ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ສົມທົບກັບ ບໍລິສັດນິວຈິບເຊັງ ຈໍາກັດ ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ຫຼັກການຂັບຂີ່ປອດໄພ ໃຫ້ພະນັກງານ-ນັກຮົບ ກອງພັນໃຫຍ່ 605 ກະຊວງປ້ອງກັນປະເທດ ໃນວັນທີ 12 ກໍລະກົດ 2018 ເພື່ອເຮັດໃຫ້ພະນັກງານ-ນັກນັກຮົບພາຍໃນກອງພັນໃຫຍ່ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດລະບຽບຈະລາຈອນ, ການນໍາໃຊ້ລົດ-ໃຊ້ຖະໜົນທີ່ຖືກວິທີ ເພື່ອປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດ ອັນນໍາໄປສູ່ການບາດເຈັບ ແລະ ເສຍຊີວິດ.

ການລົງໂຄສະນາເຜີຍແຜ່ກົດລະບຽບການສັນຈອນໃນຄັ້ງນີ້, ບັນດານັກຂັບຂີ່ໄດ້ຮຽນຮູ້ກ່ຽວກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຕາມເສັ້ນທາງຫຼວງ, ການເພີ່ມຂຶ້ນຂອງພາຫະນະ, ສະພາບການລະເມີດລະບຽບການສັນຈອນຂອງຜູ້ຂັບຂີ່, ສາເຫດທີ່ພາໃຫ້ເກີດອຸບັດຕິເຫດ, ມາດຕະການຕໍ່ຜູ້ລະເມີດການສັນຈອນ ແລະ ວິທີປ້ອງກັນການເກີດອຸບັດຕິເຫດ. ນອກນີ້, ຄວາມຮູ້ພື້ນຖານໃນການຂັບຂີ່ລົດ ໂດຍສະເພາະແມ່ນ ວິທີການຂັບຂີ່ລົດຈັກທີ່ຖືກຕ້ອງ.

ໃນໂອກາດນີ້, ພັຕ ຫລຽນໄຊ ມົງພົນຄໍາ ຮອງຫົວໜ້າກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກ່າວວ່າ  ເພື່ອເຮັດໃຫ້ບັນຫາອຸບັດຕິເຫດເກີດຂຶ້ນຕາມທ້ອງຖະໜົນໃຫ້ຫຼຸດໜ້ອຍຖອຍລົງ, ບັນດານັກຂັບຂີ່ຄວນປະຕິບັດຕາມກົດລະບຽບການສັນຈອນຢ່າງເຂັ້ມງວດ ເປັນຕົ້ນ ບໍ່ຂັບຂີ່ລົດໃນເວລາມືນເມົາ, ບໍ່ຂັບຂີ່ລົດເມື່ອສຸຂະພາບອ່ອນເພຍ ແລະ ບໍ່ແຂງແຮງພໍທີ່ຈະບັນຊາລົດໄດ້, ບໍ່ຄວນຂີ່ລົດໂດຍໃຊ້ເວລາຍາວນານເກີນໄປ ( ຂັບຂີ່ລົດ 1-3 ຊົ່ວໂມງຄວນຜັກຜ່ອນ ), ບໍ່ຄວນລົມໂທລະສັບໃນເວລາຂັບຂີ່, ຜູ້ຂັບຂີ່ລົດບໍ່ຄວນໃສ່ເກຍຫວ່າງ ຫຼື ຢຽບຄາດໃນເວລາທີ່ລົດກໍາລັງແລ່ນລົງຄ້ອຍ, ບໍ່ຂັບຂີ່ລົດແຂ່ງຂັນກັນຢູ່ຕາມທ້ອງຖະໜົນ ໂດຍບໍ່ໄດ້ຮັບອະນຸຍາດຢ່າງເດັດຂາດ, ບໍ່ຕິດຕັ້ງເຄື່ອງສຽງທີ່ດັງຢ່າງຮຸ່ນແຮງໃສ່ໃນລົດ, ບໍ່ດັດແປງສະພາບເຕັກນິກລົດ ເຊັ່ນ: ໃສ່ຢາງນ້ອຍ ຫຼື ອຸປະ ກອນທີ່ບໍ່ໄດ້ມາດຕະຖານ, ບໍ່ນໍາເອົາລົດທີ່ມີສະພາບບໍ່ດີມີຄວັນຂາວ-ດໍາ-ມີສຽງດັງເກີນມາດຕະຖານອອກມາແລ່ນຢູ່ຕາມຖະໜົນ.

ຖ້າວ່ານັກຂັບຂີ່ທ່ານໄດ້ລະເມີດຕາມຂໍ້ຫ້າມ ຈະຖືກເຈົ້າໜ້າທີ່ກ່າວເຕືອນ ແລະ ປັບໃໝຕາມດໍາລັດ 188/ນຍ ຂອງທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ.

ນອກຈາກການເຜີຍແຜ່ກົດລະບຽບຈະລາຈອນແລ້ວ, ພະນັກງານ-ນັກຮົບກອງພັນໃຫຍ່ 605 ຍັງໄດ້ຮ່ວມກິດຈະກໍາຖາມ-ຕອບ ເພື່ອຮັບຂອງລາງວັນຈາກ ບໍລິສັດ ນິຈິບເຊັງ ຈໍາກັດ ເຊິ່ງປະກອບມີ ເສື້ອຢືດຮອນດ້າ ຈໍານວນ 50 ຝືນ ແລະ ໝວກກັນກະທົບຈໍານວນ 3 ໜ່ວຍ ເພື່ອໃຫ້ນັກຂັບຂີ່ນໍາເອົາໄປໝູນໃຊ້ໃນການຂັບຂີ່ປະຈໍາວັນ. ນອກຈາກນີ້, ພະນັກງານ-ນັກຮົບກອງພັນໃຫຍ່ ຍັງໄດ້ຮັບຟັງການສາທິດຫຼັກການຂັບຂີ່ປອດໄພຈາກ ທ່ານ ພັດວັນ ພັນທະສິນ ຫົວໜ້າພະແນກຂັບຂີ່ປອດໄພ ບໍລິສັດນິວຈິບເຊັງ ຈໍາກັດ ແລະ ທົດລອງຂັບລົດຈັກຕົວຈິງ ຢູ່ພາກສະໜາມ ເພື່ອຮຽນຮູ້ເອົາຫຼັກການ, ວິທີການຂັບຂີ່ປອດໄພ.