍັງໄດ້ສຸມໃສການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດນຳອີກ, ເຊິ່ງໃນໄລຍະ 6 ເດືອນຕົ້ນປີ ສາມາດມ້າງໄດ້ 137 ເລື່ອງ, ຈັບຜູ້ຖືກຫາໄດ້ 240 ຄົນ, ຍິງ 20 ຄົນ, ຄົນຕ່າງປະເທດ 8 ຄົນ, ຢຶດເຄື່ອງຂອງກາງປະເພດຢາບ້າໄດ້ 122.046 ເມັດ, ຢາໄອສ໌ 8.013 ກຼາມ, ປະເພດອາວຸດເສິກ 12 ກະບອກ, ພ້ອມລູກ 39 ລູກ, ລົດໃຫຍ່ 8 ຄັນ, ລົດຈັກ 70 ຄັນ, ໂທລະສັບມືຖື 213 ໜ່ວຍ, ວັດຖຸຄ້າຍຄືຄຳປະເພດສາຍສ້ອຍ 4 ເສັ້ນ, ແຫວນ 8 ວົງ, ສາຍແຂນ 2 ເສັ້ນ, ເງິນກີບ 100 ລ້ານກວ່າກີບ, ເງິນບາດ 70 ພັນບາດ ແລະ ເຄື່ອງປະເພດວັດຖຸອີກຈຳນວນໜຶ່ງ.

ຕອນທ້າຍກອງປະຊຸມ, ພົຈວ ສີພັນ ວົງເຮືອງຄໍາ ໄດ້ໂອ້ລົມຕໍ່ກອງປະຊຸມ, ໂດຍມີທິດຊີ້ນຳໃຫ້ພະນັກງານວິຊາສະເພາະ ພ້ອມກັນສຸມໃສ່ສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ທັນກັບສະພາບການ-ຄະນະກອງບັນຊາການ ຈົ່ງພ້ອມກັນສືບຕໍ່ຊີ້ນຳໆພາປະຕິບັດທຸກມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ເອົາໃຈໃສ່ສະກັດກັ້ນໂຄສະນາສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ຕະຫຼອດຮອດພະນັກງານ-ນັກຮົບຢ່າງເປັນປະຈຳ ຕິດພັນກັບການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ມີຜົນສຳເລັດຫັນເອົາພະນັກງານກໍ່ສ້າງຮາກຖານຕາມສາຍຕັ້ງປຸກລະດົມພໍ່-ແມ່ປະຊາຊົນ ໃຫ້ມີສ່ວນຮ່ວມໃນການເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວຂຶ້ນ.