ພະຍາດມະເຮັງຕັບອ່ອນ ແມ່ນເນື້ອງອກຮ້າຍ ຫຼື ພະຍາດມະເຮັງ ທີ່ເກີດຂຶ້ນຈາກເຊວຂອງຕັບອ່ອນ, ຜູ້ທີ່ເປັນພະຍາດມະເຮັງຕັບອ່ອນ ສ່ວນຫຼາຍຈະໄປພົບທ່ານໝໍ ກໍເມື່ອກ້ອນເນື້ອມະເຮັງມີຂະໜາດໃຫຍ່ແລ້ວ ເນື່ອງຈາກອາການໃນໄລຍະທຳອິດ ຈະບໍ່ມີອາການໃດໆສະແດງອອກມາ ຈົນກວ່າຈະເປັນຂັ້ນຮ້າຍແຮງ ຈຶ່ງຈະມີອາການສແດງອອກມາ ເຊັ່ນ: ເຈັບທ້ອງ ຫຼື ເຈັບຫຼັງຊຳເຮື້ອ, ເບື່ອອາຫານ, ນ້ຳໜັກຫຼຸດລົງ, ຕົວເຫຼືອງ, ຕາເຫຼືອງ ແລະອື່ນໆ.

ໝາຍເຫດ: ຕັບອ່ອນ Pancreas ເປັນອະໄວຍະວະທີ່ຢູ່ໃນຊ່ວງທ້ອງ ຢູ່ກ້ອງທໍ່ຕໍ່ຂອງກະເພາະອາຫານ (ຢູ່ລະຫວ່າງກະເພາະອາຫານ ແລະ ກະດູກສັນຫຼັງ), ຕັບອ່ອນແມ່ນຈັດເປັນອະໄວຍະວະທາງເດີນອາຫານຄືກັນກັບຕັບ (ແຕ່ຕັບອ່ອນບໍ່ແມ່ນສ່ວນໜຶ່ງຂອງຕັບ, ເປັນຄົນລະອະໄວຍະວະກັນ ໂດຍບໍ່ມີຄວາມກ່ຽວຂ້ອງກັນ).

ຕັບອ່ອນມີລັກສະນະ ແລະ ຂະໜາດເທົ່າກັບໝາກກ້ວຍ ມີຄວາມຍາວປະມານ 6 ຊັງຕີແມັດ, ມີເຊວ 2 ເຊວ ຄື: 1. ເຊວຈາກຕ່ອມມີທໍ່ Exocrine Gland ທີ່ມີໜ້າທີ່ໃນການສ້າງງນ້ຳຍ່ອຍອາຫານ, ເຊິ່ງຈະຊ່ວຍຍ່ອຍອາຫານໃນລຳໃສ້ນ້ອຍ; 2. ເຊວຈາກຕ່ອມບໍ່ມີທໍ່ Endocrine Gland ທີ່ມີໜ້າທີ່ສ້າງ ຮໍໂມນ ຫຼາຍຊະນິດ ເຊັ່ນ: ຮໍໂມນອິນຊູລິນ (Insulin) ທີ່ມີໜ້າທີ່ສ້າງນ້ຳຕານໃນເລືອດ, ເຊິ່ງມີຄວາມສໍາພັນກັບການເກີດພະຍາດເບົາຫວານ.

+ ຊະນິດຂອງພະຍາດມະເຮັງຕັບອ່ອນ
– Neuroendocrine Tumor ແມ່ນເກີດຈາກເຊວຕ່ອມບໍ່ມີທໍ່ ເປັນຊະນິດທີ່ພົບເຫັນໄດ້ໜ້ອຍ, ສ່ວນຫຼາຍຈະບໍ່ມີຄວາມຮ້າຍແຮງປານໃດ ແລະ ມີໄລຍະເວລາທີ່ດົນ.
– Adenocarcinoma ແມ່ນເກີດຈາກຕ່ອມທີ່ມີທໍ່ ມີຄວາມຮຸນແຮງສູງ ແລະ ມັກພົບເຫັນຜູ້ທີ່ເປັນພະຍາດນີ້ເຖິງ 90-95% ຂອງຜູ້ເປັນພະຍາດມະເຮັງຕັບອ່ອນ.